ເປັນເວລາເກືອບ 14 ປີທີ່ດໍາລົງຕໍາແໜ່ງເປັນເລຂາທິການໃຫຍ່, ເລຂາຄະນະພັກການທະຫານສູນກາງ, ສະຫາຍ ຫງວຽນຝູຈ້ອງ ຍາມໃດກໍ່ສະແດງໃຫ້ເຫັນແນວຄິດຢ່າງສະເໝີຕົ້ນສະເໝີປາຍ ແລະລຸລ່ວງກ່ຽວກັບທັດສະນະ, ເປົ້າໝາຍນໍາພາ ແລະການກໍານົດທິດມາດຕະການປະຕິບັດໜ້າທີ່ສ້າງສາ ແລະປົກປັກຮັກສາປະເທດຊາດໃນຍຸກໃໝ່. ດ້ວຍຈິນຕະນາການທີ່ແຫຼມຄົມ, ການກະທໍາຢ່າງຂ້ຽວຂາດ, ທ່ານເລຂາທິການໃຫຍ່ ໄດ້ປະກອບສ່ວນສຳຄັນເຂົ້າໃນການເຮັດແຈ້ງບາດກ້າວພັດທະນາ ໃນຈິນຕະນາການດ້ານທິດສະດີຂອງພັກ ກ່ຽວກັບແນວທາງການທະຫານ, ການປ້ອງກັນຊາດ,  ກໍ່ສ້າງກອງທັບປະຕິວັດ, ເປັນກໍາລັງຫຼວງ, ຍອດຢ້ຽມ,  ທັນສະໄໝເທື່ອລະກ້າວໃນຍຸກໃໝ່.

ຕໍ່ໜ້າສະພາບການໂລກ, ພາກພື້ນ ມີການຜັນແປຢ່າງວ່ອງໄວ, ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້; ບົນພື້ນຖານກໍາແໜ້ນກາລະໂອກາດ, ສິ່ງທ້າທາຍຂອງການປະຕິວັດຫວຽດນາມ, ທ່ານເລຂາທິການໃຫຍ່, ເລຂາຄະນະພັກການທະຫານສູນກາງ ໄດ້ຊີ້ນຳ, ນໍາພາກອງທັບເວົ້າລວມ ແລະ ກົມໃຫຍ່ເສນາທິການ ເວົ້າສະເພາະ ມານະພະຍາຍາມສູ້ຊົນ, ປະຕິບັດສໍາເລັດພາລະບົດບາດ, ໜ້າທີ່ທີ່ໄດ້ຮັບມອບໝາຍ, ເປັນເຈົ້າການ, ເປັນເສນາທິການດ້ານຍຸດທະສາດຢ່າງທັນການ ແນໃສ່ສະກັດກັ້ນ, ຍູ້ຖອຍຄວາມສ່ຽງທີ່ຈະເກີດສົງຄາມ, ເກີດການປະທະກັນ, ປົກປັກຮັກສາປະເທດຊາດ ແຕ່ໄກ, ແຕ່ຫົວທີ; ຮັກສາສະພາບແວດລ້ອມແຫ່ງສັນຕິພາບ ແລະສະຖຽນລະພາບເພື່ອພັດທະນາປະເທດຊາດ.

leftcenterrightdel

ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ ພ້ອມດ້ວຍບັນດາຜູ້ແທນຂອງບັນດາກະຊວງ, ຂະແໜງການຂັ້ນສູນກາງ, ການນໍາກະຊວງປ້ອງກັນປະເທດ ເຂົ້າຮ່ວມກອງປະຊຸມການທະຫານ-ການເມືອງ ທົ່ວກອງທັບ ປີ 2022. ພາບ: ຕວ໋ນຮຸຍ

ກ່າວຄຳເຫັນທີ່ກອງປະຊຸມການທະຫານ-ການເມືອງ ທົ່ວກອງທັບປີ 2022, ທ່ານເລຂາທິການໃຫຍ່ ຕີລາຄາວ່າ: “ຄະນະພັກການທະຫານສູນກາງ, ການນຳກະຊວງປ້ອງກັນປະເທດ ແລະທົ່ວກອງທັບ ໄດ້ປະຕິບັດພາລະບົດບາດເປັນເສນາທິການ ດ້ານຍຸດທະສາດໃຫ້ພັກ, ລັດກ່ຽວກັບການທະຫານ, ການປ້ອງກັນຊາດ; ປະຕິບັດວຽກງານຄາດຄະເນເປັນຢ່າງດີ, ເພື່ອກໍາແໜ້ນສະພາບການ, ຈາກນັ້ນສະເໜີແຜນນະໂຍບາຍ ແລະມາດຕະການແກ້ໄຂທີ່ເໝາະສົມໃນການວາງແຜນນະໂຍບາຍ, ຍຸດໂທບາຍຮັບມືຢ່າງທັນການ, ເປັນຕົ້ນແມ່ນກໍລະນີທີ່ເກີດຂຶ້ນໃນຈຸດເວລາທີ່ມີຄວາມສະດຸ້ງໄວ, ສັບສົນ, ບໍ່ປະໃຫ້ຕົກຢູ່ທ່າຮັບ, ບັງເອີນ”. ນັ້ນກໍ່ທັງເປັນການຮັບຮູ້ຂອງທ່ານເລຂາທິການໃຫຍ່ ສໍາລັບກອງທັບ ທັງເປັນການຍ້ອງຍໍຊົມເຊີຍຜົນງານຂອງກົມໃຫຍ່ເສນາທິການ ໃນວຽກງານເປັນເສນາທິການຍຸດທະສາດ ເພື່ອຮັກສາຜົນງານແຫ່ງການປະຕິວັດ ເຊິ່ງທົ່ວພັກ, ທົ່ວປວງຊົນ ແລະທົ່ວກອງທັບເຮົາ ໄດ້ຜ່ານຜ່າຄວາມຫຍຸ້ງຍາກລຳບາກ ແລະ ເສຍສະຫຼະບໍ່ຈັກວ່າເທົ່າໃດຈຶ່ງສາມາດຍາດຄືນມາໄດ້.

