ວຽກງານການຕ່າງປະເທດແມ່ນໜຶ່ງໃນບັນດາຂົງເຂດທີ່ສະແດງໃຫ້ເຫັນຫຼາຍຂີດໝາຍ, ຫຼາຍຈຸດພົ້ນເດັ່ນຂອງສະຫາຍ ຫງວຽນຝູຈ້ອງ. ສູນກາງພັກ, ກົມການເມືອງ, ຄະນະເລຂາທິການ ພາຍໃຕ້ການນຳພາ ແລະຊີ້ນຳຂອງສະຫາຍໃນຖານະເປັນເລຂາທິການໃຫຍ່ ໄດ້ປະກາດໃຊ້ມະຕິ, ບົດສະຫຼຸບ ແລະຄຳສັ່ງຫຼາຍສະບັບກ່ຽວກັບການກໍ່ສ້າງ,  ປັບປຸງແນວທາງການຕ່າງປະເທດຂອງພັກ ແລະລັດຂອງປະເທດເຮົາໃນໄລຍະປ່ຽນແປງໃໝ່ໃຫ້ສົມບູນ. ຄຽງຂ້າງການສືບທອດ ແລະເສີມຂະຫຍາຍບັນດາຜົນງານການຕ່າງປະເທດທີ່ບັນລຸໄດ້ໃນໄລຍະຜ່ານມາ ແລະການນຳໃຊ້ແນວຄິດທາງການທູດຂອງປະທານ ໂຮ່ຈີມິນ ຢ່າງມີຫົວຄິດປະດິດສ້າງ, ບັນດາມະຕິ, ບົດສະຫຼຸບ ແລະຄຳສັ່ງຂອງພັກເຮົາກ່ຽວກັບວຽກງານການຕ່າງປະເທດນັບແຕ່ສະໄໝກອງປະຊຸມໃຫຍ່ ຄັ້ງທີ XI ມາຮອດປະຈຸບັນ ໄດ້ມີຫຼາຍບາດກ້າວພັດທະນາໃໝ່ກ່ຽວກັບດ້ານຈິນຕະນາການ, ທິດສະດີ ກໍ່ຄືການຊີ້ນຳ, ນຳພາໃນພຶດຕິກຳຕົວຈິງວຽກງານການຕ່າງປະເທດຂອງພັກເຮົາ ໂດຍແມ່ນທ່ານເລຂາທິການໃຫຍ່ ນຳໜ້າ.

leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເປັນປະທານພິທີຕ້ອນຮັບທ່ານປະທານາທິບໍດີອາເມລິກາ Joe Biden ມາຢ້ຽມຢາມທາງລັດຖະກິດຫວຽດນາມ ແຕ່ວັນທີ 10-11 ກັນຍາ 2023. ພາບ: ສໍານັກຂ່າວສານຫວຽດນາມ

ເຂົ້າຮ່ວມການເຄື່ອນໄຫວວຽກງານການຕ່າງປະເທດຂັ້ນສູງຂອງພັກ ແລະລັດໂດຍກົງ, ທ່ານເລຂາທິການໃຫຍ່ ຍາມໃດກໍ່ສ້າງຄວາມປະທັບໃຈອັນດີງາມຕໍ່ຄູ່ຮ່ວມມື ແລະເພື່ອນມິດສາກົນ ກ່ຽວກັບປະເທດຫວຽດນາມ ທີ່ມີການພັດທະນາຢ່າງຂະຫຍັນຂັນເຄື່ອນ, ອຸດົມສົມບູນດ້ານອະລິຍະທຳ, ສະໜິດສະໜົມ, ຍົກສູງຄວາມເປັນທຳ, ຄວາມຖືກຕ້ອງ, ເຄົາລົບນັບຖືກົດໝາຍສາກົນ, ມີການປະພຶດທີ່ສົມເຫດສົມຜົນ, ເປັນເພື່ອນມິດທີ່ສັດຊື່ບໍລິສຸດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ເປັນສະມາຊິກທີ່ຕັ້ງໜ້າ ແລະມີຄວາມຮັບຜິດຊອບຂອງປະຊາຄົມສາກົນ; ກ່ຽວກັບພາບພົດຂອງຜູ້ນໍາທີ່ມີຊື່ສຽງ, ມີວິໄສທັດທີ່ເບິ່ງກວ້າງມອງໄກ, ມີແນວຄິດທີ່ແຫຼມຄົມ, ມີການປະພຶດທີ່ເປັນແບບຢ່າງ, ລະອຽດອ່ອນ, ຄວາມຈິງໃຈ, ມີຄວາມໃກ້ຊິດ ແລະລຽບງ່າຍ.

