ທີ່ການຕ້ອນຮັບ, ທ່ານປະທານປະເທດ ໄດ້ສົ່ງຄຳຊົມເຊີຍເຖິງບັນດາການນຳ ແລະປະຊາຊົນອິນເດຍ ທີ່ໄດ້ຈັດຕັ້ງການປ່ອນບັດເລືອກຕັ້ງສະພາຕໍ່າ ຄັ້ງທີ 18 ຜ່ານມາສຳເລັດ; ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງລັດຖະບານຊຸດໃໝ່ໃນປະຈຸບັນ, ອິນເດຍ ຈະສືບຕໍ່ພັດທະນາຢ່າງແຂງແຮງກວ່າອີກ, ດ້ວຍບົດບາດ ແລະທີ່ຕັ້ງນັບນັບສູງຢູ່ພາກພື້ນ ແລະສາກົນ.

ທ່ານປະທານປະເທດ ເນັ້ນໜັກວ່າ ຫວຽດນາມ ແລະອິນເດຍ ມີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະປະຈຸບັນໄດ້ກາຍເປັນຄູ່ຮ່ວມມືຍຸດທະສາດຮອບດ້ານມີບົດບາດ, ທີ່ຕັ້ງສຳຄັນໃນນະໂຍບາຍການຕ່າງປະເທດຂອງກັນ.

leftcenterrightdel
ທ່ານ ໂຕເລິມ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Sandeep Arya ເອກອັກຄະລັດຖະທູດ ອິນເດຍ ປະຈຳຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານປະທານປະເທດ ສະແດງຄວາມປິຕິຊົມຊື່ນ ເມື່ອໄດ້ເຫັນປະຈັກຕາການພົວພັນລະຫວ່າງສອງປະເທດມີບາດກ້າວກະໂດດຂັ້ນ, ວົງເງິນການຄ້າສອງສົ້ນບັນລຸເກືອບ 15 ຕື້ໂດລາສະຫະລັດ ໃນປີກາຍ, ແລະເຊື່ອໝັ້ນວ່າ 2 ປະເທດຈະບັນລຸວົງເງິນການຄ້າ 20 ຕື້ໂດລາສະຫະລັດ ໂດຍໄວ. ທ່ານປະທານປະເທດ ຊົມເຊີຍບັນດາບໍລິສັດໃຫຍ່ຂອງອິນເດຍ ທີ່ມາລົງທຶນຢູ່ຫວຽດນາມ ໃນບັນດາຂົງເຂດຍຸດທະສາດ, ຄື: ນ້ຳມັນອາຍແກັດ, ພື້ນຖານໂຄງລ່າງ, ທ່າກຳປັ່ນ...; ສົ່ງເສີມສອງປະເທດເສີມຂະຫຍາຍການພົວພັນທາງດ້ານວັດທະນະທຳ, ສາສະໜາ ແລະປະຫວັດສາດ ເພື່ອເພີ່ມທະວີການຮ່ວມມືດ້ານການທ່ອງທ່ຽວ ແລະການພົບປະແລກປ່ຽນປະຊາຊົນ. ແລກປ່ຽນກ່ຽວກັບບັນຫາພາກພື້ນ ແລະສາກົນ, ທ່ານປະທານປະເທດ ສະເໜີໃຫ້ 2 ປະເທດສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ເວທີປາໄສຫຼາຍຝ່າຍ, ປະກອບສ່ວນເຂົ້າໃນການປັບປຸງສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ ອາຊີ - ປາຊີຟິກ ແລະມະຫາສະໝຸດອິນເດຍ. ທ່ານປະທານປະເທດ ຕີລາຄາສູງການຜັນຂະຫຍາຍນະໂຍບາຍ “ການກະທໍາທາງທິດຕາເວັນອອກ” ຢ່າງແຂງແຮງໂດຍຜ່ານການເຄື່ອນໄຫວຮ່ວມມືຢ່າງແທດຈິງ, ລະອຽດ ກັບບັນດາປະເທດສະມາຊິກອາຊຽນ, ໃນນັ້ນມີ ຫວຽດນາມ.

ສ່ວນທ່ານ Sandeep Arya ເອກອັກຄະລັດຖະທູດອິນເດຍ ປະຈຳຫວຽດນາມ ກໍ່ຢືນຢັນວ່າ ຈະສືບຕໍ່ມານະພະຍາຍາມຊຸກຍູ້ການພົວພັນລະຫວ່າງ 2 ປະເທດ, ກ່ອນອື່ນໝົດ ແມ່ນຈັດຕັ້ງການຢ້ຽມຢາມ ແລະການພົບປະຂັ້ນສູງໃນໄລຍະຈະມາເຖິງ, ເຮັດໃຫ້ການຮ່ວມມືດ້ານປ້ອງກັນຊາດ, ເສດຖະກິດ - ການຄ້າ, ວິທະຍາສາດ - ເຕັກໂນໂລຢີ, ວັດທະນະທຳ - ການທ່ອງທ່ຽວ ເລິກເຊິ່ງຂຶ້ນກວ່າອີກ ແລະເປີດກວ້າງໄປສູ່ຂົງເຂດໃໝ່. ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ: ອິນເດຍ ພວມຮ່ວມມືຢ່າງມີປະສິດທິຜົນກັບບັນດາອົງການ, ທ້ອງຖິ່ນຂອງຫວຽດນາມ ຜ່ານບັນດາໂຄງການກະທົບໄວ (QIP), ໂຄງການບູລະນະ ແລະຟື້ນຟູບັນດາທາດ ຈໍາ ຢູ່ ມີເຊີນ, ກໍ່ຄື ຈັດຕັ້ງວັນ Yoga ສາກົນ (ວັນທີ 21 ມິຖຸນາ) ຢູ່ຫຼາຍແຂວງ, ນະຄອນ, ປະກອບສ່ວນເຜີຍແຜ່ບັນດາຄຸນຄ່າວັດທະນະທຳມະນຸດ, ດ້ານນຕັ້ງໜ້າລະຫວ່າງສອງປະເທດ.

ໂດຍ: ທະນາພອນ