ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືການພົວພັນທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານກັບລັດເຊຍ,  ແມ່ນບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດຂອງຕົນ. ຫວຽດນາມ ສະໜັບສະໜູນປະເທດລັດເຊຍ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານລວມຂອງປະຊາຄົມສາກົນ, ນະໂຍບາຍມຸ່ງໄປສູ່ທິດຕາເວັນອອກຂອງລັດເຊຍ, ພ້ອມທັງສະແດງຄວາມເຊື່ອໝັ້ນຢ່າງແນວແນ່ວ່າ ປະເທດຫວຽດນາມ ສັນຕິພາບ, ເອກະລາດ, ເຂັ້ມແຂງ, ມີຊື່ສຽງ ແລະທີ່ຕັ້ງນັບມື້ນັບສູງກໍ່ສອດຄ່ອງກັບຜົນປະໂຫຍດອັນຍາວນານຂອງລັດເຊຍ ຢູ່ອາຊີ - ປາຊີຟິກ ແລະໃນໂລກ.

leftcenterrightdel
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ ກ່າວຄໍາເຫັນທີ່ການພົບປະເຈລະຈາ. ພາບ: qdnd.vn
leftcenterrightdel
ທ່ານ Vladimir Putin  ປະທານາທິບໍດີ ພ້ອມດ້ວຍຄະນະຜູ້ແທນສະຫະພັນລັດເຊຍ ທີ່ການພົບປະ. ພາບ: qdnd.vn

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ  ເນັ້ນໜັກວ່າ, ສະພາບການໂລກພວມມີການຫັນປ່ຽນໄປສູ່ສະຖານະການຫຼາຍຂົ້ວ, ຫຼາຍໃຈກາງຢ່າງວ່ອງໄວ ແລະສັບສົນເຊິ່ງຮຽກຮ້ອງໃຫ້ບັນດາປະເທດປະຕິບັດນະໂຍບາຍສັນຕິພາບ, ສະເໝີພາບ, ບໍ່ສູ້ຢັນກັນ, ຮ່ວມມືພັດທະນາ, ປະຕິບັດຕາມກົດບັດ ສປຊ ແລະກົດໝາຍສາກົນ. ຫວຽດນາມ ປາດຖະໜາວ່າ ທ່ານປະທານາທິບໍດີ Vladimir Putin   ແລະສະຫະພັນລັດເຊຍ ຈະສືບຕໍ່ເອົາໃຈໃສ່ ແລະສະໜັບສະໜູນຢ່າງແຂງແຮງໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະການບິນ, ບັນດາສິດ ແລະຜົນປະໂຫຍດອັນຊອບທຳຂອງຫວຽດນາມ, ແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS), ການປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ບັນລຸກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC)  ຢ່າງມີປະສິດທິພາບ, ແທດຈິງໂດຍໄວ.

ທ່ານເລຂາທິການໃຫຍ່  ຫງວຽນຝູຈ້ອງ   ໄດ້ແລກປ່ຽນກັບທ່ານປະທານາທິບໍດີ Vladimir Putin ກ່ຽວກັບການຜັນຂະຫຍາຍແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ, ໃນນັ້ນມີການປັບປຸງການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງຢ່າງແໜ້ນແຟ້ນ, ຍູ້ແຮງ ແລະເຮັດໃຫ້ການພົວພັນຮ່ວມມືສອງຝ່າຍກັບບັນດາຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຮອບດ້ານ ແລະຄູ່ຮ່ວມມືສໍາຄັນອື່ນເລິກເຊິ່ງຂຶ້ນຕື່ມ. ຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍໃນການປະຕິບັດນະໂຍບາຍແນວທາງປ້ອງກັນຊາດ “4 ບໍ່”.

leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: qdnd.vn

ບົນພື້ນຖານບັນດາຜົນງານທີ່ບັນລຸໄດ້, ການນຳສອງທ່ານໄດ້ແລກປ່ຽນຄວາມຄິດເຫັນຢ່າງເລິກເຊິ່ງກວ້າງຂວາງ, ເຫັນດີເປັນເອກະພາບຕໍ່ທິດທາງ ແລະມາດຕະການໃຫຍ່ເພື່ອແນໃສ່ສ້າງກໍາລັງຊຸກຍູ້ການຮ່ວມມືສອງຝ່າຍຮອບດ້ານໃນທຸກຂົງເຂດ ໃຫ້ເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ ແລະສະຖຽນລະພາບຢູ່ພາກພື້ນ ແລະໃນໂລກ.

ສອງຝ່າຍເຫັນດີເປັນເອກະສັນສືບຕໍ່ເພີ່ມທະວີຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ, ຕັ້ງໜ້າພັດທະນາການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນ, ວິທະຍາສາດ - ເຕັກນິກ ແລະປັບປຸງການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ພ້ອມກັນແລກປ່ຽນ ແລະແກ້ໄຂຄວາມຫຍຸ້ງຍາກ, ສິ່ງຄົງຄ້າງຈຳນວນໜຶ່ງໃຫ້ສອດຄ່ອງກັບກົດໝາຍສາກົນ ແລະເງື່ອນໄຂລະອຽດຂອງແຕ່ລະປະເທດ.

