ເວທີປາໄສອະນາຄົດ ອາຊຽນ (ASEAN Future Forum – AFF), ແມ່ນຂໍ້ລິເລີ່ມໂດຍ ຫວຽດນາມ ສະເໜີເປັນຄັ້ງທຳອິດໄດ້ດຳເນີນໃນວັນທີ 23 ເມສາ, ຢູ່ຮ່າໂນ້ຍ. ດ້ວຍຫົວຂໍ້ “ສ້າງປະຊາຄົມອາຊຽນ ໃຫ້ພັດທະນາຢ່າງວ່ອງໄວ ແລະຍືນຍົງ, ຖືປະຊາຊົນເປັນໃຈກາງ", ເວທີປາໄສດັ່ງກ່າວໄດ້ແນໃສ່ຊອກຫາມາດຕະການແກ້ໄຂໃຫ້ແກ່ອະນາຄົດຂອງອາຊຽນ ໃນສະພາບການທີ່ເກີດສິ່ງທ້າທາຍຫຼາຍຢ່າງໃນປັດຈຸບັນ. ເວທີປາໄສໄດ້ສະແດງໃຫ້ເຫັນບົດບາດທີ່ຕັ້ງໜ້າຂອງຫວຽດນາມ ໃນວິວັດການສ້າງປະຊາຄົມອາຊຽນ ທີ່ມຸ່ງໄປເຖິງປະຊາຊົນ.

leftcenterrightdel
 
leftcenterrightdel

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ  ແລະບັນດາຜູ້ແທນເຂົ້າຮ່ວມເວທີປາໄສຖ່າຍຮູບເປັນທີ່ລະນຶກ. ພາບ: ຫວຽດຈູງ

ຜ່ານໄລຍະເວລາເກືອບ 6 ທົດສະວັດທີ່ຍືນຍົງຄົງຄົວ ແລະພັດທະນາ, ອາຊຽນ ພວມກະກຽມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ພາຍຫຼັງທີ່ສຳເລັດການປະຕິບັດວິໄສທັດປະຊາຄົມອາຊຽນ 2025, ໃນສະພາບການໂລກ ແລະພາກພື້ນພວມມີການຜັນປ່ຽນຢ່າງວ່ອງໄວ. ບັນດາປະເທດອາຊຽນ ກໍ່ພວມຢືນຢູ່ຕໍ່ໜ້າການເລືອກເຟັ້ນ ແລະຕັ້ງຄຳຖາມຫຼາຍຂໍ້ທີ່ແຕກຕ່າງກັນ, ຄື: “ເຮັດແນວໃດ ເພື່ອຮັກສາບົດບາດເປັນໃຈກາງ, ຮັບມືກັບການປ່ຽນແປງຂອງພາກພື້ນ ແລະໂລກ? ເຮັດແນວໃດ ເພື່ອບັນລຸໄດ້ຄວາມດຸ່ນດ່ຽງ ແລະຄວາມກົມກຽວລະຫວ່າງຄວາມສົນໃຈກັບຜົນປະໂຫຍດຂອງບັນດາປະເທດສະມາຊິກ? ເຮັດແນວໃດ ເພື່ອບັນລຸໄດ້ຄວາມດຸ່ນດ່ຽງລະຫວ່າງການປ່ຽນແປງໃໝ່ກັບການອະນຸລັກຮັກສາຄຸນຄ່າຫຼັກແຫຼ່ງແກ່ນສານຂອງອາຊຽນ?”.

ໃນສະພາບການນັ້ນ, ຂໍ້ລິເລີ່ມເວທີປາໄສອະນາຄົດ ອາຊຽນ (ASEAN Future Forum – AFF), ໂດຍທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ສະເໜີໃນກອງປະຊຸມສຸດຍອດອາຊຽນ ທີ່ໄດ້ດຳເນີນໃນເດືອນ ກັນຍາ 2023 ຢູ່ ຈາກາຕາ, ປະເທດອິນໂດເນເຊຍ, ແມ່ນໜຶ່ງໃນບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ແນໃສ່ສ້າງເວທີເພື່ອປຶກສາຫາລື ແລະຊອກຄຳຕອບໃຫ້ແກ່ຄຳຖາມທີ່ໄດ້ກ່າວມາຂ້າງເທິງນັ້ນ.

