leftcenterrightdel
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່. ພາບ: ສໍານັກຂ່າວສານຫວຽດນາມ

ຕາງໜ້າລັດຖະບານ ແລະປະຊາຊົນໄທ, ທ່ານ Srettha Thavisin ນາຍົກລັດຖະມົນຕີ ໄດ້ສົ່ງຄໍາແບ່ງປັນຄວາມເສົ້າສະຫຼົດໃຈມາຍັງລັດຖະບານ, ປະຊາຊົນຫວຽດນາມ ແລະຄອບຄົວທ່ານເລຂາທິການໃຫຍ່ຕໍ່ຄວາມເສຍຫາຍອັນໃຫຍ່ຫຼວງນີ້.

ການນໍາອິນເດຍ ໄດ້ຕາງໜ້າໃຫ້ລັດຖະບານ ແລະປະຊາຊົນອິນເດຍ ສົ່ງຄໍາແບ່ງປັນຄວາມເສົ້າສະຫຼົດໃຈຕໍ່ຄວາມເສຍຫາຍອັນໃຫຍ່ຫຼວງຂອງຫວຽດນາມ; ສະແດງຄວາມເຄົາລົບຕໍ່ກັບຊີວິດ, ພາລະກິດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ການນໍາອິນເດຍທ່ານຕ່າງໆຢັ້ງຢືນວ່າຈະຄຽງບ່າຄຽງໄຫຼ່ພ້ອມກັບການນໍາ ແລະປະຊາຊົນຫວຽດນາມ, ຄອບຄົວຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນໄລຍະເສົ້າໂສກນີ້.

ທ່ານ Kim Jong Un ເລຂາທິການໃຫຍ່ພັກແຮງງານສປປ.ເກົາຫຼີ ຢັ້ງຢືນວ່າ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ອຸທິດທັງຊີວິດຂອງຕົນໃຫ້ແກ່ການຕໍ່ສູ້ເພື່ອການພັດທະນາຂອງພັກ, ລັດຫວຽດນາມ ແລະຄວາມຜາສຸກຂອງປະຊາຊົນຫວຽດນາມ; ມານະພະຍາຍາມຫຼາຍໃຫ້ແກ່ວຽກງານເພີ່ມທະວີ, ພັດທະນາການພົວພັນມິດຕະພາບຮ່ວມມືລະຫວ່າງສປປ. ເກົາຫຼີ ແລະຫວຽດນາມ, ສອດຄ່ອງກັບເນື້ອໃນຈິດໃຈຂໍ້ຕົກລົງທີ່ບັນລຸໄດ້ຜ່ານການເຈລະຈາສຸດຍອດເມື່ອເດືອນ ມີນາ 2019 ຢູ່ຮ່າໂນ້ຍ; ເນັ້ນໜັກເຖິງຄຸນງານຄວາມດີຂອງທ່ານ ເລຂາທິການໃຫຍ່ ຫງວຽນຝູຈ້ອງ ວ່າຈະຢູ່ກັບປະຫວັດສາດການປະຕິວັດຂອງປະຊາຊົນຫວຽດນາມ ແລະການພົວພັນມິດຕະພາບລະຫວ່າງສອງປະເທດຕະຫຼອດໄປ.

ໂທລະເລກຂອງທ່ານ Yoon Suk Yeol ປະທານາທິບໍດີສ.ເກົາຫຼີ ມີເນື້ອໃນຂຽນ ວ່າ: “ຂ້າພະເຈົ້າຮູ້ສຶກໂສກເສົ້າເສຍດາຍທີ່ສຸດຕໍ່ຂ່າວການຈາກໄປຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຜູ້ນໍາທີ່ຍິ່ງໃຫຍ່ຂອງປະເທດຫວຽດນາມ. ຕາງໜ້າໃຫ້ລັດຖະບານ ແລະປະຊາຊົນສ.ເກົາຫຼີ, ຂ້າພະເຈົ້າຂໍສະແດງຄວາມເສົ້າສະຫຼົດໃຈມາຍັງຄອບຄົວ ແລະປະຊາຊົນຫວຽດນາມ ທີ່ໄດ້ສູນເສຍການນໍາຜູ້ໜຶ່ງທີ່ໜ້າເຄົາລົບຮັກ.

ທ່ານ Joe Biden ປະທານາທິບໍດີອາເມລິກາ ສົ່ງຄໍາສະແດງຄວາມເສົ້າະສະຫຼົດໃຈມາຍັງປະຊາຊົນຫວຽດນາມ ແລະຄອບຄົວທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່ຽວກັບຄວາມເສຍຫາຍອັນໃຫຍ່ຫຼວງນີ້. ສານຂອງທ່ານ Biden ມີຕອນຂຽນວ່າ: “ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນຜູ້ນໍາໜ້າໃນການສ້າງການພົວພັນລົງເລິກລະຫວ່າງປະຊາຊົນຫວຽດນາມ ແລະອາເມລິກາ. ໂດຍອີງໃສ່ການນໍາພາຂອງທ່ານເລຂາທິການໃຫຍ່, ສອງປະເທດພວກເຮົາຈຶ່ງມີນໍ້າໃຈມິດຕະພາບ ແລະການພົວພັນຄູ່ຮ່ວມມືຄືໃນປະຈຸບັນ. ພວກຂ້າພະເຈົ້າເຊີດຊູມໍລະດົກຂອງທ່ານເລຂາທິການໃຫຍ່ ແລະພ້ອມກັບປະຊາຊົນຫວຽດນາມ ຂໍສະແດງຄວາມເສົ້າສະຫຼົດໃຈຕໍ່ການຈາກ ໄປຂອງທ່ານ”.

