ຕີລາຄາສູງໝາກຜົນການຮ່ວມມືຂອງສະມາຄົມທະນາຍຄວາມສະຫະພັນລັດເຊຍ ແລະສະມາຄົມທະນາຍຄວາມຫວຽດນາມ ໃນໄລຍະຜ່ານມາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໃຫ້ຮູ້ວ່າ: ການຢ້ຽມຢາມໄດ້ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ. ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ: ຍາມໃດຫວຽດນາມ ກໍ່ຈົດຈຳການໜູນຊ່ວຍ ແລະຊ່ວຍເຫຼືອເຊິ່ງປະຊາຊົນສະຫະພາບໂຊວຽດ ແລະປະເທດລັດເຊຍ ມອບໃຫ້ຫວຽດນາມ; ຍາມໃດກໍ່ເຄົາລົບ ແລະປາດຖະໜາຢາກສືບຕໍ່ເຮັດໃຫ້ເລິກເຊິ່ງ, ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ສະຫະພັນລັດເຊຍ ແທດຈິງກວ່າອີກ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຕ້ອນຮັບທ່ານປະທານສະມາຄົມທະນາຍຄວາມສະຫະພັນລັດເຊຍ. ພາບ: ສໍານັກຂ່າວສານຫວຽດນາມ

ເພື່ອປະກອບສ່ວນຫັນຂໍ້ຕົກລົງຂອງການນຳຂັ້ນສູງຂອງສອງປະເທດເປັນລະອຽດ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສະມາຄົມທະນາຍຄວາມສະຫະພັນລັດເຊຍ, ສະມາຄົມທະນາຍຄວາມຫວຽດນາມ ແລະບັນດາອົງການທີ່ກ່ຽວຂ້ອງກວດກາຄືນ, ຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືຢ່າງມີປະສິດທິຜົນ ແລະແລກປ່ຽນ, ແບ່ງປັນບົດຮຽນ, ສືບຕໍ່ເຂົ້າຮ່ວມການສ້າງກອບນິຕິກຳໃຫ້ແກ່ການຮ່ວມມືລະຫວ່າງສອງປະເທດ, ຕັ້ງໜ້າຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ...

ໂດຍ: ໄຊນີດາ