ສືບຕໍ່ເພີ່ມພູນຄູນສ້າງໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ - ກໍາປູເຈຍ

ພາຍຫຼັງພິທີຕ້ອນຮັບ, ທ່ານ ໂຕເລິມ ປະທານປະເທດຫວຽດນາມ ໄດ້ມີການພົບປະກັບພະມະຫາກະສັດແຫ່ງລາຊະອານາຈັກກຳປູເຈຍ Norodom Sihamoni.

ການນຳ 2 ປະເທດໄດ້ສະແດງຄວາມປິຕິຊົມຊື່ນທີ່ການພົວພັນຮ່ວມມືລະຫວ່າງສອງປະເທດສືບຕໍ່ພັດທະນາຢ່າງໝັ້ນຄົງ, ມີຄວາມໄວ້ເນື້ອເຊື່ອໃຈ, ສະໜິດຕິດພັນລະຫວ່າງການນໍາ ແລະປະຊາຊົນສອງປະເທດນັບມື້ນັບຮັດແໜ້ນ, ການຄ້າລະຫວ່າງສອງປະເທດແມ່ນຈຸດທີ່ພົ້ນເດັ່ນດ້ວຍລະດັບການເຕີບໂຕທີ່ໜ້າປະທັບໃຈ. ການນຳສອງປະເທດຫວັງວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນ, ວັດທະນະທໍາ, ວິທະຍາສາດ - ເຕັກນິກ ແລະການພົບປະແລກປ່ຽນປະຊາຊົນ, ແກ້ໄຂບັນດາບັນຫາທີ່ພົ້ນເດັ່ນບົນຈິດໃຈບ້ານໃກ້ເຮືອນຄຽງ, ຄວາມສາມັກຄີສະໜິດຕິດພັນ.

leftcenterrightdel
ທ່ານ ໂຕເລິມ ປະທານປະເທດຫວຽດນາມ ພົບປະກັບພະມະຫາກະສັດແຫ່ງລາຊະອານາຈັກກຳປູເຈຍ Norodom Sihamoni . ພາບ: ສໍານັກຂ່າວສານຫວຽດນາມ

ການນຳສອງປະເທດ ຢັ້ງຢືນວ່າ ນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີ, ການຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງສອງປະເທດໄດ້ເພີ່ມພູນຄູນສ້າງດ້ວຍຄວາມມານະພະຍາຍາມຈົນນັບບໍ່ຖ້ວນ ແລະນັບທັງເລືອດເນື້ອເຊື້ອໄຂຂອງຄົນລຸ້ນກ່ອນ, ແມ່ນຊັບສົມບັດອັນລ້ຳຄ່າທີ່ຕ້ອງໄດ້ຮັກສາໄວ້ເພື່ອຄົນລຸ້ນຫຼັງ; ຢືນຢັນວ່າຈະສືບຕໍ່ເພີ່ມພູນສ້າງໃຫ້ການພົວພັນອັນດີງາມນັ້ນ, ພ້ອມທັງຕັດສິນໃຈຊຸກຍູ້ການໂຄສະນາເຜີຍແຜ່ຢ່າງເລິກເຊິ່ງກວ້າງຂວາງ, ສຶກສາອົບຮົມລຸ້ນໜຸ່ມຂອງສອງປະເທດໃຫ້ມີຄວາມເຂົ້າໃຈຖືກຕ້ອງກ່ຽວກັບນ້ຳໃຈສາມັກຄີ, ຄວາມສະໜິດຕິດພັນ, ການເສຍສະຫຼະໃຫ້ກັນຂອງສອງປະເທດ, ສອງຊາດ ແລະສືບຕໍ່ຊຸກຍູ້ການພົວພັນມິດຕະພາບ ຫວຽດນາມ - ກໍາປູເຈຍ.

