leftcenterrightdel
ທ່ານປະທານປະເທດ ໂຕເລິມ ພົບປະກັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນທ່ານປະທານປະເທດ ໂຕເລິມ ໃນການຢ້ຽມຢາມທາງລັດຖະກິດ ສປປ ລາວ ໃນຖານະຕຳແໜ່ງໃໝ່; ອວຍພອນທ່ານ ໂຕເລິມ ໄດ້ຮັບເລືອກຕັ້ງເປັນປະທານປະເທດຫວຽດນາມ ທີ່ກອງປະຊຸມສະໄໝສາມັນ ຄັ້ງທີ 7 ຊຸດທີ XV ໃນເດືອນພຶດສະພາ ຜ່ານມາ. ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ເນັ້ນໜັກວ່າ ບັນດາຜົນງານອັນໃຫຍ່ຫຼວງ ແລະຮອບດ້ານເຊິ່ງພັກ, ລັດ ແລະປະຊາຊົນຫວຽດນາມ ອ້າຍນ້ອງບັນລຸໄດ້ໃນໄລຍະຜ່ານມາ ສືບຕໍ່ແມ່ນແຫຼ່ງລະດົມກໍາລັງໃຈອັນໃຫຍ່ຫຼວງໃຫ້ແກ່ລາວ ໃນພາລະກິດປົກປັກຮັກສາ ແລະພັດທະນາປະເທດຊາດ.

ທ່ານປະທານປະເທດ ໂຕເລິມ ເຊື່ອໝັ້ນວ່າ ລາວ ຈະຜ່ານຜ່າຄວາມຫຍຸ້ງຍາກຕໍ່ໜ້າ, ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະແຜນການພັດທະນາເສດຖະກິດ-ສັງຄົມ ຄັ້ງທີ IX ໄລຍະ 2021-2025 ຢ່າງມີໄຊ...

leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຢັ້ງຢືນຈະສືບຕໍ່ພ້ອມກັບທ່ານນາຍົກລັດຖະມົນຕີ ຟ້າມມີງຈີ໊ງ ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງລະຫວ່າງສອງປະເທດ, ເປັນຕົ້ນແມ່ນໃນຂົງເຂດເສດຖະກິດ, ແນໃສ່ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ປະຊາຊົນສອງປະເທດກວ່າອີກ.

ແລກປ່ຽນບັນຫາພາກພື້ນ ແລະສາກົນ, ການນຳສອງທ່ານ ເຫັນດີເປັນເອກະພາບວ່າ ໃນສະພາບການໂລກພວມມີການປ່ຽນແປງຢ່າງວ່ອງໄວ ແລະສັບສົນຄືໃນປະຈຸບັນ, ສອງຝ່າຍຄວນເພີ່ມທະວີການສົມທົບ, ສະໜັບສະໜູນເຊິ່ງກັນ ແລະກັນໃນເວທີປາໄສຫຼາຍຝ່າຍ, ເປັນຕົ້ນແມ່ນຢູ່ສະຫະປະຊາຊາດ, ອາຊຽນ ແລະກົນໄກຮ່ວມມືອະນຸພາກພື້ນແມ່ນ້ຳຂອງ. ທ່ານປະທານປະເທດ ເນັ້ນໜັກວ່າ, ຫວຽດນາມ ພ້ອມແລ້ວທີ່ຈະສືບຕໍ່ໜູນຊ່ວຍລາວ ດຳລົງບົດບາດເປັນປະທານອາຊຽນ ແລະປະທານສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (AIPA) ປີ 2024, ປະກອບສ່ວນຍົກສູງບົດບາດ, ທີ່ຕັ້ງຂອງລາວ ຢູ່ພາກພື້ນ ແລະໃນໂລກ.

ໂດຍ: ເຈິ່ນຮວ່ຽນ