ສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ເລຂາຄະນະພັກການທະຫານສູນກາງ, ເກີດວັນທີ 14 ເມສາ ປີ 1944; ບ້ານເກີດ: ຕາແສງດົງໂຮ້ຍ, ເມືອງດົງແອງ, ນະຄອນຮ່າໂນ້ຍ. ທີ່ຢູ່ອາໄສ ເຮືອນເລກທີ 5, ຖະໜົນທ່ຽນກວາງ, ຕາແສງຫງວຽນຢູ, ເມືອງຫາຍບ່າຈຶງ, ນະຄອນຮ່າໂນ້ຍ.

ພາຍຫຼັງເປັນພະຍາດໜັກ, ເຖິງວ່າພັກ, ລັດ, ຄະນະສາດສະດາຈານ, ແພດໝໍແຖວໜ້າເອົາໃຈໃສ່ປິ່ນປົວ ແລະຄອບຄົວເບິ່ງແຍງດູແລຢ່າງສຸດຈິດສຸດໃຈແລ້ວກໍ່ຕາມ, ແຕ່ຍ້ອນອາຍຸສູງ ແລະເປັນພະຍາດໜັກ, ສະຫາຍໄດ້ເຖິງແກ່ມໍລະນະກຳໃນເວລາ 13 ໂມງ 38 ນາທີຂອງວັນທີ 19 ກໍລະກົດ 2024 ຢູ່ໂຮງໝໍສູນກາງກອງທັບ 108, ລວມອາຍຸ 80 ປີ.

leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ . ພາບ: ສໍານັກຂ່າວສານຫວຽດນາມ

ໃນຕະຫຼອດ 60 ປີແຫ່ງການປະຕິບັດງານ,  ສະຫາຍໄດ້ປະກອບສ່ວນອັນໃຫຍ່ຫຼວງ ແລະດີເດັ່ນພິເສດຕໍ່ພາລະກິດປະຕິວັດອັນສະຫງ່າລາສີຂອງພັກ ແລະປະເທດຊາດ. ສະຫາຍໄດ້ຮັບຫຼຽນໄຊດາວຄຳ, ຫຼຽນກາອາຍຸພັກ 55 ປີຈາກພັກ ແລະລັດ ແລະຫຼາຍຫຼຽນໄຊ, ຫຼຽນກາອັນສູງສົ່ງອື່ນໆຫຼາຍຫຼຽນຂອງຫວຽດນາມ ແລະສາກົນ.

ສະຫາຍຈາກໄປແມ່ນຄວາມເສຍຫາຍຢ່າງໃຫຍ່ຫຼວງຕໍ່ພັກ, ລັດ ປະຊາຊົນ ແລະຄອບຄົວ, ຍາດຕີພິນ້ອງຂອງສະຫາຍ. ເພື່ອສະແດງຄວາມອາໄລອາວອນຢ່າງສຸດຊຶ້ງ ແລະອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ ສສ ຫວຽດນາມ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຕົກລົງຈັດຕັ້ງພິທີງານສົບລະດັບຊາດທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ

ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ

ປະທານປະເທດ ແຫ່ງ ສສ ຫວຽດນາມ

ລັດຖະບານ ແຫ່ງ ສສ ຫວຽດນາມ

ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ

ພິທີໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຈັດຢູ່ຫໍທຳພິທີງານສົບລະດັບຊາດເລກທີ 5 ຖະໜົນເຈິ່ນແທ໊ງຕົງ, ນະຄອນຮ່າໂນ້ຍ ເລີ່ມແຕ່ເວລາ 7 ໂມງ 00 ນາທີເຖິງ 22 ໂມງ 00 ນາທີຂອງວັນທີ 25 ກໍລະກົດ 2024 ແລະເວລາ 7 ໂມງ 00 ນາທີ ເຖິງ 13 ໂມງ 00 ນາທີຂອງວັນທີ 26 ກໍລະກົດ 2024.

ພິທີໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຈັດໃນເວລາ 13 ໂມງ 00 ນາທີຂອງວັນທີ 26 ກໍລະກົດ 2024 ຢູ່ຫໍທຳພິທີງານສົບລະດັບຊາດເລກທີ 5 ຖະໜົນເຈິ່ນແທ໊ງຕົງ, ຮ່າໂນ້ຍ.

ພິທີປົງສົບຈະໄດ້ຈັດຂຶ້ນໃນເວລາ 15 ໂມງ 30 ນາທີຂອງວັນດຽວກັນ ຢູ່ສຸສານມາຍຢິກ,  ນະຄອນຮ່າໂນ້ຍ.

ໃນສອງວັນໄວ້ທຸກລະດັບຊາດ (ວັນທີ 25 – 26 ກໍລະກົດ 2024), ບັນດາອົງການ, ສຳນັກງານ, ສະຖານທີ່ສາທາລະນະຈະຕ້ອງຊັກທຸງລົງເຄິ່ງເສົາ ແລະບໍ່ໄດ້ຈັດຕັ້ງການເຄື່ອນໄຫວລະຫຼິ້ນບັນເທິງຕ່າງໆ.

ໂດຍ: ທະນາພອນ