ເວທີເປີດ, ແບ່ງປັນຫຼາຍແງ່ມຸມ, ປະກອບສ່ວນກຳນົດອະນາຄົດ ອາຊຽນ 

ດ້ວຍຫົວຂໍ້ “ສ້າງປະຊາຄົມອາຊຽນ ໃຫ້ພັດທະນາຢ່າງວ່ອງໄວ ແລະຍືນຍົງ, ຖືປະຊາຊົນເປັນໃຈກາງ”, ເວທີປາໄສອະນາຄົດອາຊຽນ ແມ່ນຊ່ອງສະໜອງບັນດາແນວຄວາມຄິດ, ຂໍ້ລິເລີ່ມໃຫ້ແກ່ວິວັດການສ້າງວິໄສທັດອາຊຽນ ຮອດປີ  2045, ປະກອບສ່ວນສຽງເວົ້າຂອງພາກພື້ນເຂົ້າໃນຄວາມມານະພະຍາຍາມກຳນົດທິດພັດທະນາອະນາຄົດຂອງໂລກ.

leftcenterrightdel
ທ່ານ ໂດ໊ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຕອບສໍາພາດຕໍ່ສື່ມວນຊົນ. ພາບ: ກະຊວງການຕ່າງປະເທດ

ທ່ານ ໂດ໊ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ  ເນັ້ນໜັກກ່ຽວກັບແນວຄວາມຄິດຂອງເຫດການສຳຄັນນີ້ວ່າ: “ນີ້ແມ່ນເຫດການຫຼາຍຝ່າຍໃຫຍ່ທີ່ສຸດ ເຊິ່ງຫວຽດນາມ ໄດ້ເປັນເຈົ້າພາບຈັດຕັ້ງ ແລະນີ້ກໍ່ແມ່ນຂໍ້ລິເລີ່ມ ເຊິ່ງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ຍົກອອກມາໃນກອງປະຊຸມສຸດຍອດອາຊຽນ. ຂໍ້ລິເລີ່ມດັ່ງກ່າວ ໄດ້ສະແດງໃຫ້ເຫັນຄວາມເປັນເຈົ້າການ, ຄວາມຕັ້ງໜ້າຂອງຫວຽດນາມ ແລະຄວາມປາດຖະໜາຢາກປະກອບສ່ວນຢ່າງຕັ້ງໜ້າກວ່າໃຫ້ແກ່ການຮ່ວມມືຂອງພາກພື້ນ, ມີຄວາມປາດຖະໜາຢາກເສີມຂະຫຍາຍບົດບາດນຳພາ, ບົດບາດຫຼັກແຫຼ່ງແກ່ນສານໃນການຮ່ວມມືລະຫວ່າງພາກພື້ນ ແລະໃນຂອບເຂດທົ່ວໂລກຂອງຫວຽດນາມ”.

ສິ່ງທີ່ໜ້າສົນໃຈແມ່ນ, ເວທີປາໄສອະນາຄົດອາຊຽນ ມີການເຂົ້າຮ່ວມຂອງທຸກວົງການ, ລວມທັງການນຳບັນດາປະເທດອາຊຽນ, ຄູ່ຮ່ວມມື, ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ, ບັນດາອົງການຈັດຕັ້ງພົນລະເຮືອນ, ສັງຄົມ, ນັກຮຽນຮູ້ ແຖວໜ້າພາກພື້ນ ແລະໃນໂລກ, ແມ່ຍິງ, ຊາວໜຸ່ມ... ຜ່ານນັ້ນ, ກໍ່ແບ່ງປັນຫຼາຍບັນຫາ, ຫຼາຍແງ່ມຸມ, ປະກອບສວ່ນຢັ້ງຢືນທີ່ຕັ້ງຂອງພາກພື້ນ ອາຊຽນ ໃນສະພາບການ ປັດຈຸບັນ. ດ້ວຍການເຂົ້າຮ່ວມທີ່ເປັນຫຼາຍຮູບຫຼາຍແບບຂອງພາກສ່ວນ ແລະມີລັກສະນະເປີດ, ເວທີປາໄສດັ່ງກ່າວ ໄດ້ປະກອບສ່ວນຊຸກຍູ້ການກະທົບຈາກຫຼາຍສົ້ນ, ສ້າງກາລະໂອກາດ ເພື່ອໃຫ້ປະຊາຊົນໄດ້ເຂົ້າຮ່ວມວິວັດທະນາການຂອງອາຊຽນ ຢ່າງເລິກເຊິ່ງກວ້າງຂວາງກວ່າ, ເພື່ອນມິດ, ຄູ່ຮ່ວມມືມີຄວາມເຂົ້າໃຈຕື່ມອີກກ່ຽວກັບ ອາຊຽນ ແລະຊຸກຍູ້ການຮ່ວມມື, ຕິດພັນຢ່າງຮອບດ້ານ, ແທດຈິງກວ່າກັບອາຊຽນ.

