leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳເຫັນໄຂກອງປະຊຸມສູນກາງ ຄັ້ງທີ 8, ຊຸດທີ XIII. ພາບ: ສໍານັກຂ່າວສານຫວຽດນາມ

ເມື່ອຕີລາຄາກ່ຽວກັບບົດບາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນການຊີ້ນຳນຳພາ ແລະປັບປຸງພັກກອມມູນິດຫວຽດນາມ ໃນໄລຍະຜ່ານມາ, ທ່ານ Fredesman Turro Gonzalez, ເອກອັກຄະລັດຖະທູດກູບາ ປະຈຳ ຫວຽດນາມ ໄລຍະ 1999-2004, ໃຫ້ຂໍ້ສັງເກດວ່າ ພາຍໃຕ້ການນຳພາຂອງທ່ານເລຂາທິການໃຫຍ່, ພັກກອມມູນິດຫວຽດນາມ ໄດ້ນຳພາປະເທດຊາດບັນລຸໄດ້ຜົນສຳເລັດໃໝ່, ສຳຄັນໃນການພັດທະນາເສດຖະກິດ, ສັງຄົມ, ກໍ່ຄືວາງອອກບັນດາຄາດໝາຍ, ໜ້າທີ່ໃໝ່ນຳຫວຽດນາມ ກາຍເປັນປະເທດວັດທະນາຖາວອນມີລາຍຮັບປານກາງສູງ ໃນໄລຍະຈະມາເຖິງ.

leftcenterrightdel
ທ່ານ Fredesman Turro Gonzalez, ເອກອັກຄະລັດຖະທູດກູບາ ປະຈຳ ຫວຽດນາມ ໄລຍະ 1999-2004.  ພາບ: ສໍານັກຂ່າວສານຫວຽດນາມ

ໃນຂະນະນັ້ນ, ທ່ານ John McCarthy, ເອກອັກຄະລັດຖະທູດອົດສະຕາລີ ປະຈຳ ຫວຽດນາມ ໄລຍະ 1981-1983, ຖືວ່າພາຍໃຕ້ການນຳພາຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຫວຽດນາມ ໄດ້ສະແດງໃຫ້ເຫັນນະໂຍບາຍພົວພັນຕ່າງປະເທດຢ່າງຄ່ອງແຄ້ວ ແລະມີໄຫວພິບ, ສະແດງສະຕິກ່ຽວກັບເອກະລາດ, ເປັນເຈົ້າຍຸດທະສາດຢ່າງແທ້ຈິງ. ກ່ຽວກັບການພົວພັນລະຫວ່າງຫວຽດນາມ ແລະອົດສະຕາລີ, ທ່ານອະດີດເອກອັກຄະລັດຖະທູດ John McCarthy ໃຫ້ຂໍ້ສັງເກດວ່າ, ໃນອາຍຸການຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຫວຽດນາມ ໄດ້ບືນຕົວຂຶ້ນແຖວໜ້າໃນສາຍພົວພັນຂອງອົດສະຕາລີ ຢູ່ອາຊີ, ສະແດງໃຫ້ເຫັນຜ່ານຂໍ້ຕົກລົງຂອງການນຳສອງປະເທດຫວ່າງແລ້ວນີ້ເພື່ອຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

ໃຫ້ຂໍ້ສັງເກດດຽວກັນ, ທ່ານນາງ Susan Boyd ເອກອັກຄະລັດຖະທູດອົດສະຕາລີ ປະຈໍາ ຫວຽດນາມ ໄລຍະ 1994-1998, ຕີລາຄາວ່າ ໃນຊຸມປີຜ່ານມາ, ພາຍໃຕ້ການນຳພາຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຫວຽດນາມ ໄດ້ເປີດກວ້າງການພົວພັນໃນຫຼາຍຂົງເຂດກັບຫຼາຍປະເທດໃນໂລກ, ຈາກການເມືອງ, ການທູດຕະຫຼອດຮອດການສຶກສາ, ສິລະປະ, ຜ່ານນັ້ນພັດທະນາຢ່າງວ່ອງໄວ, ນຳມາເຊິ່ງຊີວິດການເປັນຢູ່ນັບມື້ນັບດີກວ່າໃຫ້ແກ່ປະຊາຊົນ.

ໂດຍ: ເຈິ່ນຮວ່ຽນ