ກ່ຽວກັບຂະແໜງການທູດ, ທ່ານເລຂາທິການໃຫຍ່  ຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ຊີ້ນຳ, ນຳພາ ແລະອາລົມຈິດຄວາມຮັກແພງເປັນພິເສດ. ຄຽງຂ້າງກອງປະຊຸມການທູດທົ່ວປະເທດ (ເດືອນທັນວາ ປີ 2021), ສະຫາຍ ຫງວຽນຝູຈ້ອງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສຊີ້ນຳທີ່ກອງປະຊຸມການທູດ 6 ຄັ້ງ, ໃນນັ້ນ ມີ 5 ຄັ້ງ ເພິ່ນເປັນເລຂາທິການໃຫຍ່. ເນື້ອໃນບົດກ່າວປາໄສຂອງ ເພິ່ນ ໃນກອງປະຊຸມເຫຼົ່ານີ້ ໄດ້ຊີ້ນຳວຽກງານການຕ່າງປະເທດຢ່າງຮອບດ້ານ ແລະເລິກເຊິ່ງ, ສ້າງຄວາມເປັນເອກະພາບກ່ຽວກັບຄວາມຮັບຮູ້ ແລະການກະທຳຂອງທຸກຂັ້ນ, ທຸກຂະແໜງການໃນການຜັນຂະຫຍາຍແນວທາງການຕ່າງປະເທດຂອງພັກຢ່າງຄົບຊຸດ ແລະ  ມີປະສິດທິຜົນ, ພ້ອມກັນທັງເຈາະຈີ້ມຫຼາຍນະໂຍບາຍ,  ການກຳນົດທິດຍຸດທະສາດກ່ຽວກັບການກໍ່ສ້າງ ແລະພັດທະນາຂະແໜງການການຕ່າງປະເທດຕາມທິດຮອບດ້ານ, ທັນສະໄໝ ແລະເປັນມືອາຊີບ. ສະຫາຍໄດ້ເອົາໃຈໃສ່ເປັນພິເສດຕໍ່ການຊີ້ນຳວຽກງານກໍ່ສ້າງຖັນແຖວພະນັກງານການທູດຢ່າງຮອບດ້ານກ່ຽວກັບຄຸນສົມບັດ, ຄຸນທາດ, ຈັນຍາບັນ ແລະລະດັບການສຶກສາ, ວິຊາສະເພາະ.

leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢ້ຽມຢາມງານວາງສະແດງຮູບພາບກ່ຽວກັບຜົນແຫ່ງການພົວພັນຕ່າງປະເທດ ແຕ່ພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມການທູດ ຄັ້ງທີ 32. ພາບ: ຝູເຊີນ

