ທີ່ການໂອ້ລົມສົນທະນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖື ສິງກະໂປ ແມ່ນຄູ່ຮ່ວມມືທີ່ສຳຄັນໃນພາກພື້ນ ກໍ່ຄືໃນໂລກ, ທ່ານໃຫ້ຄຳໝັ້ນສັນຍາຈະສືບຕໍ່ສົມທົບກັບລັດຖະບານສິງກະໂປ ຢ່າງແໜ້ນແຟ້ນ ເພື່ອນຳການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ ໃຫ້ພັດທະນານັບມື້ນັບເຂັ້ມແຂງ, ເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ, ສົມເປັນການພົວພັນແບບຢ່າງທີ່ມີຄວາມຂະຫຍັນຂັນເຄື່ອນໃນອາຊຽນ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໂອ້ລົມທາງໂທລະສັບກັບ ທ່ານນາຍົກລັດຖະມົນຕີສິງກະໂປ  Lawrence Wong. ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນທ່ານນາຍົກລັດຖະມົນຕີສິງກະໂປ Lawrence Wong ໄດ້ຢັ້ງຢືນຈະສືບຕໍ່ຍູ້ແຮງການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ ແລະທຸກຂັ້ນ ກໍ່ຄືບັນດາກົນໄກຮ່ວມມືສອງຝ່າຍ, ເປັນຕົ້ນແມ່ນການພົບປະຢ່າງເປັນປະຈຳ ລະຫວ່າງນາຍົກລັດຖະມົນຕີສອງປະເທດ. ສິງກະໂປ ປາດຖະໜາຢາກ ພ້ອມກັບຫວຽດນາມ ຜັນຂະຫຍາຍສັນຍາແມ່ກ່ຽວກັບການເຊື່ອມຕໍ່ສອງພື້ນຖານເສດຖະກິດ ແລະ ການພົວພັນເສດຖະກິດສີຂຽວ - ເສດຖະກິດດີຈີຕອນ ຫວຽດນາມ - ສິງກະໂປ ຢ່າງມີປະສິດທິຜົນ, ພິເສດແມ່ນໃນຂົງເຂດພະລັງງານສະອາດ ແລະ ສິນເຊື່ອກາກບອນ.

ໂດຍ: ກວຽດເຕິມ