ປະທານ ໂຮ່ຈີມິນ ເຄີຍດຳລົງຊີວິດ ແລະເຮັດວຽກຢູ່ທີ່ນີ້ໃນໄລຍະເວລາເຄື່ອນໄຫວປະຕິວັດຢູ່ນະຄອນຄຸນໝິງ. ເຂດປູຊະນີຍະສະຖານປະຫວັດສາດປະທານ ໂຮ່ຈີມິນ ມີຄຸນຄ່າທາງດ້ານປະຫວັດສາດ, ວັດທະນະທຳ, ການສຶກສາອົບຮົມມູນເຊື້ອອັນສຳຄັນ.

leftcenterrightdel
 
leftcenterrightdel
ທ່ານ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດ ຢ້ຽມຢາມເຂດປູຊະນີຍະສະຖານປະຫວັດສາດ ໂຮ່ຈີມິນ ຢູ່ນະຄອນຄຸນໝິງ, ແຂວງຢຸນນານ. ພາບ: ຍານຊ໊າງ

ຂຽນຄວາມໃນໃຈໃສ່ປື້ມບັນທຶກຢູ່ເຂດປູສະນີຍະສະຖານ, ທ່ານ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດ ໄດ້ຂຽນວ່າ: “ຂ້າພະເຈົ້າ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ຮູ້ສຶກຕື້ນຕັນໃຈເມື່ອມາຢ້ຽມຢາມເຂດປູຊະນີຍະສະຖານປະຫວັດສາດ ໂຮ່ຈີມິນ ຢູ່ນະຄອນຄຸນໝິງ, ສະຖານທີ່ຮັກສາບັນດາຮູບພາບ ແລະເອກະສານອັນລ້ຳຄ່າຫຼາຍຢ່າງກ່ຽວກັບປະທານໂຮ່ຈີມິນ ຜູ້ຍິ່ງໃຫຍ່... ໃນຕະຫຼອດຊຸມປີແຫ່ງການປະຕິວັດ, ຊອກຫາເສັ້ນທາງກູ້ຊາດ ແລະປົດປ່ອຍປະເທດຊາດ, ປະທານ ໂຮ່ຈີມິນ ໄດ້ເດີນທາງໄປຫຼາຍແຫ່ງໃນທົ່ວໂລກ, ໃນນັ້ນ ຈີນ ແມ່ນສະຖານທີ່ທີ່ສະໜິດຕິດພັນທີ່ສຸດ ແລະໃນໄລຍະເວລາເຄື່ອນໄຫວປະຕິວັດອັນຍາວນານທີ່ສຸດພ້ອມກັບການນຳຮຸ່ນຕ່າງໆຂອງພັກ ແລະລັດຈີນ ໄດ້ສ້າງປະຫວັດສາດອັນສະຫງ່າງາມກ່ຽວກັບການສະໜັບສະໜູນ ແລະການຊ່ວຍເຫຼືອອັນສຸດຈິດສຸດໃຈໃນພາລະກິດການປະຕິວັດຂອງສອງປະເທດ, ສ້າງພື້ນຖານໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ “ເພື່ອນມິດສາຫາຍ ແລະອ້າຍນ້ອງ” ລະຫວ່າງ ຫວຽດນາມ ແລະຈີນ. ພວກຂ້າພະເຈົ້າຂອບໃຈຢ່າງຈິງໃຈອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນແຂວງຢຸນນານ ແລະນະຄອນຄຸນໝິງ ທີ່ໄດ້ປົກປັກຮັກສາ ແລະບູລະນະເຂດປູຊະນີຍະສະຖານປະຫວັດສາດ ໂຮ່ຈີມິນ, ເປັນພະຍານຫຼັກຖານທີ່ມີຊີວິດຊີວາໃຫ້ແກ່ການພົວພັນຫວຽດນາມ - ຈີນ. ອວຍພອນໃຫ້ການພົວພັນລະຫວ່າງ ຫວຽດນາມ - ຈີນ ຂຽວສົດງົດງາມໝັ້ນຄົງທະໜົງແກ່ນຈົນຊົ່ວກະລະນານ”.

