ທີ່ການຕ້ອນຮັບ, ທ່ານປະທານປະເທດ ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນທີ່ສຸດຕໍ່ສາຍພົວພັນທີ່ເປັນມູນເຊື້ອແບບພິເສດກັບ ກູບາ; ເນັ້ນໜັກວ່າ ຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍຍາມໃດກໍ່ຈະມານະພະຍາຍາມໜູນຊ່ວຍ ກູບາ ຕາມຄວາມສາມາດ, ເງື່ອນໄຂ, ພິເສດແມ່ນດ້ານການຄໍ້າປະກັນສະບຽງອາຫານ ແລະຜ່ານນັ້ນປະກອບສ່ວນຮັບປະກັນສະຖຽນລະພາບທາງດ້ານການເມືອງ ແລະສັງຄົມຂອງ ກູບາ.

ເພື່ອສືບຕໍ່ເພີ່ມທະວີການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະກູບາ, ທ່ານປະທານປະເທດ ສະເໜີໃຫ້ສອງຝ່າຍຮັກສາລະດັບການແລກປ່ຽນຄະນະຜູ້ແທນ ແລະການພົບປະຂັ້ນສູງ; ສົມທົບກັນຢ່າງແໜ້ນແຟ້ນ ແລະຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ ແລະກົນໄກຮ່ວມມືທີ່ມີຢູ່ແລ້ວ ຢ່າງມີປະສິດທິຜົນເພື່ອນຳສາຍພົວພັນແບບພິເສດລະຫວ່າງຫວຽດນາມ ແລະກູບາ ໃຫ້ເຂົ້າສູ່ລວງເລິກ ແລະແທດຈິງກວ່າອີກ.

leftcenterrightdel
ທ່ານ ໂຕເລິມ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Orlando Nicolás Hernández Guillén ເອກອັກຄະລັດຖະທູດກູບາ ປະຈໍາ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານປະທານປະເທດ ກໍ່ຖືວ່າ ສອງຝ່າຍຕ້ອງສືບຕໍ່ແລກປ່ຽນ, ສົມທົບກັນຢ່າງແໜ້ນແຟ້ນເພື່ອສ້າງແຜນການເຄື່ອນໄຫວໃຫ້ແກ່ການຈັດຕັ້ງພິທີສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ກູບາ (2-12-1960 / 2-12-2025) ໃຫ້ມີຄວາມໝາຍ , ສະຫງ່າຜ່າເຜີຍ ແລະສ່ອງແສງໃຫ້ເຫັນປະຫວັດຄວາມເປັນມາແຕ່ດົນນານ ແລະການພັດທະນາຂອງສາຍພົວພັນແບບພິເສດຫວຽດນາມ-ກູບາ ໃນສະພາບປະຈຸບັນ. ທ່ານປະທານປະເທດ ຫວັງວ່າ ສອງຝ່າຍຈະຜັນຂະຫຍາຍບັນດາໂຄງການຮ່ວມມືພັດທະນາກະສິກຳຢ່າງມີປະສິດທິຜົນ, ຊຸກຍູ້ການພົວພັນດ້ານເສດຖະກິດ-ການຄ້າ-ການລົງທຶນ ສອງຝ່າຍ, ກໍຄືຂະຫຍາຍການຮ່ວມມືໄປສູ່ຂົງເຂດອື່ນທີ່ແຕ່ລະຝ່າຍມີທ່າແຮງໃຫ້ກວ້າງຂວາງກວ່າອີກ.

ສ່ວນທ່ານ Orlando Nicolás Hernández Guillén ເອກອັກຄະລັດຖະທູດກູບາ ປະຈຳ ຫວຽດນາມ ກໍໄດ້ຢັ້ງຢືນເຖິງຄວາມມານະພະຍາຍາມ ບືນຕົວຂຶ້ນຂອງ ກູບາ ໃນຊຸມປີມໍ່ໆມານີ້ ຍາມໃດກໍ່ມີການຄຽງບ່າຄຽງໄຫຼ່, ການຮ່ວມເດີນທາງ ແລະການສະນັບສະໜູນ, ທັງດ້ານວັດຖຸ ແລະຈິດໃຈຂອງຫວຽດນາມ. ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງຫວຽດນາມ ໃນບັນດາໂຄງການຮ່ວມມືພັດທະນາກະສິກຳ, ຜ່ານນັ້ນປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານໃຫ້ແກ່ ກູບາ, ພ້ອມທັງໃຫ້ຮູ້ວ່າ ກູບາ ພ້ອມແລ້ວທີ່ຈະແບ່ງປັນ ແລະຮ່ວມມືກັບຫວຽດນາມ ໃນຂົງເຂດເຕັກໂນໂລຢີຊີວະວິທະຍາ ເຊິ່ງ ກູບາ ມີທ່າແຮງ.

ໂດຍ: ທູຈາງ