ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ເນັ້ນໜັກວ່າ ລັດຖະບານຫວຽດນາມ ຖືເປັນສໍາຄັນ ແລະປາດຖະໜາຢາກເພີ່ມທະວີການຮ່ວມມືກັບອັງກິດ, ຕາມທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ແລ້ວ, ໃນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ, ການຮ່ວມມືດ້ານເສດຖະກິດ - ການລົງທຶນ ສືບຕໍ່ສວມບົດບາດຫຼັກແຫຼ່ງ.

ປະຈຸບັນ ອັງກິດ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 3 ຂອງຫວຽດນາມ ໃນຕະຫຼາດເອີລົບ, ແມ່ນປະເທດສົ່ງອອກໃຫຍ່ອັນດັບ 9, ທັງແມ່ນໜຶ່ງໃນບັນດານັກລົງທຶນແຖວໜ້າຂອງເອີລົບ ຢູ່ ຫວຽດນາມ.

leftcenterrightdel
ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ຕ້ອນຮັບທ່ານ Jose Vinals ປະທານກຸ່ມບໍລິສັດ Standard Chartered. ພາບ: ສໍານັກຂ່າວສານຫວຽດນາມ

ໃນສະພາບການນັ້ນ, ລັດຖະບານປາດຖະໜາ ແລະເຊື່ອໝັ້ນວ່າ ການມີໜ້າຂອງທະນາຄານອັງກິດ ຢູ່ ຫວຽດນາມ, ຄື: Standard Chartered ຈະສືບຕໍ່ມີການປະກອບສ່ວນຢ່າງຕັ້ງໜ້າ, ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບ ແລະການຮ່ວມມືອັນດີງາມ, ມີປະສິດທິຜົນລະຫວ່າງສອງປະເທດ.

ຮັບຮູ້ການໜູນຊ່ວຍ, ການປະກອບສ່ວນຂອງກຸ່ມບໍລິສັດ ກໍ່ຄືທະນາຄານ Standard Chartered ຫວຽດນາມ ເຂົ້າໃນການພັດທະນາຂະແໜງທະນາຄານ - ການເງິນ ຫວຽດນາມ ເວົ້າສະເພາະ, ຂອງເສດຖະກິດຫວຽດນາມ ເວົ້າລວມໃນໄລຍະຜ່ານມາ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ໃຫ້ຮູ້ວ່າ ລັດຖະບານຕີລາຄາສູງເລື່ອງ Standard Chartered ດ້ວຍທ່າໄດ້ປຽບກ່ຽວກັບບົດຮຽນສາກົນ, ສົມທົບກັບລະບົບເຄືອຂ່າຍທົ່ວໂລກ, ຜ່ານບັນດາການເຄື່ອນໄຫວຂອງຕົນເພື່ອໜູນຊ່ວຍຫວຽດນາມ ດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ, ເຂົ້າຮ່ວມບັນດາຕ່ອງໂສ້ການສະໜອງ, ການເຄື່ອນໄຫວດ້ານການຄ້າຢູ່ພາກພື້ນ ແລະໃນທົ່ວໂລກ; ພ້ອມທັງ, ຊ່ວຍເຊື່ອມຕໍ່, ຫັນຄວາມຕ້ອງການຮ່ວມມືດ້ານການຄ້າ, ການລົງທຶນຂອງວິສາຫະກິດຫວຽດນາມ ກັບໂລກໃຫ້ປະກົບຜົນເປັນຈິງ.

ທ່ານຮອງນາຍົກລັດຖະມົນຕີ ປາດຖະໜາວ່າ Standard Chartered ສືບຕໍ່ໃຫ້ຄຳແນະນຳ, ໜູນຊ່ວຍຫວຽດນາມ ໃນການຫັນລາຍການດໍາເນີນງານໃຫ້ປະກົບຜົນເປັນຈິງ, ນຳໃຊ້ທຶນຮອນໜູນຊ່ວຍບັນດາໂຄງການກ່ຽວຂ້ອງເຖິງການເຕີບໂຕສີຂຽວ, ເຕີບໂຕແບບຍືນຍົງ.

ໂດຍ: ຈາງຫງວຽນ