*ຕອນເຊົ້າວັນດຽວກັນ, ຢູ່ນະຄອນຄຸນໝິງ, ແຂວງຢຸນນານ,  ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວະ ໄດ້ເຂົ້າຮ່ວມເວທີປາໄສນະໂຍບາຍກົດໝາຍຊຸກຍູ້ການຮ່ວມມືລົງທຶນ, ການຄ້າ ຫວຽດນາມ - ຈີນ, ດ້ວຍການເຂົ້າຮ່ວມຂອງຜູ້ແທນວິສາຫະກິດ 2 ປະເທດກວ່າ 450 ຄົນ.

leftcenterrightdel
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ເວທີປາໄສ. ພາບ: ເລຕວຽດ

ກ່າວຄຳເຫັນທີ່ເວທີປາໄສ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ສະເໜີແນະເນື້ອໃນຈຳນວນໜຶ່ງ ເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງ ຫວຽດນາມ ແລະ ຈີນ, ຄື: ຍູ້ແຮງການເຊື່ອມຕໍ່ຍຸດທະສາດພັດທະນາ, ຜັນຂະຫຍາຍບັນດາເອກະສານຮ່ວມມືທີ່ໄດ້ລົງນາມໃນການຢ້ຽມຢາມ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ໃນໄລຍະຜ່ານມາຢ່າງວ່ອງໄວ, ມີປະສິດທິຜົນ, ແຜນການເຄື່ອນໄຫວໄລຍະ 2023 – 2026 ຜັນຂະຫຍາຍບົດບັນທຶກຊ່ວຍຈຳລະຫວ່າງກະຊວງອຸດສາຫະກຳ ແລະການຄ້າ ຫວຽດນາມ ແລະອຳນາດການປົກຄອງປະຊາຊົນແຂວງຢຸນໜານ (ຈີນ) ກ່ຽວກັບເລື່ອງເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ, ບົດບັນທຶກຊ່ວຍຈຳກ່ຽວກັບເລື່ອງເພີ່ມທະວີການຮ່ວມມືໜູນຊ່ວຍພັດທະນາທາງລົດໄຟຂ້າມຊາຍແດນ… ນີ້ແມ່ນບັນດາໂຄງການສຳຄັນເພື່ອຊຸກຍູ້ການເຄື່ອນໄຫວພົວພັນແລກປ່ຽນການຄ້າລະຫວ່າງ 2 ຝ່າຍ.

leftcenterrightdel
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະບັນດາຜູ້ແທນເຂົ້າຮ່ວມເວທີປາໄສ. ພາບ: ເລຕວຽດ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ, ຢືນຢັນວ່າ: ສະພາແຫ່ງຊາດ ຫວຽດນາມ ໄດ້ ແລະຈະຮ່ວມເດີນທາງພ້ອມກັບລະບົບການເມືອງ ເພື່ອປະກາດໃຊ້ບັນດານະໂຍບາຍໃຫ້ສອດຄ່ອງ, ສ້າງກອບນິຕິກຳໃຫ້ໂປ່ງໃສ, ຍຸຕິທຳ, ຮອບດ້ານ, ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດານັກລົງທຶນຕ່າງປະເທດເວົ້າລວມ ແລະ ວິສາຫະກິດ ຈີນ ເວົ້າສະເພາະ ດຳເນີນທຸລະກິດຢ່າງສະດວກ, ບັນລຸຜົນສຳເລັດຢູ່ຫວຽດນາມ. ພວກເຮົາພ້ອມກັນຫັນບັນດາຜົນງານໃໝ່, ເນື້ອໃນໃໝ່ຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ເປັນລະອຽດ; ນໍາການພົວພັນລະຫວ່າງສອງພັກ, ສອງປະເທດໃຫ້ພັດທະນາເຂົ້າສູ່ລວງເລິກ, ໝັ້ນຄົງ, ດີງາມ ແລະຍືນຍົງຍາວນານຢ່າງບໍ່ຢຸດຢັ້ງ.

ທີ່ເວທີປາໄສ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະບັນດາຜູ້ແທນຂອງ 2 ປະເທດ ໄດ້ເປັນສັກຂີພິຍານເລື່ອງບັນດາວິສາຫະກິດລົງນາມໃນບົດບັນທຶກຊ່ວຍຈຳ, ຂໍ້ຕົກລົງຮ່ວມມືໃນບັນດາຂົງເຂດ, ຄື: ການບິນ, ການເງິນ, ການອອກແບບຜະລິດລະບົບ robot…

*ໃນຂອບເຂດການຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ຕ້ອນຮັບການນຳວິສາຫະກິດຈຳນວນໜຶ່ງຂອງ ຈີນ.

leftcenterrightdel

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕ້ອນຮັບການນຳວິສາຫະກິດຈີນ ຢູ່ແຂວງຢຸນນານ. ພາບ: ເລຕວຽດ

