ທ່ານນາຍົກລັດຖະມົນຕີ ໄດ້ກວດກາ, ມອບຂອງຂວັນລະດົມກໍາລັງໃຈໃຫ້ບັນດາກຳລັງກໍ່ສ້າງໂຄງການຢູ່ ແຍກ  IC5  Km47+800 ຢູ່ຕາແສງ ວິ້ງເຕື່ອງ (ວິທຸ້ຍ, ເຮົ້າຢາງ). ທ່ານນາຍົກລັດຖະມົນຕີ ກໍ່ໄດ້ໄປຮອດຕາແສງວິ້ງເຕື່ອງ ເພື່ອກຳແໜ້ນສະພາບຊີວິດການເປັນຢູ່ຂອງປະຊາຊົນພາຍຫຼັງມອບດິນໃຫ້ແກ່ໂຄງການ. ທ່ານນາຍົກລັດຖະມົນຕີ ສະແດງຄວາມປິຕິຊົມຊື່ນ ເພາະຊີວິດການເປັນຢູ່ຂອງປະຊາຊົນຢູ່ວິ້ງເຕື່ອງ ໄດ້ຮັບການຮັບປະກັນ; ຂອບໃຈປະຊາຊົນທີ່ໄດ້ມອບດິນໃຫ້ໂຄງການ; ຫວັງວ່າ ປະຊາຊົນຈະສືບຕໍ່ສະໜັບສະໜູນ, ເຂົ້າຮ່ວມວຽກງານ, ໜູນຊ່ວຍກຳລັງກໍ່ສ້າງ ແລະຮັກສາຄວາມສະຫງົບປອດໄພ, ປົກປັກຮັກສາສິ່ງແວດລ້ອມໃນຕະຫຼອດໄລຍະທີ່ຜັນຂະຫຍາຍໂຄງການ ກໍ່ເຊັ່ນດຽວກັບໃນເວລາທີ່ຂຸດຄົ້ນໂຄງການ...

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ມອບຂອງຂວັນໃຫ້ບັນດາຫົວໜ່ວຍກໍ່ສ້າງໂຄງການທາງດ່ວນ ເກິ່ນເທີ - ກ່າເມົາ ຜ່ານແຂວງ ເຮົ້າຢາງ. ພາບ: baochinhphu.vn

ຕໍ່ຈາກນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ມີການພົບປະກັບການນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ຄະນະຄຸ້ມຄອງໂຄງການ ແລະຜູ້ຮັບເໝົາເພື່ອແກ້ໄຂບັນດາຂໍ້ຕິດຄັດ, ຊຸກຍູ້ການຜັນຂະຫຍາຍໂຄງການ. ສະຫຼຸບການເຮັດວຽກ, ທ່ານນາຍົກລັດຖະມົນຕີ ສະແດງຄວາມປິຕິຊົມຊື່ນພາຍຫຼັງ 3 ປີທີ່ຜັນຂະຫຍາຍ, ຈັດຕັ້ງປະຕິບັດ, ມາຮອດປະຈຸບັນ, ເສັ້ນທາງດ່ວນໄປຜ່ານທົ່ງພຽງແມ່ນ້ຳຂອງ ແຕ່ ເກິ່ນເທີ ໄປຫາ ກ່າເມົາ ໄດ້ສ້າງຂຶ້ນ, ໂດຍໄດ້ຮັບການກໍ່ສ້າງໃນພາບດຽວກັນ.

ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ຜົນສຳເລັດນີ້ແມ່ນຍ້ອນຄວາມມານະພະຍາຍາມ, ຄວາມຕັດສິນໃຈທີ່ສູງຂອງພັກ, ສະພາແຫ່ງຊາດ, ລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ປະຊາຊົນຢູ່ສະຖານທີ່ຜັນຂະຫຍາຍໂຄງການ, ແລະບັນດານັກວິສະວະກອນ, ກຳມະກອນກໍ່ສ້າງ. ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ, ຂອບໃຈທຸກພາກສ່ວນທີ່ກ່ຽວຂ້ອງໃນຂັ້ນຕອນການຈັດຕັ້ງປະຕິບັດໂຄງການ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຮອດທ້າຍປີ 2025, ທົ່ວປະເທດຈະສຳເລັດການກໍ່ສ້າງເສັ້ນທາງດ່ວນ 3.000 ກິໂລເມັດ ຕອນຈາກ ກາວບັ່ງ ໄປຫາ ກ່າເມົາ.

ໂດຍ: ຈາງຫງວຽນ