ມານະພະຍາຍາມຊຸກຍູ້ການພົວພັນຮ່ວມມືມິດຕະພາບ ຫວຽດນາມ ແລະຍີ່ປຸ່ນ
ກປ.ອອນໄລ - ຕອນບ່າຍວັນທີ 23 ເມສາ, ຢູ່ສໍານັກງານສູນກາງພັກ, ທ່ານນາງ ເຈືອງທິມາຍ, ກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບຫວຽດນາມ - ຍີ່ປຸ່ນ ໄດ້ໃຫ້ການຕ້ອນຮັບທ່ານ Yamada Takio ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຍີ່ປຸ່ນ ປະຈຳ ຫວຽດນາມ ເຂົ້າຢ້ຽມອໍາລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານ.
ທ່ານນາງ ເຈືອງທິມາຍ ຊົມເຊີຍທ່ານເອກອັກຄະລັດຖະທູດ Yamada Takio ທີ່ໄດ້ສຳເລັດອາຍຸການປະຕິບັດງານໜ້າທີ່ການທູດຂອງຕົນ; ຮັບຮູ້ ແລະຕີລາຄາສູງຕໍ່ການປະກອບສ່ວນສຳຄັນຂອງທ່ານເອກອັກຄະລັດຖະທູດ Yamada Takio ໃນໄລຍະ 4 ປີຜ່ານມາ ກັບການພັດທະນາຢ່າງແຂງແຮງ, ຮອບດ້ານຂອງການພົວພັນ ຫວຽດນາມ - ຍີ່ປຸ່ນ. ພິເສດ, ສອງຝ່າຍໄດ້ສົມທົບກັນຈັດຕັ້ງລາຍການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ ໃນປີ 2023 ປະສົບຜົນສໍາເລັດ, ໃນນັ້ນມີການໂອ້ລົມທາງໂທລະສັບລະຫວ່າງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະທ່ານນາຍົກລັດຖະມົນຕີ Kishida Fumio (ເດືອນກຸມພາ ປີ 2023) ແລະສອງປະເທດໄດ້ຍົກລະດັບຂອບເຂດການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ, ວັດທະນາຖາວອນຢູ່ອາຊີ ແລະໃນໂລກ.
    |
 |
ທ່ານນາງ ເຈືອງທິມາຍ ຕ້ອນຮັບທ່ານ Yamada Takio ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳຫວຽດນາມ ເຂົ້າຢ້ຽມອຳລາ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານເອກອັກຄະລັດຖະທູດ Yamada Takio ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ນ້ຳໃຈ, ການສະໜັບສະໜູນຂອງການນຳພັກ, ລັດ, ຄະນະ, ກະຊວງ, ຂະແໜງການ ແລະບັນດາອົງການຂອງຫວຽດນາມ, ໃນນັ້ນມີກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ - ຍີ່ປຸ່ນ ທີ່ໄດ້ຊ່ວຍເຫຼືອທ່ານໃນຕະຫຼອດໄລຍະປະຕິບັດງານຢູ່ ຫວຽດນາມ; ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາອັນດີງາມ, ພົ້ນເດັ່ນຂອງການພົວພັນ ຫວຽດນາມ - ຍີ່ປຸ່ນ ໃນຫຼາຍຂົງເຂດ ແລະໃນຊ່ອງທາງພັກ, ລັດ, ສະພາແຫ່ງຊາດ, ການພົບປະແລກປ່ຽນປະຊາຊົນ, ການພົບປະແລກປ່ຽນຢູ່ທ້ອງຖິ່ນ.
ທ່ານ Yamada Takio ຢືນຢັນວ່າ, ບໍ່ວ່າຈະດຳລົງຕຳແໜ່ງໃດກໍ່ຕາມ, ຕົນເອງກໍ່ຈະມານະພະຍາຍາມ, ສະໜັບສະໜູນການພັດທະນາການພົວພັນຮ່ວມມືມິດຕະພາບລະຫວ່າງ ຫວຽດນາມ - ຍີ່ປຸ່ນ, ປະກອບສ່ວນເຮັດໃຫ້ເລິກເຊິ່ງ ແລະຫັນເນື້ອໃນຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດໃຫ້ປະກົດຜົນເປັນຈິງ.
ໂດຍ: ຈາງຫງວຽນ