ໃນຖານະເປັນຜູ້ນໍາໜ້າຂອງພັກ, ສະຫາຍ ຫງວຽນຝູຈ້ອງ ໄດ້ຄົ້ນຄ້ວາຢ່າງລະອຽດ, ເຈາະຈີ້ມ, ຍົກອອກບັນດາບັນຫາ ເພື່ອໃຫ້ກົມການເມືອງ, ຄະນະເລຂາທິການ, ຄະນະບໍລິຫານງານສູນກາງພັກ ໄຈ້ແຍກ, ວິເຄາະ, ຕີລາຄາຢ່າງຮອບດ້ານ, ເລິກເຊິ່ງ, ເປັນລະບົບ; ຊີ້ແຈ້ງບັນດາເປົ້າໝາຍ, ທັດສະນະ, ທິດນໍາ, ແນວຄິດການຊີ້ນໍາ ແລະບົດຮຽນປະສົບການເພື່ອໃຫ້ສູນກາງພັດທະນາ, ປັບປຸງໃຫ້ສົມບູນແບບ, ປະກາດໃຊ້ມະຕິກ່ຽວກັບຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃໝ່ ທີ່ກອງປະຊຸມສູນກາງພັກ ຄັ້ງທີ 8 (ສະໄໝທີ XI ແລະ XIII). ເພື່ອຫັນຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃໝ່ໃຫ້ເປັນລະອຽດ, ກົມການເມືອງ ໄດ້ປະກາດໃຊ້ມະຕິ,  ບົດສະຫຼຸບກ່ຽວກັບຍຸດທະສາດປ້ອງກັນຊາດ, ຍຸດທະສາດການທະຫານ, ຍຸດທະສາດປົກປັກຮັກສາປະເທດຊາດດ້ານໄຊເບີ, ຍຸດທະສາດປົກປັກຮັກສາຊາຍແດນແຫ່ງຊາດ... ແນໃສ່ສືບຕໍ່ຢັ້ງຢືນທັດສະນະທີ່ສະເໝີຕົ້ນສະເໝີປາຍກ່ຽວກັບຫຼັກການພັກນໍາພາຢ່າງເດັດຂາດ, ໂດຍກົງໃນທຸກດ້ານ ສໍາລັບກຳລັງປະກອບອາວຸດ, ພາລະກິດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ປົກປັກຮັກສາປະເທດຊາດ.

ເມື່ອຜັນຂະຫຍາຍບົດສະຫຼຸບ ເລກທີ 16-KL/TW ລົງວັນທີ 7 ກໍລະກົດ 2017 ຂອງກົມການເມືອງ ວ່າດ້ວຍການຈັດຕັ້ງກອງທັບປະຊາຊົນຫວຽດນາມ ຮອດປີ 2021 ຕິດພັນກັບການປະຕິບັດມະຕິສູນກາງພັກ ຄັ້ງທີ 6, ສະໄໝທີ XII ກ່ຽວກັບການປ່ຽນແປງໃໝ່,  ປັບປຸງການຈັດຕັ້ງຂອງລະບົບການເມືອງ, ທ່ານເລຂາທິການໃຫຍ່ ຕັກເຕືອນວ່າ: “ຈາກຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຈົນເຖິງຄະນະພັກ, ຜູ້ບັນຊາການບັນດາກົມກອງ ແລະອົງການທີ່ກ່ຽວຂ້ອງທຸກຂັ້ນ ຕ້ອງມີຄວາມຕັດສິນໃຈດ້ານການເມືອງສູງ, ມີວິທີການທີ່ຖືກຕ້ອງ, ຄິດໄລ່ຊັ່ງຊາຢ່າງລະມັດລະວັງ ເພື່ອໃຫ້ມີແຜນການ, ໄລຍະທາງ ແລະບາດກ້າວທີ່ເໝາະສົມ...."