ໂດຍເນັ້ນໜັກເຖິງຈຸດໃໝ່ໃນເວທີປາໄສຄັ້ງນີ້, ທ່ານນາງ ປອ ຟ້າມລານຢຸງ, ຮັກສາການຫົວໜ້າສະຖາບັນການຕ່າງປະເທດ (ກະຊວງການຕ່າງປະເທດ) ຢັ້ງຢືນວ່າ: “ເວທີປາໄສແມ່ນບ່ອນພົບປະແລກປ່ຽນລະຫວ່າງ ບັນດານັກການເມືອງກັບນັກຮຽນຮູ້, ນັກທຸລະກິດທຸກຊັ້ນ ແລະຄົນລຸ້ນໜຸ່ມ… ພວກເຮົາລ້ວນແຕ່ຮັບຊາບນຳກັນແລ້ວວ່າ, ບົດບາດຂອງບັນດານັກຮຽນຮູ້ສຳລັບການເຄື່ອນໄຫວຂອງອາຊຽນ ໄດ້ພັດທະນາມາແຕ່ດົນແລ້ວ. ຢູ່ທີ່ນີ້, ພວກຂ້າພະເຈົ້າຫວັງວ່າ ຂໍ້ລິເລີ່ມ, ຂໍ້ສະເໜີຫຼາຍຂໍ້ທີ່ໄດ້ຍົກອອກມາຈະປະກອບສ່ວນໃຫ້ແກ່ການວາງແຜນກຳນົດນະໂຍບາຍຂອງອາຊຽນ ເວົ້າລວມ. ໃນປີ 2025, ອາຊຽນ ກໍ່ຈະສ້າງແຜນການ 5 ປີ ຈະມາເຖິງ, ຂ້າພະເຈົ້າຫວັງວ່າ ເວທີປາໄສຂອງປີ 2024 ນີ້ ຈະປະກອບສ່ວນເຂົ້າໃນວິວັດທະນາການນັ້ນ”. 

ຫວຽດນາມ ຕັ້ງໜ້າສ້າງແຜນກຳນົດອະນາຄົດຂອງ ອາຊຽນ

ນັບແຕ່ໄດ້ເຂົ້າເປັນສະມາຊິກຂອງ ອາຊຽນ ຢ່າງເປັນທາງການ, ຫວຽດນາມ ຍາມໃດກໍແມ່ນສະມາຊິກທີ່ມີຄວາມຕັ້ງໜ້າ, ມີການປະກອບສ່ວນສຳຄັນໃຫ້ແກ່ ອາຊຽນ. ປັດຈຸບັນ, ຫວຽດນາມ ຍາມໃດກໍ່ແມ່ນໜຶ່ງໃນບັນດາປະເທດນຳໜ້າໃນ ການຊຸກຍູ້ ການຮ່ວມມື, ແກ້ໄຂສິ່ງທ້າທາຍເຊິ່ງ ອາຊຽນ ພວມປະເຊີນໜ້າ... ເມື່ອຕີ ລາຄາກ່ຽວກັບການປະກອບສ່ວນຂອງ ຫວຽດນາມ ໃນອາຊຽນ, ທ່ານເລຂາທິ ການໃຫຍ່ອາຊຽນ Kao Kim Hourn ຢັ້ງຢືນວ່າ: “ເຖິງວ່າດຳລົງຕຳແໜ່ງເປັນ ປະທານອາຊຽນ, ປະຕິບັດໜ້າທີ່ໃນຄະນະເລຂາທິການ ອາຊຽນ ຫຼື ເປັນປະເທດ ປະສານງານ ກັບບັນດາຄູ່ຮ່ວມມື, ຫວຽດນາມ ຍາມໃດກໍແມ່ນສະມາຊິກທີ່ມີຄວາມຕັ້ງໜ້າ. ທີ່ເວທີປາໄສສາກົນຕ່າງໆ, ຫວຽດນາມ ຍາມໃດກໍຊຸກຍູ້ຜົນປະໂຫຍດຂອງ ບັນດາປະເທດອາຊຽນ. ອາດເວົ້າໄດ້ວ່າ, ຫວຽດນາມ ຍາມໃດກໍແມ່ນສະມາຊິກທີ່ ຕັ້ງໜ້າ, ເປັນເຈົ້າການ, ປະກອບສ່ວນຢ່າງໃຫຍ່ຫຼວງໃຫ້ແກ່ ອາຊຽນ.”

ເວທີປາໄສ ອະນາຄົດ ອາຊຽນ 2024 ໄດ້ປຶກສາຫາລື ຫຼາຍເນື້ອໃນສຳຄັນ, ດ້ວຍການເຂົ້າຮ່ວມຂອງຫຼາຍວົງການທີ່ແຕກຕ່າງກັນ, ສືບຕໍ່ປະຕິບັດບົດບາດ ທີ່ຕັ້ງໜ້າຂອງຫວຽດນາມ ໃນອາຊຽນ. ຜ່ານເວທີປາໄສຄັ້ງນີ້, ຫວຽດນາມ ພ້ອມກັບບັນດາປະເທດສະມາຊິກ ຈະມານະພະຍາຍາມຢັ້ງຢືນການກຳນົດບົດບາດ ໃຈກາງຂອງອາຊຽນ ຄືນໃໝ່, ຍາດແຍ່ງກາລະໂອກາດພັດທະນາ ໃນສັງກາດດີຈີຕອນ, ສ້າງປະຊາຄົມ ອາຊຽນ ພັດທະນາຢ່າງວ່ອງໄວ ແລະ ຍືນຍົງ ຖືປະຊາຊົນເປັນໃຈກາງ.

ໂດຍ: ທະນາພອນ