ທີ່ການຕ້ອນຮັບ ທ່ານ Jonathan Choi ປະທານກຸ່ມບໍລິສັດ SUNWAH, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຊົມເຊີຍກຸ່ມບໍລິສັດທີ່ສືບຕໍ່ພັດທະນາຢູ່ຫວຽດນາມ, ທ່ານປາດຖະໜາວ່າ, ກຸ່ມບໍລິສັດຈະສຸມໃສ່ຊຸກຍູ້ການຮ່ວມມືລະຫວ່າງບັນດາແຂວງຢູ່ເຂດຊາຍແດນ ຫວຽດນາມ ກັບບັນດາແຂວງຂອງ ຈີນ; ຄົ້ນຄວ້າການຮ່ວມມື 2 ຝ່າຍໃນການຖ່າຍທອດເຕັກໂນໂລຊີ, ຍົກສູງກຳລັງເຊື່ອມຕໍ່ລະບົບຜະລິດຕະພັນ.

ທີ່ການແລກປ່ຽນກັບການນຳກຸ່ມບໍລິສັດລົງທຶນພະລັງງານຢຸນໜານ (YEIG), ທ່ານປະທານສະພາແຫ່ງຊາດ ເນັ້ນໜັກວ່າ ບັນດາແຂວງທາງພາກເໜືອຂອງ ຫວຽດນາມ ມີຄວາມສາມາດບົ່ມຊ້ອນພັດທະນາພະລັງງານທົດແທນ. ກຸ່ມບໍລິສັດສາມາດຄົ້ນຄວ້າການເຂົ້າຮ່ວມດ້ວຍບົດບາດເປັນຄູ່ຮ່ວມມືພັດທະນາໃໝ່ໃນໂຄງການພະລັງງານສະອາດຈຳນວນໜຶ່ງ. ພ້ອມກັນນັ້ນ, ທ່ານປະທານສະພາແຫ່ງຊາດ ກໍ່ປາດຖະໜາວ່າ, ວິສາຫະກິດ 2 ປະເທດຈະເພີ່ມທະວີການລົງທຶນເຂົ້າຕະຫຼາດຂອງກັນ, ນັບທັງດ້ານການຄ້າ, ການລົງທຶນ, ການຜະລິດ.

ທີ່ການຕ້ອນຮັບທ່ານ Sun Rongkun, ປະທານສະພາບໍລິຫານບໍລິສັດລົດໄຟຟ້າ ຕາຫຼຽນ (ຈີນ), ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃຫ້ຮູ້ວ່າ ຫວຽດນາມ ກໍ່ມີການກຳນົດທິດພັດທະນາຂະແໜງອຸດສາຫະກຳລົດໄຟຟ້າ, ສະນັ້ນ, ນອກຈາກການເຂົ້າຮ່ວມການປະມູນບັນດາໂຄງການໃຫຍແລ້ວ, ບໍລິສັດອາດຈະແບ່ງປັນບົດຮຽນ, ເຕັກນິກ, ເຕັກໂນໂລຊີ, ສ້າງບັນດາຮາກຖານຜະລິດຫົວຈັກລົດ, ໂຄງລົດ, ໜູນຊ່ວຍໃຫ້ຂະແໜງທາງລົດໄຟ ຫວຽດນາມ.

ຕອນບ່າຍວັນດຽວກັນ, ທ່ານປະທານສະແຫ່ງຊາດ ເວືອງດິ່ງເຫວະ ແລະຄະນະຜູ້ແທນຂັ້ນສູງໄດ້ໄປຢ້ຽມຢາມໂຄງການດີເດັ່ນກ່ຽວກັບເຕັກໂນໂລຊີສູງຢູ່ສູນການບໍລິການປະດິດຄິດສ້າງກະສິກຳສີຂຽວ Yuntianhua ຂຶ້ນກັບກຸ່ມບໍລິສັດ Yuntianhua, ແຂວງ ຢຸນໜານ ແລະ ສູນປະມູນລາຄາຕົ້ນໄມ້ປະດັບຄຸນໝິງ. ນີ້ແມ່ນການເຄື່ອນໄຫວສຸດທ້າຍຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະຄະນະຜູ້ແທນຂັ້ນສູງ ຫວຽດນາມ ໃນການຢ້ຽມຢາມ ສປ.ຈີນ ຢ່າງເປັນທາງການ.

ໂດຍ: ທະນາພອນ