ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ຫວຽດນາມ ແມ່ນພື້ນຖານເສດຖະກິດເປີດ, ສະນັ້ນ logistics ສວມບົດບາດສຳຄັນໃນການພັດທະນາເສດຖະກິດຂອງຫວຽດນາມ ຕາມທ່າອ່ຽງຂອງໂລກ. ທ່ານໃຫ້ຮູ້ວ່າ ລະດັບເຕີບໂຕແຕ່ລະປີບັນລຸແຕ່ 14 - 16% ແລະປະຈຸບັນ, ຫວຽດນາມ ພວມສ້າງຍຸດທະສາດພັດທະນາການບໍລິການ logistics ຫວຽດນາມ ໄລຍະ 2025 - 2030, ວິໄສທັດຮອດປີ 2045. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ FIATA ແບ່ງປັນຂໍ້ມູນ, ໃຫ້ຄຳປຶກສາ, ໜູນຊ່ວຍໃນການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ເອົາໃຈໃສ່ເຖິງບັນດາມາດຕະການແກ້ໄຂພັດທະນາ logistics ກະສິກຳ, ອຸດສາຫະກຳ, ການພັດທະນາບັນດາກອງກ່ຳປັນທະເລ, ບັນດາແລວເສດຖະກິດ, ການຄ້າ - ຂົນສົ່ງ ແລະໜູນຊ່ວຍດ້ານເຕັກນິກຫຼາຍກວ່າອີກ ເພື່ອໃຫ້ຫວຽດນາມ ສ້າງຍຸດທະສາດແຫ່ງຊາດກ່ຽວກັບການພັດທະນາການບໍລິການ logistics ໃນປີ 2024 ໃຫ້ສົມບູນແບບ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານ Turgut Erkeskin ປະທານສະຫະພັນສະມາຄົມມອບ - ຮັບຂົນສົ່ງສາກົນ. ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນທ່ານ Turgut Erkeskin ຖືວ່າ ຫວຽດນາມ ມີຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງ ເພື່ອກາຍເປັນສູນ logistics ຂອງພາກພື້ນ ແລະໂລກ, ພ້ອມທັງຢືນຢັນວ່າ, FIATA ຈະໜູນຊ່ວຍສະຫະສະມາຄົມວິສາຫະກິດການບໍລິການ logistics ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມໃຫຍ່ໂລກ FIATA ໃນປີ 2025.

ໂດຍ: ກວຽດເຕິມ