ເນື່ອງໃນໂອກາດນີ້, ຫວຽດນາມ ແລະສະຫະພັນ ລັດເຊຍ ໄດ້ອອກຖະແຫຼງການຮ່ວມກ່ຽວກັບການເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ສະຫະພັນ ລັດເຊຍ ເລິກເຊິ່ງຂຶ້ນຕື່ມ.

* ທີ່ການພົບປະກັບທ່ານປະທານາທິບໍດີລັດເຊຍ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ສະແດງຄວາມຊົມເຊີຍທີ່ສະຫະພັນລັດເຊຍ ໄດ້ຈັດຕັ້ງການເລືອກຕັ້ງປະທານາທິບໍດີລັດເຊຍ ປີ 2024 ສໍາເລັດຜົນ.

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ພົບປະກັບທ່ານ  Vladimir Putin ປະທານາທິບໍດີ ສະຫະພັນລັດເຊຍ. ພາບ: qdnd.vn

ກ່ຽວກັບການຮ່ວມມືລະຫວ່າງລັດຖະສະພາ, ທ່ານປະທານສະພາແຫ່ງຊາດຫວຽດນາມ ຢືນຢັນວ່າ ນີ້ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນໃນການພົວພັນຮ່ວມມືມິດຕະພາບລະຫວ່າງ ຫວຽດນາມ - ສະຫະພັນ ລັດເຊຍ; ຫວັງວ່າ ທ່ານປະທານາທິບໍດີ Vladimir Putin ຈະສືບຕໍ່ສະໜັບສະໜູນ ແລະຊຸກຍູ້ການພົວພັນລະຫວ່າງອົງການນິຕິບັນຍັດສອງປະເທດ.

ທ່ານປະທານາທິບໍດີ Vladimir Putin ເນັ້ນໜັກວ່າ: ການຮ່ວມມືລະຫວ່າງລັດຖະສະພາ ແລະການຮ່ວມມືລະຫວ່າງພັກການເມືອງ ຂອງສອງປະເທດ ແມ່ນສຳຄັນທີ່ສຸດ, ເປັນພື້ນຖານທີ່ດີເພື່ອຊຸກຍູ້ການພົວພັນລະຫວ່າງສອງສະພາແຫ່ງຊາດ, ສ້າງກອບນິຕິກໍາ, ພື້ນຖານດ້ານກົດໝາຍເພື່ອປັບປຸງສາຍພົວພັນລະຫວ່າງຫວຽດນາມ ແລະ ສະຫະພັນ ລັດເຊຍ. ທ່ານ Vladimir Putin ຢືນຢັນວ່າ, ການກຳນົດທິດບຸລິມະສິດຂອງສະຫະພັນລັດເຊຍ ແມ່ນຊຸກຍູ້ການພົວພັນກັບອາຊຽນ, ໂດຍຖືວ່າການຮ່ວມມືນີ້ຈະສ້າງການພັດທະນາໃຫ້ສອງຝ່າຍ.

* ທີ່ການພົບປະກັບທ່ານປະທານາທິບໍດີລັດເຊຍ Vladimir Putin, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ສະແດງຄວາມປາດຖະໜາຢາກໃຫ້ສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນ, ສ້າງກຳລັງຜັກດັນໃໝ່ໃຫ້ແກ່ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານ, ແກ້ໄຂຄວາມຫຍຸ້ງຍາກ ແລະຂໍ້ຕິດຂັດຢ່າງທັນການ ເພື່ອຊຸກຍູ້ການຮ່ວມມືສອງຝ່າຍໃນທຸກຂົງເຂດ, ພິເສດແມ່ນການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ ແລະການເຊື່ອມໂຍງເຂົ້າກັບສາກົນໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະມີປະສິດທິຜົນ, ປະກອບສ່ວນເຮັດໃຫ້ຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດເລິກເຊິ່ງກວ່າອີກ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Vladimir Putin ປະທານາທິບໍດີ ສະຫະພັນລັດເຊຍ. ພາບ: qdnd.vn
leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: qdnd.vn

ສອງຝ່າຍໄດ້ເຫັນດີເປັນເອກະສັນນໍາກັນຍົກສູງປະສິດທິຜົນການເຄື່ອນໄຫວຂອງກົນໄກຮ່ວມມືສອງຝ່າຍ, ພິເສດແມ່ນຄະນະກຳມະການລະຫວ່າງລັດຖະບານ ກ່ຽວກັບການຮ່ວມມືດ້ານເສດຖະກິດ - ການຄ້າ ແລະ ວິທະຍາສາດ - ເຕັກນິກ; ເຫັນດີຜັນຂະຫຍາຍແຜນສັງລວມພັດທະນາການຮ່ວມມືຫວຽດນາມ - ລັດເຊຍ ຮອດປີ 2030 ແລະລາຍການໜ້າທີ່ບຸລິມະສິດ ຫວຽດນາມ - ລັດເຊຍ ໄລຍະ 2024-2025 ໂດຍໄວ; ເພີ່ມທະວີການຮ່ວມມືດ້ານການເງິນ ແລະສິນເຊື່ອ ໃຫ້ສອດຄ່ອງກັບກົດໝາຍສາກົນ ແລະຂໍ້ກຳນົດກົດໝາຍຂອງສອງປະເທດ ເພື່ອອຳນວຍຄວາມສະດວກໃຫ້ແກ່ດ້ານການຄ້າ ແລະການລົງທຶນລະຫວ່າງສອງປະເທດ.

ໂດຍ: ທູຈາງ