ທ່ານ ຟ້າມມິງຈິ໊ງ ຢັ້ງຢືນວ່າ ການພັດທະນາການພົວພັນຢ່າງມີສະຖຽນລະພາບ, ຍືນຍົງ, ຍາວນານກັບ ຈີນ ແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍ, ການຄັດເລືອກຍຸດທະສາດ, ໃຫ້ບຸລິມະສິດແຖວໜ້າໃນແນວທາງພົວພັນຕ່າງປະເທດເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບແບບ ແລະຫຼາຍຝ່າຍຂອງ ຫວຽດນາມ. ຫວຽດນາມ ສະໜັບສະໜູນ ຈີນ ພັດທະນາ, ປະຕິບັດເປົ້າໝາຍ “100 ປີ ທີສອງ” ໃຫ້ສຳເລັດຢ່າງມີໄຊ, ສ້າງສັງຄົມນິຍົມທີ່ມີເອກະລັກຂອງ ຈີນ ປະສົບຜົນສໍາເລັດ.

ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ຢັ້ງຢືນວ່າ ຈີນ ຖືເປັນສຳຄັນທີ່ສຸດ ແລະຍາມໃດກໍ່ຖືການພົວພັນກັບຫວຽດນາມ ແມ່ນທິດບຸລິມະສິດໃນນະໂຍບາຍພົວພັນຕ່າງປະເທດກັບປະເທດບ້ານໃກ້ເຮືອນຄຽງ; ຢັ້ງຢືນການສະໜັບສະໜູນ ຫວຽດນາມ ປົກປັກຮັກສາເອກະລາດຂອງປະເທດ; ຢຶດໝັ້ນສະໜັບສະໜູນຫວຽດນາມ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ຈະປະຕິບັດມະຕິກອງປະຊຸມ ຄັ້ງທີ XIII ຂອງພັກຢ່າງມີໄຊ, ຈັດຕັ້ງກອງປະຊຸມໃຫຍ່ ຄັ້ງທີ XIV ປະສົບຜົນສໍາເລັດ, ສ້າງລັດທິສັງຄົມນິຍົມໃຫ້ເໝາະສົມກັບສະພາບການຂອງປະເທດຊາດໃຫ້ສຳເລັດ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ພົບປະກັບທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ. ພາບ: ສຳນັກຂ່າວສານຫວຽດນາມ

ທ່ານ ຟ້າມມິງຈິ໊ງ ສະເໜີໃຫ້ສອງຝ່າຍຊຸກຍູ້ການຮ່ວມມືລະດັບທ້ອງຖິ່ນໃຫ້ກາຍເປັນກຳລັງໜູນເຕີບໂຕໃໝ່, ຄົ້ນຄວ້າການສ້າງເຂດຮ່ວມມືເສດຖະກິດຂ້າມຊາຍແດນທົດລອງ, ເປີດກວ້າງການຮ່ວມມືເສດຖະກິດດ່ານຊາຍແດນ, ສ້າງດ່ານຊາຍແດນອັດສະລິຍະ; ບັນດາທ້ອງຖິ່ນອື່ນຕ້ອງເປັນເຈົ້າການເພີ່ມທະວີການຮ່ວມມື, ເຊື່ອມຕໍ່ບັນດາຍຸດທະສາດພັດທະນາຂອງເຂດພາກ; ເປີດກວ້າງການຮ່ວມມືດ້ານການເງິນ, ທະນາຄານ, ການສຶກສາ, ການແພດ...

ຕີລາຄາສູງບັນດາຂໍ້ສະເໜີການຮ່ວມມືຂອງທ່ານ ຟ້າມມິງຈິ໊ງ, ທ່ານ ສີຈິ້ນຜິງ ຢັ້ງຢືນວ່າ ຈີນ ສະໜັບສະໜູນຫວຽດນາມ ຍູ້ໄວການປະຕິບັດການຫັນເປັນປະເທດອຸດສາຫະກຳ, ທັນສະໄໝ, ພ້ອມກັບຈີນ ແລະບັນດາປະເທດສ້າງຕ່ອງໂສ້ການສະໜອງ, ຕ່ອງໂສ້ການຜະລິດຢ່າງໝັ້ນຄົງ, ຍືນຍົງຢູ່ພາກພື້ນ ແລະໃນໂລກ. ທ່ານ ສີຈິ້ນຜິງ ປາດຖະໜາຢາກໃຫ້ສອງຝ່າຍເພີ່ມທະວີການຮ່ວມມືດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ, ເສີມຂະຫຍາຍລັກສະນະໜູນຊ່ວຍລະຫວ່າງສອງພື້ນຖານເສດຖະກິດກວ່າອີກ; ເນັ້ນໜັກວ່າ ຈີນ ພ້ອມແລ້ວທີ່ຈະເປີດກວ້າງການນຳເຂົ້າສິນຄ້າທີ່ມີຄຸນນະພາບສູງຂອງຫວຽດນາມ. ລັດຖະບານຈີນ ສະໜັບສະໜູນວິສາຫະກິດເພີ່ມທະວີການລົງທຶນເຂົ້າຫວຽດນາມ, ພິເສດແມ່ນຂົງເຂດເຕັກໂນໂລຢີສູງ, ຂະແໜງອາຊີບທີ່ຫາກໍ່ພົ້ນເດັ່ນ.

ສອງຝ່າຍກໍ່ແລກປ່ຽນກ່ຽວກັບບັນຫາສາກົນ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເຫັນດີເປັນເອກະພາບພ້ອມກັນຄວບຄຸມ ແລະແກ້ໄຂບັນດາບັນຫາບໍ່ທີ່ລົງລອຍກັນໃຫ້ສົມເຫດສົມຜົນ, ຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລ. ທ່ານ ຟ້າມມິງຈິ໊ງ ສະເໜີໃຫ້ສອງຝ່າຍປະຕິບັດຕາມຄວາມຮັບຮູ້ລວມຂອງການນຳຂັ້ນສູງ, ເຄົາລົບຜົນປະໂຫຍດອັນຊອບທຳຂອງກັນໃຫ້ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982, ບໍ່ປະໃຫ້ເກີດຄວາມບໍ່ລົງລອຍກັນຢູ່ທະເລມາສົ່ງຜົນສະທ້ອນເຖິງການພົວພັນມິດຕະພາບລະຫວ່າງສອງປະເທດ.

ໂດຍ: ແສງເດືອນ