ໂດຍປະຕິບັດຕາມແບບຢ່າງຂອງສະຫາຍເລຂາທິການໃຫຍ່, ພະນັກງານ, ນັກຮົບທົ່ວກອງທັບເວົ້າລວມ, ກົມໃຫຍ່ເສນາທິການ ເວົ້າສະເພາະ ໝັ້ນໝາຍວ່າ ຈະອອກແຮງຄົ້ນຄວ້າຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມ, ສູ້ຊົນຢ່າງບໍ່ຢຸດຢັ້ງ, ສຸມໃສ່ປະຕິບັດບາງເນື້ອໃນຈຸດສຸມດັ່ງລຸ່ມນີ້ໃຫ້ເປັນຢ່າງດີ:

ທີໜຶ່ງແມ່ນ, ສືບຕໍ່ປະຕິບັດພາລະບົດບາດ, ໜ້າທີ່ຄົ້ນຄ້ວາ, ເປັນເສນາທິການຍຸດທະສາດດ້ານການທະຫານ ແລະການປ້ອງກັນຊາດໃຫ້ເປັນຢ່າງດີ, ແກ້ໄຂບັນດາກໍລະນີຍຸດທະສາດໃຫ້ມີໄຊ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບ, ບັງເອີນໃນທຸກກໍລະນີ.

ທີສອງແມ່ນ, ຍົກສູງຄຸນນະພາບສັງລວມ, ລະດັບ, ຄວາມສາມາດກຽມພ້ອມສູ້ຮົບຂອງທົ່ວກອງທັບຢ່າງບໍ່ຢຸດຢັ້ງ, ຍູ້ແຮງການປະຕິບັດ 3 ຂອດບຸກທະລຸ ຕາມເນື້ອໃນຈິດໃຈຂອງມະຕິກອງປະຊຸມໃຫຍ່ອົງຄະນະພັກກອງທັບ ຄັ້ງທີ XI.

ທີສາມແມ່ນ, ສຸມໃສ່ກໍ່ສ້າງອົງຄະນະພັກ ກົມໃຫຍ່ເສນາທິການ ໃຫ້ປອດໃສ, ເຂັ້ມແຂງທາງດ້ານການເມືອງ, ແນວຄິດ, ຄຸນສົມບັດ, ການຈັດຕັ້ງ ແລະພະນັກງານ; ປະຕິບັດບົດສະຫຼຸບເລກທີ 21-KL/TW ລົງວັນທີ 25 ຕຸລາ 2021 ຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການຍູ້ແຮງການກໍ່ສ້າງ, ປັບປຸງພັກ ແລະລະບົບການເມືອງຢ່າງມີປະສິດທິຜົນ; ຢຶດໝັ້ນຕໍ່ການສະກັດກັ້ນ, ຍູ້ຖອຍ, ແກ້ໄຂພະນັກງານຢ່າງເຂັ້ມງວດ.

ທີສີ່ແມ່ນ, ຊາບຊຶມ, ໝູນໃຊ້ສິລະປະ “ການທູດໄມ້ໄຜ່” ຂອງທ່ານເລຂາທິການໃຫຍ່  ແລະສູນກາງພັກຢ່າງມີຫົວຄິດປະດິດສ້າງ; ມະຕິເລກທີ 34-NQ/TW ລົງວັນທີ 9 ມັງກອນ 2023 ຂອງກົມການເມືອງກ່ຽວກັບບາງການກໍານົດທິດ, ແຜນນະໂຍບາຍໃຫຍ່ໃນການຜັນຂະຫຍາຍແນວທາງການພົວພັນຕ່າງປະເທດ ຢູ່ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ບົດສະຫຼຸບເລກທີ 53-KL/TW ລົງວັນທີ 28 ເມສາ 2023 ຂອງກົມການເມືອງ ວ່າດ້ວຍການເຊື່ອມໂຍງເຂົ້າກັບສາກົນ ແລະ ການທູດປ້ອງກັນຊາດ ຮອດປີ 2030 ແລະຊຸມປີຕໍ່ໄປ.

ທ່ານເລຂາທິການໃຫຍ່, ເລຂາຄະນະພັກການທະຫານສູນກາງ ໄດ້ຈາກໄປ. ດ້ວຍຄວາມໂສກເສົ້າເສຍດາຍ, ຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ,  ເພື່ອອາໄລຫາທ່ານເລຂາທິການໃຫຍ່, ທົ່ວກອງທັບ ຈະຫັນຄວາມໂສກເສົ້າເສຍດາຍນັ້ນໃຫ້ກາຍເປັນການກະທໍາປະຕິວັດ, ຊາບຊຶມ ແລະ ປະຕິບັດຕາມເນື້ອໃນຈິດໃຈ “7 ກ້າ” ຂອງຜູ້ນໍາໜ້າພັກກອມມູນິດຫວຽດນາມ,  ມານະພະຍາຍາມຢ່າງບໍ່ຢຸດຢັ້ງ ເພື່ອບືນຕົວຂຶ້ນ, ປະຕິບັດສຳເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງດີເລີດ, ປົກປັກຮັກສາປະເທດສັງຄົມນິຍົມຫວຽດນາມ ໄວ້ຢ່າງໝັ້ນຄົງ.

ທ່ານພົນໂທ ຫງວຽນເຕິນເກືອງ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