ພະນັກງານການການທູດກໍ່ເປັນກຽດທີ່ໄດ້ໄປນຳເພື່ອຮັບໃຊ້ສະຫາຍ ຫງວຽນຝູຈ້ອງ ໃນບັນດາການເຄື່ອນໄຫວວຽກງານການຕ່າງປະເທດຂັ້ນສູງ, ຄຽງຂ້າງນັ້ນ ໄດ້ຮັບຮູ້ໂດຍກົງຕໍ່ການຊີ້ນຳກ່ຽວກັບວຽກງານການຕ່າງປະເທດຂອງສະຫາຍ, ຍາມໃດກໍ່ຮູ້ສຶກເຖິງຄວາມຮັກແພງອັນອົບອຸ່ນ, ຄວາມສະໜິດສະໜົມ, ແບ່ງປັນ ແລະໃຫ້ກຳລັງໃຈຂອງຜູ້ນຳໜ້າພັກ ບໍ່ພຽງແຕ່ໃນໜ້າທີ່ວຽກງານເທົ່ານັ້ນ, ຫາກຍັງກ່ຽວກັບຊີວິດການເປັນຢູ່, ໂດຍສະເພາະແມ່ນບັນດານັກການທູດທີ່ເຮັດວຽກຢູ່ຫ່າງໄກຈາກປະເທດຊາດ, ບ້ານເກີດເມືອງນອນອີກດ້ວຍ. ຄະນະພະນັກງານການທູດຍາມໃດກໍ່ຈົດຈຳ ແລະເຊື່ອມຊຶມຄຳຕັກເຕືອນຂອງທ່ານເລຂາທິການໃຫຍ່  ທີ່ວ່າ “ນັກການທູດ, ນັກເຄື່ອນໄຫວການຕ່າງປະເທດທີ່ເກັ່ງ ກ່ອນອື່ນໝົດຕ້ອງເປັນນັກການເມືອງເກັ່ງ, ຍາມໃດກໍ່ຖືຜົນປະໂຫຍດຂອງປະເທດ, ຂອງຊາດ, ຂອງລະບອບມາເປັນເຂັມທິດໃນການກະທຳ, "ຍາມໃດກໍ່ຈື່ຈໍາໄວ້ຕະຫຼອດວ່າ ທາງຫຼັງຂອງເຮົາແມ່ນພັກ, ແມ່ນ ປະເທດ, ແມ່ນ ປະຊາຊົນ".

ທ່ານເລຂາທິການໃຫຍ່ ໄດ້ຈາກພວກເຮົາໄປໂດຍບໍ່ມີວັນຫວນຄືນກັບມາ ພ້ອມກັບບັນດາບັນພະບຸລຸດໃນການປະຕິວັດແລ້ວ, ແຕ່ມໍລະດົກທີ່ສະຫາຍໄດ້ປະໄວ້ໃຫ້ນັ້ນ ແມ່ນມີຄຸນຄ່າອັນໃຫຍ່ຫຼວງຕໍ່ພາລະກິດແຫ່ງການປະຕິວັດຂອງພັກ ແລະຂອງຊາດເຮົາ. ພາຍໃຕ້ແສງສະຫວ່າງແນວທາງການຕ່າງປະເທດຂອງພັກ ແລະແນວຄິດການທູດຂອງປະທານ ໂຮ່ຈີມິນ, ໂດຍສືບທອດ ແລະ ເສີມຂະຫຍາຍບັນດາຜົນງານການຕ່າງປະເທດຂອງປະເທດຊາດ, ປະຕິບັດຕາມແບບຢ່າງຂອງທ່ານເລຂາທິການໃຫຍ່, ທົ່ວຂະແໜງການຕ່າງປະເທດໄດ້ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອເສີມຂະຫຍາຍບົດບາດນຳໜ້າຂອງການຕ່າງປະເທດຢ່າງແຂງແຮງ, ອອກແຮງສູ້ຊົນ, ຝຶກຝົນຫຼໍ່ຫຼອມ ເພື່ອສືບຕໍ່ປະກອບສ່ວນຢ່າງເໝາະສົມເຂົ້າໃນການປ່ຽນແປງໃໝ່, ພັດທະນາປະເທດຊາດ ແລະປົກປັກຮັກສາປະເທດຊາດ.

ທ່ານ ບຸ່ຍແທັງເຊີນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