ເນື້ອໃນສານລະບຸວ່າ: “73 ປີຜ່ານມາ, ພັກປະຊາຊົນກໍາປູເຈຍ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ, ນຳພາປະຊາຊົນກຳປູເຈຍ ຍາດໄດ້ໄຊຊະນະອັນສະຫງ່າລາສີຫຼາຍຢ່າງໃນພາລະກິດຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ກູ້ປະຊາຊົນກຳປູເຈຍ ໃຫ້ຫຼຸດພົ້ນອອກຈາກລະບອບດັບສູນເຊື້ອຊາດ, ປົກປັກຮັກສາຜົນງານຂອງການປະຕິວັດ, ສ້າງສາປະເທດ ກຳປູເຈຍ ໃຫ້ນັບມື້ນັບຈະເລີນຮຸ່ງເຮືອງ, ຖານະບົດບາດຂອງກຳປູເຈຍ ໄດ້ຮັບການຍົກສູງຢ່າງບໍ່ຢຸດຢັ້ງໃນເວທີສາກົນ. ບັນດາຜົນງານດັ່ງກ່າວຂອງ ກຳປູເຈຍ ແມ່ນຄວາມເບີກບານມ່ວນຊື່ນຂອງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ.

leftcenterrightdel
ພັກປະຊາຊົນກຳປູເຈຍ (CPP) ຈັດຕັ້ງພິທີໂຮມຊຸມນຸມມິດຕິງສະເຫຼີມສະຫຼອງ 72 ປີແຫ່ງວັນສ້າງຕັ້ງ (28-6-1951/28-6-2023) ຢ່າງສົມກຽດ. ພາບ: ສຳນັກຂ່າວສານຫວຽດນາມ

ພັກກອມມູນິດຫວຽດນາມ ແລະປະຊາຊົນຫວຽດນາມ ອວຍພອນບັນດາຜົນງານອັນໃຫຍ່ຫຼວງ, ສຳຄັນໃນທຸກຂົງເຂດ ເຊິ່ງພັກປະຊາຊົນກຳປູເຈຍ ແລະປະຊາຊົນກຳປູເຈຍ ຍາດມາໄດ້. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ໂດຍເສີມຂະຫຍາຍມູນເຊື້ອ ແລະບັນດາຜົນງານທີ່ບັນລຸໄດ້, ພັກປະຊາຊົນກຳປູເຈຍ ສືບຕໍ່ນຳພາປະຊາຊົນກຳປູເຈຍ ຍາດໄດ້ຜົນງານໃໝ່ອັນໃຫຍ່ຫຼວງກວ່າອີກໃນການປະຕິບັດໂຄງການການເມືອງຂອງພັກ ໄລຍະ 2023-2028 ແລະຍຸດທະສາດຫ້າແຈຂອງລັດຖະບານ ສ້າງສາປະເທດ ກຳປູເຈຍ ໃຫ້ກາຍເປັນປະເທດທີ່ມີລາຍຮັບປານກາງສູງ ໃນປີ 2030 ແລະມີລາຍຮັບສູງໃນປີ 2050, ປະຊາຊົນກຳປູເຈຍ ມີຊີວິດອີ່ມໜຳສຳ ລານ, ມີຄວາມຜາສຸກ.

ພັກກອມມູນິດຫວຽດນາມ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ຖຶືເປັນສຳຄັນການພັດທະນາການພົວພັນຫວຽດນາມ-ກຳປູເຈຍ; ຈະເຮັດຈົນສຸດຄວາມສາມາດຂອງຕົນພ້ອມກັບພັກປະຊາຊົນກຳປູເຈຍ, ລັດ ແລະປະຊາຊົນກຳປູເຈຍ ປົກປັກຮັກສາ ແລະເພີ່ມພູນຄູນສ້າງໃຫ້ການພົວພັນລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດໃຫ້ພັດທະນາເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນໃນທຸກຂົງເຂດ, ເພື່ອຄວາມຈະເລີນຮຸ່ງເຮືອງ, ຄວາມໝັ້ນຄົງ, ການຮ່ວມມື, ພັດທະນາຢູ່ພາກພື້ນ ແລະໃນໂລກ”.

ໂດຍ: ແສງເດືອນ