leftcenterrightdel
ກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ. ພາບ: baochinhphu.vn

ເນັ້ນໜັກວ່າກອງປະຊຸມ AMM-57 ແລະບັນດາກອງປະຊຸມທີ່ກ່ຽວຂ້ອງແມ່ນການເຄື່ອນໄຫວສໍາຄັນທີ່ສຸດໃນປີຂອງບັນດາລັດຖະມົນຕີການຕ່າງປະເທດອາຊຽນ, ບັນດາປະເທດຕີລາຄາສູງວຽກງານກະກຽມຢ່າງລອບຄອບຖີ່ຖ້ວນ ແລະຮອບດ້ານຂອງປະທານລາວ, ຢັ້ງຢືນສະໜັບສະໜູນ ແລະສົມທົບກັນຢ່າງແໜ້ນແຟ້ນບົນຈິດໃຈສາມັກຄີ ແລະການຮ່ວມມື, ປະກອບສ່ວນເຂົ້າໃນຜົນສໍາເລັດລວມຂອງກອງປະຊຸມຕ່າງໆ. ດ້ວຍຫົວຂໍ້ “ອາຊຽນ: ຊຸກຍູ້ການເຊື່ອມຕໍ່ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ”, ບັນດາລັດຖະມົນຕີການຕ່າງປະເທດອາຊຽນ ແລະບັນດາຄູ່ຮ່ວມມືຈະແລກປ່ຽນກ່ຽວກັບສະພາບການຜັນຂະຫຍາຍບັນດາຈຸດສຸມ, ບຸລິມະສິດຂອງອາຊຽນ ໃນປີ 2024, ວິວັດການກໍ່ສ້າງປະຊາຄົມອາຊຽນ, ກວດກາຄືນ ແລະກໍານົດທິດທາງຮ່ວມມືລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມື ແລະປຶກສາຫາລືກ່ຽວກັບສະພາບການໂລກ, ພາກພື້ນ. ບັນດາກອງປະຊຸມຈະຮັບຮອງເອົາເອກະສານສໍາຄັນຫຼາຍສະບັບເພື່ອເປັນພື້ນຖານຜັນຂະຫຍາຍການຮ່ວມມືອາຊຽນ ແລະລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມືໃນໄລຍະຈະມາເຖິງ.

ຕາມລາຍການ, ກອງປະຊຸມ AMM-57 ແລະບັນດາກອງປະຊຸມທີ່ກ່ຽວຂ້ອງຈະດໍາເນີນແຕ່ວັນທີ 24 ຫາວັນທີ 27 ກໍລະກົດທີ່ສູນກອງປະຊຸມແຫ່ງຊາດຂອງລາວ, ລວມມີປະມານ 20 ກິດຈະກໍາໃນບັນດາຂອບເຂດອາຊຽນ, ອາຊຽນ +1, ອາຊຽນ+3, ຂັ້ນສູງອາຊີຕາເວັນອອກ (EAS) ແລະເວທີປາໄສພາກພື້ນອາຊຽນ (ARF).

ໃນວັນທີ 23 ກໍລະກົດ, ທ່ານ ໂດຮຸ່ງຫວຽດ ໄດ້ພ້ອມກັບຫົວໜ້າ SOM ບັນດາປະເທດອາຊຽນ ເຂົ້າຮ່ວມວາລະປະຊຸມຄະນະບໍລິຫານງານສົນທິສັນຍາພາກພື້ນອາຊີຕາເວັນອອກສ່ຽງໃຕ້ປອດອາວຸດນິວເຄຼຍ (SEANWFZ) ແລກປ່ຽນກ່ຽວກັບສະພາບການຜັນຂະຫຍາຍແຜນການກະທໍາ SEANWFZ ໄລຍະ 2023-2027 ແລະຍົກສູງປະສິດທິຜົນການຮ່ວມມືໃນໄລຍະຈະມາເຖິງ.

ໂດຍ:​ ດັ້ງເກື່ອງ