ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ Limber Cruz Lopez ໄດ້ແຈ້ງໃຫ້ຮູ້ກ່ຽວກັບໄຊຊະນະຂອງພັກ PRM ໃນການເລືອກຕັ້ງປະທານາທິບໍດີ ສ.ໂດມິນິການາ ເມື່ອເດືອນພຶດສະພາຜ່ານມາ; ປາດຖະໜາຢາກເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືລະຫວ່າງພັກ PRM ແລະພັກກອມມູນິດຫວຽດນາມ ກໍ່ຄືລະຫວ່າງສອງປະເທດ. ພ້ອມທັງ, ຫວັງວ່າ ສອງປະເທດຈະເພີ່ມທະວີການຮ່ວມມືໃນທຸກຂົງເຂດ, ພິເສດແມ່ນດ້ານການຄ້າ, ກະສິກຳ, ການທ່ອງທ່ຽວ, ສືບຕໍ່ສົມທົບ ແລະສະໜັບສະໜູນເຊິ່ງກັນ ແລະກັນໃນເວທີປາໄສສາກົນ ແລະພາກພື້ນ.

leftcenterrightdel
ທ່ານ ເລຮວ່າຍຈູງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ຕ້ອນຮັບທ່ານ Limber Cruz Lopez ລັດຖະມົນຕີກະຊວງກະສິກຳ ສ.ໂດມິນິການາ. ພາບ: ທຸ່ຍລີງ

ທ່ານ ເລຮວ່າຍຈູງ ຊົມເຊີຍບັນດາໝາກຜົນສຳຄັນໃນການພັດທະນາເສດຖະກິດ, ສັງຄົມຢູ່ ສ.ໂດມິນິການາ ພາຍໃຕ້ການນຳພາຂອງພັກ PRM ໂດຍທ່ານປະທານາທິບໍດີ Luis Abinader ນໍາໜ້າ. ທ່ານ ເລຮວ່າຍຈູງ ຢັ້ງຢືນວ່າ ພັກກອມມູນິດຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບ ແລະການຮ່ວມມືກັບພັກ PRM ແລະບັນດາພັກການເມືອງຢູ່ ສ.ໂດມິນິການາ, ໃນນັ້ນມີພັກຂະບວນການຝ່າຍຊ້າຍເອກະພາບໂດມິນິການາ; ເຫັນດີເປັນເອກະພາບເພີ່ມທະວີການພົວພັນລະຫວ່າງສອງພັກແນໃສ່ປັບປຸງພື້ນຖານການເມືອງ ແລະກໍານົດທິດທາງ, ຊຸກຍູ້ການຮ່ວມມືສອງຝ່າຍ. ທ່ານ ເລຮວ່າຍຈູງ ສະເໜີໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມືຢ່າງແທດຈິງໃນບັນດາຂົງເຂດທີ່ສອງຝ່າຍມີທ່າແຮງ ແລະຄວາມຕ້ອງການໃນໄລຍະຈະມາເຖິງ, ໃນນັ້ນມີຂົງເຂດກະສິກໍາ; ຕັ້ງໜ້າສະໜັບສະໜູນເຊິ່ງກັນ ແລະກັນໃນເວທີປາໄສສາກົນ.

ໂດຍ: ເຈິ່ນຮວ່ຽນ