ແຂກຖືກເຊີນທຸກຊັ້ນວັນນະໃນສັງຄົມສິງກະໂປ ໄດ້ເຂົ້າຮ່ວມພິທີດັ່ງກ່າວເປັນຈຳນວນຫຼາຍ. ທ່ານ Wong ຍັງຄົງດຳລົງຕຳແໜ່ງຄວບລັດຖະມົນຕີກະຊວງການເງິນ ເພື່ອຮັບປະກັນລັກສະນະຕໍ່ເນື່ອງ ແລະ ສະຖຽນລະພາບຂອງປະເທດ. ທ່ານນາຍົກລັດຖະມົນຕີຄົນໃໝ່ຂອງ ສິງກະໂປ ໄດ້ຍົກອອກຂັ້ນຕອນພັດທະນາປະເທດຊາດ. ໃນນັ້ນ, ກ່ຽວກັບນະໂຍບາຍການຕ່າງປະເທດ, ທ່ານ Wong ມີຄວາມໃສ່ໃຈຕໍ່ວິທີສຳຜັດຂອງ ສິງກະໂປ ແມ່ນຕິດພັນກັບຜົນປະໂຫຍດແຫ່ງຊາດຢ່າງໃກ້ຊິດ ແລະມີການເຄື່ອນໄຫວຢ່າງສະເໝີຕົ້ນສະເໝີປາຍ ແລະມີຫຼັກການ. ປັດຈຸບັນ, ສິງກະໂປ ມີອິດທິພົນຊື່ສຽງສາກົນສູງໃນ ອາຊຽນ ແລະຊຸກຍູ້ການພົວພັນກັບ ອາຊຽນ ແມ່ນໜຶ່ງໃນບັນດາເປົ້າໝາຍແຖວໜ້າຂອງ ສິງກະໂປ.
ແຫຼ່ງຄັດຈາກ: vovworld.vn
Type the code from the image