ກ່າວຄໍາເຫັນທີ່ການຕ້ອນຮັບ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ຢັ້ງຢືນວ່າ ການນຳສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ ແລະຕີລາຄາສູງບົດບາດຂອງອົງການກວດສອບແຫ່ງລັດຫວຽດນາມ ໃນການຍົກສູງປະສິດທິຜົນໃນການຄຸ້ມຄອງການເງິນ, ຊັບສິນສ່ວນລວມ, ພົບເຫັນ ແລະປັບໄໝລົງໂທດການລະເມີດ, ສະກັດກັ້ນການຮົ້ວໄຫຼຊັບສິນສ່ວນລວມ ແລະພິເສດແມ່ນປະກອບສ່ວນເຂົ້າໃນຄວາມໂປ່ງໄສ, ເຊື່ອໝັ້ນຂອງພື້ນຖານການເງິນແຫ່ງຊາດ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານປະທານສະພາແຫ່ງຊາດ ປາດຖະໜາວ່າ ອົງການກວດສອບແຫ່ງລັດຫວຽດນາມ ຈະສືບຕໍ່ມານະພະຍາຍາມ, ເປັນເຈົ້າການ, ເປັນຂົວຕໍ່ທີ່ສຳຄັນ ເພື່ອປະກອບສ່ວນຫຼາຍກວ່າອີກເຂົ້າໃນການພັດທະນາລວມຂອງປະຊາຄົມກວດສອບສາທາລະນະຢູ່ພາກພື້ນ ແລະໃນໂລກ; ບັນດາອົງການ, ການຈັດຕັ້ງສາກົນ, ກວດສອບບັນດາປະເທດໃນພາກພື້ນ ແລະສາກົນສະໜັບສະໜູນອົງການກວດສອບແຫ່ງລັດຫວຽດນາມ ປະຕິບັດສຳເລັດໜ້າທີ່ພາຍໃນປະເທດ ແລະປະຕິບັດສໍາເລັດໜ້າທີ່ຮັບຜິດຊອບຕໍ່ປະຊາຄົມສາກົນ.

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະບັນດາຜູ້ແທນ. ພາບ: ສໍານັກຂ່າວສານຫວຽດນາມ

ໂດຍຕາງໜ້າໃຫ້ແກ່ຄະນະຜູ້ແທນເຂົ້າຮ່ວມການພົບປະ, ທ່ານນາງ Tsakani Maluleke ຫົວໜ້າອົງການກວດສອບແຫ່ງລັດອາຟະລິກາໃຕ້  ເນັ້ນໜັກວ່າ ອົງການກວດສອບແຫ່ງລັດຫວຽດນາມ ມີການປະກອບສ່ວນຫຼາຍຢ່າງໃຫ້ແກ່ປະຊາຄົມອົງການກວດສອບແຫ່ງລັດສູງສຸດຂອງບັນດາປະເທດໃນໂລກ ແລະການເຄື່ອນໄຫວຂອງບັນດາອົງການກວດສອບສູງສຸດ (INTOSAI), ທ່ານນາງ ຢັ້ງຢືນການສະໜັບສະໜູນຂອງບັນດາອົງການ, ຄື: ສະພາແຫ່ງຊາດຈະຊ່ວຍອົງການກວດສອບແຫ່ງລັດຫວຽດນາມ ມີແຫຼ່ງກຳລັງປະຕິບັດໜ້າທີ່, ຄວາມຮັບຜິດຊອບຂອງຕົນເປັນຢ່າງດີ.

ໂດຍ: ທະນາພອນ