ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ຕີລາຄາສູງການຢ້ຽມຢາມຫວຽດນາມ ເປັນຄັ້ງທຳອິດຂອງລັດຖະມົນຕີການຕ່າງປະເທດ ສຳນັກ Vatican, ໂດຍສະເພາະແມ່ນ ພາຍຫຼັງສ້າງຕັ້ງອົງການຜູ້ຕາງໜ້າປະຈຳຫວຽດນາມ, ມີຄວາມໝາຍສຳຄັນຕໍ່ກັບປະຊາຄົມຊາວຄຼິດ ຫວຽດນາມ, ປະກອບສ່ວນເພີ່ມທະວີການພົວພັນຫວຽດນາມ-ສຳນັກ Vatican ທີ່ພວມພັດທະນາຢ່າງຕັ້ງໜ້າ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຢັ້ງຢືນວ່າ ລັດຫວຽດນາມ ຈະປະຕິບັດນະໂຍບາຍສະເໝີຕົ້ນສະເໝີປາຍຕໍ່ການເຄົາລົບນັບຖື ແລະຮັບປະກັນຄວາມເສລີໃນການເຫຼື້ອມໃສເຊື່ອຖືສາສະໜາຂອງປະຊາຊົນກັບລະບົບນະໂຍບາຍ, ກົດໝາຍວ່າດ້ວຍການເຊື່ອຖືສາສະໜານັບມື້ນັບສົມບູນຂຶ້ນ, ຮັບປະກັນກອບນິຕິກຳສຳລັບບັນດາການເຄື່ອນໄຫວສາສະໜາ. ປາດຖະໜາຢາກໃຫ້ປະຊາຄົມຊາວຄຼິດຫວຽດນາມ ຕັ້ງໜ້າເຂົ້າຮ່ວມການກໍ່ສ້າງ ແລະປະຕິບັດຕາມແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ, ສືບຕໍ່ປະກອບສ່ວນປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ຮ່ວມເດີນທາງພ້ອມກັບຊາດ ແລະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນກິດຈະການສ້າງສາ ແລະພັດທະນາປະເທດຊາດ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຕ້ອນຮັບທ່ານ Paul Richard Gallagher, ສັງຄະນາຍົກ, ລັດຖະມົນຕີການຕ່າງປະເທດສຳນັກ Vatican. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ສະແດງຄວາມປິຕິຊົມຊື່ນຕໍ່ການພົວພັນຫວຽດນາມ-ສຳນັກ Vatican ໃນໄລຍະຜ່ານມາມີຫຼາຍຄວາມກ້າວໜ້າ; ຖືວ່າເລື່ອງສອງຝ່າຍຍົກລະດັບການພົວພັນຂຶ້ນເປັນອົງການຜູ້ຕາງໜ້າແມ່ນຂີດໝາຍສຳຄັນ ແລະໝາກຜົນຂອງວິວັດທະນາການແລກປ່ຽນຢ່າງຕັ້ງໜ້າບົນເນື້ອໃນຈິດໃຈເຄົາລົບ, ຮ່ວມມື, ເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ, ພ້ອມທັງພິສູດໃຫ້ເຫັນວ່າ ລັດຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວຂອງສາສະໜາຕ່າງໆ, ໃນນັ້ນມີຊາວຄຼິດ.

ທ່ານ Paul Richard Gallagher, ສັງຄະນາຍົກ, ລັດຖະມົນຕີການຕ່າງປະເທດສຳນັກ Vatican ສະແດງຄວາມປະທັບໃຈຕໍ່ຜົນງານພັດທະນາເສດຖະກິດ-ສັງຄົມ ແລະການພົວພັນຕ່າງປະເທດຂອງຫວຽດນາມ, ມີຄວາມເອກອ້າງທະນົງໃຈຕໍ່ການປະກອບສ່ວນຂອງປະຊາຄົມ ຊາວຄຼິດ ຫວຽດນາມ; ເຊື່ອໝັ້ນວ່າ ປະຊາຄົມຊາວຄຼິດ ມີຄວາມປາດຖະໜາ ແລະມີຄວາມສາມາດປະກອບສ່ວນໃຫ້ແກ່ການພັດທະນາວັດທະນາຖາວອນຂອງປະເທດຫວຽດນາມ ຫຼາຍກວ່າອີກ; ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາອັນດີງາມຂອງການພົວພັນຫວຽດນາມ-ສຳນັກ Vatican; ສະແດງຄວາມຂອບອົກຂອບໃຈບັນດາອົງການກ່ຽວຂ້ອງຂອງຫວຽດນາມ ທີ່ສືບຕໍ່ໜູນຊ່ວຍ, ສ້າງເງື່ອນໄຂໃຫ້ແກ່ການເຄື່ອນໄຫວຂອງອົງການຜູ້ຕາງໜ້າສຳນັກ Vatican ປະຈໍາ ຫວຽດນາມ ເຮັດສໍາເລັດໜ້າທີ່; ມີຄວາມເຊື່ອໝັ້ນຕໍ່ຄວາມເຂົ້າອົກເຂົ້າໃຈກັນ, ການເຈລະຈາຢ່າງຈິງໃຈ, ການພົວພັນຫວຽດນາມ-ສຳນັກ Vatican ຈະບັນລຸຄວາມກ້າວໜ້າໃໝ່.

ໂດຍ: ແສງເດືອນ