ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດນີກາຣາກົວ Mario José Armengol Campos, ທ່ານ ໂຕເລິມ ຊົມເຊີຍຂໍ້ຕົກລົງຂອງລັດຖະບານ ສາທາລະນະລັດ ນີກາຣາກົວ ໃນການເປີດສະຖານທູດ ປະຈຳ ຫວຽດນາມ; ພ້ອມທັງຢືນຢັນວ່າ ຫວຽດນາມ ປາດຖະໜາຢາກເພີ່ມທະວີ, ເປີດກວ້າງການພົວພັນມິດຕະພາບ ແລະການຮ່ວມມືກັບ ນີກາຣາກົວ ບົນພື້ນຖານຄວາມສາມັກຄີທີ່ເປັນມູນເຊື້ອ, ຄວາມໃກ້ຊິດກ່ຽວກັບທັດສະນະໃນບັນດາບັນຫາສາກົນ ແລະຜົນປະໂຫຍດລວມໃນວິວັດການສ້າງສາ, ພັດທະນາປະເທດຊາດ.

leftcenterrightdel
ທ່ານ ໂຕເລິມ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Mario José Armengol Campos ເອກອັກຄະລັດຖະທູດນີກາຣາກົວ. ພາບ: ສໍານັກຂ່າວສານຫວຽດນາມ

ໃນການນຕ້ອນຮັບທ່ານເອກອັກຄະລັດຖະທູດໄອສະແລນ Thorir Ibsen, ທ່ານປະທານປະເທດ ໂຕເລິມ ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງ ຫວຽດນາມ ແລະໄອສະແລນ ໄດ້ພັດທະນາຢ່າງຕັ້ງໜ້າໃນໄລຍະຜ່ານມານັບທັງສອງຝ່າຍ ແລະຫຼາຍຝ່າຍ. ພິເສດແມ່ນການຮ່ວມມືດ້ານເສດຖະກິດ, ການພົວພັນດ້ານການຄ້າ ແລະການລົງທຶນລະຫວ່າງສອງປະເທດໃນປະຈຸບັນບັນລຸໄດ້ໝາກຜົນຕັ້ງໜ້າ ແລະຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາ.

ທ່ານເອກອັກຄະລັດຖະທູດ Thorir Ibsen ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ການຮ່ວມມືໃນຂົງເຂດການສຶກສາ, ສິນໃນນໍ້າ ແລະພະລັງງານຄວາມຮ້ອນລະຫວ່າງສອງປະເທດມີບາດກ້າວບຸກທະລຸ ກໍ່ຄືການຮ່ວມມືດ້ານເສດຖະກິດ ແລະການຄ້າລະຫວ່າງສອງປະເທດພັດທະນາຢ່າງຕັ້ງໜ້າໃນໄລຍະມໍ່ໆມານີ້; ພ້ອມທັງຫວັງວ່າ ບັນດາໝາກຜົນນີ້ຈະສືບຕໍ່ໄດ້ຮັບການຮັກສາ ແລະເປີດກວ້າງໄປສູ່ຂົງເຂດຮ່ວມມືອື່ນໆ. ທ່ານເອກອັກຄະລັດຖະທູດ Thorir Ibsen ໃຫ້ຄຳໝັ້ນສັນຍາຈະລາຍງານຕໍ່ລັດຖະບານເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດຜ່ານການເຈລະຈາ FTA ກັບຫວຽດນາມ, ຜ່ານນັ້ນຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ - ການຄ້າ ລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາ.

ຕ້ອນຮັບທ່ານເອກອັກຄະລັດຖະທູດຕວກເມນິດສະຖານ  Parakhat Durdyev, ທ່ານປະທານປະເທດ ໂຕເລິມ ໃຫ້ຮູ້ວ່າ: ຫວຽດນາມ ຍາມໃດກໍ່ຕີລາຄາສູງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຫຼາຍດ້ານກັບຕວກເມນິດສະຖານ ແລະປາດຖະໜາຢາກຊຸກຍູ້ການຮ່ວມມືຢ່າງແທດຈິງກັບຕວກເມນິດສະຖານ, ສົມກັບການພົວພັນທີ່ເປັນມູນເຊື້ອອັນດີງາມ, ກໍ່ຄືຄວາມສາມາດບົ່ມຊ້ອນຂອງສອງປະເທດ. ທ່ານປະທານປະເທດ ສະເໜີໃຫ້ສອງປະເທດສືບຕໍ່ຊຸກຍູ້ ແລະເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ການພົບປະໃນຂອບເຂດສອງຝ່າຍ ແລະຫຼາຍຝ່າຍເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນ, ສ້າງພື້ນຖານໃຫ້ແກ່ການຮ່ວມມືລະອຽດໃນບັນດາຂົງເຂດທີ່ສອງຝ່າຍມີທ່າແຮງ. ເພື່ອແນໃສ່ສ້າງເງື່ອນໄຂໃຫ້ແກ່ການແລກປ່ຽນຄະນະຜູ້ແທນລະຫວ່າງສອງປະເທດ, ຕາມທ່ານປະທານປະເທດແລ້ວ, ສອງຝ່າຍຕ້ອງຊຸກຍູ້ການເຈລະຈາໂດຍໄວ, ລົງນາມໃນສັນຍາຍົກເວັ້ນວີຊາໃຫ້ຜູ້ທີ່ມີໜັງສືຜ່ານແດນທາງການທູດ ແລະໜັງສືຜ່ານແດນທາງລັດຖະການ

ໂດຍ: ຈາງຫງວຽນ