ນຳການພົວພັນລະຫວ່າງສອງປະເທດໃຫ້ພັດທະນາຢ່າງແຂງແຮງໃນໄລຍະໃໝ່

ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ກຳປູເຈຍ, ຕອນບ່າຍວັນທີ 12 ກໍລະກົດ, ທ່ານ ໂຕເລິມ ປະທານປະເທດຫວຽດນາມ ໄດ້ມີການພົບປະກັບທ່ານ Samdech Techo Hun Sen ປະທານພັກປະຊາຊົນກໍາປູເຈຍ (CPP), ປະທານສະພາສູງກຳປູເຈຍ.

leftcenterrightdel
ທ່ານ ໂຕເລິມ ປະທານປະເທດຫວຽດນາມ ແລະທ່ານ Samdech Techo Hun Sen ປະທານພັກປະຊາຊົນກໍາປູເຈຍ, ປະທານສະພາສູງກຳປູເຈຍ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການພົບປະ, ການນຳສອງທ່ານໄດ້ຕີລາຄາສູງບັນດາໝາກຜົນການຮ່ວມມືທີ່ສອງຝ່າຍບັນລຸໄດ້ໃນໄລຍະຜ່ານມາ. ໃນນັ້ນ, ຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງໄດ້ເພີ່ມຂຶ້ນ; ການນຳຂັ້ນສູງຂອງສອງປະເທດໄດ້ຢ້ຽມຢາມ ແລະພົບປະກັນເປັນປະຈຳ; ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ມີການພັດທະນາຢ່າງແທດຈິງ, ເລິກເຊິ່ງຂຶ້ນຕື່ມ ແລະກາຍເປັນເສົາຄ້ຳໃນການພົວພັນ; ການຮ່ວມມືດ້ານການຄ້າ - ການລົງທຶນ ນັບມື້ນັບສະໜິດສະໜົມ, ດ້ວຍຜົນປະໂຫຍດທີ່ຕິດພັນ, ຫວຽດນາມ ສືບຕໍ່ແມ່ນໜຶ່ງໃນບັນດານັກລົງທຶນ, ຄູ່ຮ່ວມມືດ້ານການຄ້າໃຫຍ່ຂອງ ກຳປູເຈຍ; ບັນດາຂົງເຂດການຮ່ວມມືອື່ນໆເຊັ່ນ: ການສຶກສາ, ວັດທະນະທຳ, ທ່ອງທ່ຽວ... ນັບມື້ນັບອຸດົມສົມບູນ, ມີຄວາມຫຼາກຫຼາຍຂຶ້ນເລື້ອຍໆ.

ສອງຝ່າຍໄດ້ເຫັນດີສືບຕໍ່ເພີ່ມທະວີການຮ່ວມມືລະຫວ່າງ 3 ປະເທດ ຫວຽດນາມ - ລາວ - ກໍາປູເຈຍ, ໃນນັ້ນມີການຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ທີ່ກອງປະຊຸມຂັ້ນສູງລະຫວ່າງການນຳພັກກອມມູນິດຫວຽດນາມ - ພັກປະຊາຊົນກຳປູເຈຍ ແລະພັກປະຊາຊົນປະຕິວັດລາວ; ຮັກສາ ແລະເສີມຂະຫຍາຍບັນດາການພົບປະລະຫວ່າງ 3 ນາຍົກລັດຖະມົນຕີ, ປະທານສະພາແຫ່ງຊາດ, ລັດຖະມົນຕີກະຊວງຕໍາຫຼວດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ, ກະຊວງການຕ່າງປະເທດ ແລະການນຳຂອງບາງກະຊວງ, ຂະແໜງການຂອງ 3 ປະເທດຢ່າງມີປະສິດທິຜົນ; ປັບປຸງຄວາມສາມັກຄີ, ຄວາມສະໜິດຕິດພັນເພື່ອຜົນປະໂຫຍດຂອງແຕ່ລະປະເທດ ແລະເພື່ອຜົນປະໂຫຍດລວມຂອງພາກພື້ນ.

ໂດຍ: ຈາງຫງວຽນ