ທ່ານປະທານປະເທດ ໂຕເລິມ ຖືວ່າ, ອົງການຈັດຕັ້ງບັນດາປະເທດ Turkic ມີບົດບາດສຳຄັນ, ຕັ້ງຢູ່ຈຸດໃຈກາງ ແລະເຊື່ອມຕໍ່ລະຫວ່າງ ອາຊີ ແລະເອີລົບ; ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືກັບອົງການຈັດຕັ້ງບັນດາປະເທດ Turkic ເວົ້າລວມ ແລະແຕ່ລະປະເທດສະມາຊິກເວົ້າສະເພາະ.

ຕີລາຄາສູງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ແລະ ອາແຊກໄບຊານ, ກາຊັກສະຖານ ແລະ ຕວກກີ ໃນໄລຍະຜ່ານມາ ສືບຕໍ່ໄດ້ຮັບການປັບປຸງຜ່ານການພົບປະທຸກຂັ້ນເປັນປະຈໍາ, ທ່ານປະທານປະເທດ ໂຕເລິມ ສະເໜີໃຫ້ບັນດາເອກອັກຄະລັດຖະທູດ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການຂອງຫວຽດນາມ ເພື່ອຊຸກຍູ້ການແລກປ່ຽນຄະນະຜູ້ແທນ; ພິເສດແມ່ນການຢ້ຽມຢາມຂັ້ນສູງ. ທ່ານປະທານປະເທດ ເນັ້ນໜັກວ່າ ຫວຽດນາມ ແລະ ອາແຊກໄບຊານ, ກາຊັກສະຖານ ແລະ ຕວກກີ ຕ້ອງສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນ, ສະໜັບສະໜູນເຊິ່ງກັນ ແລະກັນ ຢູ່ບັນດາເວທີປາໄສສາກົນ ແລະພາກພື້ນ, ໃນນັ້ນມີສະຫະປະຊາຊາດ.

leftcenterrightdel
ທ່ານ ໂຕເລິມ ປະທານປະເທດຫວຽດນາມ ແລະເອກອັກຄະລັດຖະທູດບັນດາປະເທດ ຂຶ້ນກັບອົງການຈັດຕັ້ງບັນດາປະເທດ Turkic. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານປະທານປະເທດ ໂຕເລິມ ເຊື່ອໝັ້ນວ່າ ດ້ວຍປະສົບການ ແລະຄວາມສຸດຈິດສຸດໃຈໃນວຽກງານ, ບັນດາເອກອັກຄະລັດຖະທູດຈະປະກອບສ່ວນແທດຈິງຫຼາຍຢ່າງເຂົ້າໃນການຊຸກຍູ້ການພົວພັນຮ່ວມມືລະຫວ່າງຫວຽດນາມ - ອາແຊກໄບຊານ, ກາຊັກສະຖານ ແລະ ຕວກກີ ໃນໄລຍະຈະມາເຖິງ, ເຮັດໃຫ້ການພົວພັນລະຫວ່າງສອງປະເທດພັດທະນາຮອບດ້ານ, ເຂັ້ມແຂງກວ່າອີກ, ພ້ອມທັງຢືນຢັນວ່າ ພັກ, ລັດ ແລະບັນດາກະຊວງ, ຂະແໜງການຂອງຫວຽດນາມ ຈະສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາເອກອັກຄະລັດຖະທູດປະຕິບັດໜ້າທີ່ການທູດ ຢູ່ຫວຽດນາມ ປະສົບຜົນສຳເລັດ.

ບັນດາເອກອັກຄະລັດຖະທູດອາແຊກໄບຊານ, ກາຊັກສະຖານ ແລະ ຕວກກີ ເນັ້ນໜັກວ່າ ບົນພື້ນຖານການພົວພັນມິດຕະພາບ ແລະການຮ່ວມມືຫຼາຍດ້ານ, ບັນດາປະເທດຖືເປັນສຳຄັນບົດບາດຂອງ ຫວຽດນາມ, ປາດຖະໜາຢາກ ເປີດກວ້າງການພົວພັນຮ່ວມມືສອງຝ່າຍກັບຫວຽດນາມ ກວ່າອີກ ກໍ່ຄືການສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສຫຼາຍຝ່າຍ, ຊຸກຍູ້ການຮ່ວມມືລະຫວ່າງ Turkic ແລະ ອາຊຽນ ເພື່ອຜົນປະໂຫຍດຂອງແຕ່ລະປະເທດ, ເພື່ອສັນຕິພາບ, ການຮ່ວມມື ແລະການພັດທະນາຢູ່ສອງພາກພື້ນ ແລະໃນໂລກ.

ໂດຍ: ຈາງຫງວຽນ