ທີ່ການພົບປະເຈລະຈາ, ທ່ານປະທານາທິບໍດີ Maduro ສະແດງຄວາມປະທັບໃຈ ຕໍ່ຜົນງານແຫ່ງການພັດທະນາທຸກດ້ານຂອງຫວຽດນາມ ໃນຊຸມປີມໍ່ໆມານີ້, ໄດ້ກາຍເປັນແບບຢ່າງໃຫ້ຫຼາຍປະເທດໃນໂລກ, ໃນນັ້ນມີເວເນຊູເອລາ. ການນຳເວເນຊູເອລາ ໃຫ້ຄຳໝັ້ນສັນຍາວ່າ ທາງລັດຖະບານ ເວເນຊູເອລາ ຈະສ້າງເງື່ອນໄຂສູງສຸດໃຫ້ແກ່ວິສາຫະກິດຫວຽດນາມ ດຳເນີນທຸລະກິດ ແລະລົງທຶນກັບເວເນຊູເອລາ.

leftcenterrightdel
ທ່ານ ເຈິ່ນລືວກວາງ ຮອງນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Nicolás Maduro Moros ປະທານາທິບໍດີເວເນຊູເອລາ. ພາບ: nld.com.vn

ສອງຝ່າຍໄດ້ເຫັນດີເປັນເອກະພາບຕັ້ງໜ້າກະກຽມໃຫ້ແກ່ການຢ້ຽມຢາມທີ່ໃກ້ຈະມາເຖິງນີ້ ຂອງການນຳຂັ້ນສູງຂອງສອງປະເທດ; ຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນສອງຝ່າຍ ຜ່ານການເພີ່ມທະວີການແລກປ່ຽນຄະນະຜູ້ແທນວິສາຫະກິດ, ການເຄື່ອນໄຫວສົ່ງເສີມ ແລະເຊື່ອມຕໍ່ທີ່ເໝາະສົມ. ລັດຖະບານສອງປະເທດຈະຮ່ວມເດີນທາງພ້ອມກັບບັນດາວິສາຫະກິດ ເພື່ອສົ່ງເສີມ ແລະອຳນວຍຄວາມສະດວກໃຫ້ແກ່ບັນດາໂຄງການຮ່ວມມື ແລະການລົງທຶນສອງຝ່າຍ, ພິເສດແມ່ນໃນຂົງເຂດນ້ຳມັນອາຍແກັສ, ກະສິກຳ, ໂທລະຄົມ ແລະການກໍ່ສ້າງ. ສອງຝ່າຍຍັງໄດ້ແລກປ່ຽນທັດສະນະກ່ຽວກັບບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ແບ່ງປັນທັດສະນະໃນການແກ້ໄຂຄວາມຂັດແຍ່ງກັນໂດຍສັນຕິວິທີ ບົນພື້ນຖານເຄົາລົບກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ.

ພາຍຫຼັງການພົບປະເຈລະຈາ, ທ່ານປະທານາທິບໍດີ Nicolás Maduro ແລະ ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ໄດ້ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມືສອງຝ່າຍ, ລວມມີ: ແຜນການເຄື່ອນໄຫວຜັນຂະຫຍາຍການຮ່ວມມືພັດທະນາກະສິກຳ ລະຫວ່າງກະຊວງກະສິກຳ ຂອງສອງປະເທດ ໄລຍະ 2024-2030, ບົດບັນທຶກຊ່ວຍຈຳ ແລະຈົດໝາຍເຫດການຮ່ວມມືລະຫວ່າງວິສາຫະກິດຂອງສອງປະເທດ ໃນຂົງເຂດນ້ຳມັນອາຍແກັສ, ການກັ່ນຕອງນ້ຳມັນ, ໂທລະຄົມ ແລະ ການຜະລິດວັດສະດຸກໍ່ສ້າງ.

ໂດຍ: ທູຈາງ