ໂທລະເລກຂອງທ່ານ Kishida Fumio ນາຍົກລັດຖະມົນຕີຍີ່ປຸ່ນ ມີຕອນຂຽນວ່າ: “ຕາງໜ້າລັດຖະບານ ແລະປະຊາຊົນຍີ່ປຸ່ນ, ຂ້າພະເຈົ້າຂໍສົ່ງຄໍາແບ່ງປັນຄວາມເສົ້າສະຫຼົດໃຈມາຍັງລັດຖະບານ, ປະຊາຊົນຫວຽດນາມ ກໍ່ຄືຄອບຄົວທ່ານເລຂາທິການໃຫຍ່. ການແລກປ່ຽນຄໍາຄິດເຫັນກັບທ່ານເລຂາທິການໃຫຍ່ ໃນການພົບປະຄັ້ງຕ່າງໆໄດ້ກາຍເປັນອານຸສອນຍາກທີ່ຈະລືມໄດ້ສໍາລັບຂ້າພະເຈົ້າ. ອີກຄັ້ງໜຶ່ງ, ຂ້າພະເຈົ້າຂໍສະແດງຄວາມຂອບໃຈຕໍ່ການປະກອບສ່ວນອັນໃຫຍ່ຫຼວງຂອງທ່ານ ຫງວຽນຝູຈ້ອງ ໃນການຊຸກຍູ້ການພົວພັນຫວຽດນາມ-ຍີ່ປຸ່ນ.

ໃນຈົດໝາຍ, ການນໍາອົດສະຕາລີຫຼາຍທ່ານໄດ້ສົ່ງຄໍາແບ່ງປັນຄວາມເສົ້າສະຫຼົດໃຈມາຍັງສະພາແຫ່ງຊາດ, ລັດຖະບານ, ປະຊາຊົນ ຫວຽດນາມ ແລະຄອບຄົວທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕໍ່ກັບການສູນເສຍອັນໃຫຍ່ຫຼວງນີ້; ຕີລາຄາສູງຕໍ່ອາລົມຈິດ ແລະນ້ຳໃຈຄວາມຮັກແພງທີ່ທ່ານເລຂາທິການໃຫຍ່ທີ່ໄດ້ສະຫງວນໃຫ້ການພົວພັນສອງປະເທດຫວຽດນາມ - ອົດສະຕາລີ, ພິເສດແມ່ນໃນການຍົກລະດັບການພົວພັນສອງປະເທດຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ແລະທ່ານ Dennis Francis ປະທານສະມັດຊາໃຫຍ່ ສປຊ ໄດ້ສົ່ງຄໍາແບ່ງປັນຄວາມເສົ້າສະຫຼົດໃຈມາຍັງລັດ, ປະຊາຊົນຫວຽດນາມ ແລະຄອບຄົວຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

ທ່ານເລຂາທິການໃຫຍ່ ສປຊ ໄດ້ແບ່ງປັນຄວາມເສົ້າໂສກ ແລະຄວາມເສຍຫາຍອັນໃຫຍ່ຫຼວງຂອງປະຊາຊົນຫວຽດນາມ ຕໍ່ການຈາກໄປຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ທ່ານເລຂາທິການໃຫຍ່ ໄດ້ເນັ້ນໜັກວ່າ ໃນຖານະຕໍາແໜ່ງເປັນເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ແຕ່ປີ 2011, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນການນໍາທີ່ບົດບາດຫຼັກແຫຼ່ງໃນປະຫວັດສາດຍຸກປະຈຸບັນຂອງຫວຽດນາມ. ພາຍໃຕ້ການນໍາພາຂອງທ່ານເລຂາທິການໃຫຍ່, ຫວຽດນາມ ສືບຕໍ່ເສັ້ນທາງພັດທະນາຢ່າງແຂງແຮງ, ກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ເຕີບໂຕໄວແຖວໜ້າໂລກ ແລະແມ່ນໜຶ່ງຄູ່ຮ່ວມມືສໍາຄັນຂອງ ສປຊ.

ທ່ານ Dennis Francis ໄດ້ເຊີດຊູທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ວ່າ ແມ່ນການນໍາທີ່ມີຄວາມສຸດໃຈ, ໄດ້ອຸທິດທັງຊີວິດຂອງຕົນໃຫ້ແກ່ປະເທດຊາດ.

ໂດຍ: ໄຊນີດາ