ແນວໂຮມສາມປະເທດ ກຳປູເຈຍ-ລາວ-ຫວຽດນາມ ເພີ່ມທະວີການຮ່ວມມື
ກປ.ອອນໄລ - ຕອນບ່າຍວັນທີ 9 ເມສາ, ຢູ່ນະຄອນຫຼວງວຽງຈັນ ໄດ້ດໍາເນີນກອງປະຊຸມແນວໂຮມສາມປະເທດ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 5.
ເຂົ້າຮ່ວມກອງປະຊຸມມີທ່ານນາງ Samdech Men Sam An ປະທານສະພາແນວໂຮມສາມັກຄີພັດທະນາປະເທດກຳປູເຈຍ; ທ່ານ ສິນລະວົງ ຄຸດໄພທູນ, ປະທານສູນກາງແນວລາວສ້າງຊາດ ແລະທ່ານ ໂດ໋ວັນຈ໊ຽນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ; ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ພ້ອມດ້ວຍພະນັກງານ ແລະ ລັດຖະກອນຂອງ 3 ອົງການແນວໂຮມຂອງ 3 ປະເທດ.
    |
 |
ບັນຍາກາດທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ |
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ໂດ໋ວັນຈ໊ຽນ ສະເໜີໃຫ້ 3 ຝ່າຍເອົາໃຈໃສ່, ຊຸກຍູ້ ແລະ ເຂົ້າຮ່ວມໃນໂຄງການຮ່ວມມືໃນໄລຍະຈະມາເຖິງຢ່າງແໜ້ນແຟ້ນກ່ວາອີກ. ໃນໄລຍະຈະມາເຖິງ ທ່ານສະເໜີໃຫ້ແນວໂຮມສາມປະເທດ ກໍາປູເຈຍ-ລາວ-ຫວຽດນາມ ຄວນເປັນເຈົ້າການແລກປ່ຽນຂໍ້ມູນຂ່າວສານ ແລະ ສົມທົບກັນແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ; ສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຜັດປ່ຽນກັນຈັດຕັ້ງກອງປະຊຸມກ່ຽວກັບການກໍ່ສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພ້ອມກັນພັດທະນາລະຫວ່າງ 3 ປະເທດ; ສືບຕໍ່ໂຄສະນາເຜີຍແຜ່ໃຫ້ປະຊາຊົນສາມປະເທດ ກ່ຽວກັບມູນເຊື້ອປະຫວັດສາດສາມັກຄີ, ຄວາມຜູກພັນກັນທີ່ມີມາແຕ່ດົນນານຂອງປະຊາຊົນສາມປະເທດ, ເພີ່ມທະວີການໂຄສະນາເຜີຍແຜ່, ຍົກສູງຄວາມຮັບຮູ້ຂອງປະຊາຊົນກ່ຽວກັບວຽກງານຊາຍແດນ, ກໍຄືຄວາມໝາຍ ແລະຄວາມສຳຄັນຂອງເອກະສານນິຕິກໍາກ່ຽວກັບຊາຍແດນ; ສົ່ງເສີມ ແລະສ້າງເງື່ອນໄຂສະດວກໃຫ້ແກ່ແນວໂຮມທຸກຂັ້ນ ເພີ່ມທະວີການພົບປະແລກປ່ຽນ ແລະເປີດກວ້າງການໜູນຊ່ວຍເຊິ່ງກັນ ແລະກັນ ແນໃສ່ປັບປຸງນໍ້າໃຈສາມັກຄີມິດຕະພາບ ແລະການຮ່ວມມືໃນທຸກຂົງເຂດ...
ສິ້ນສຸດກອງປະຊຸມ, ປະທານແນວໂຮມສາມປະເທດ ກໍາປູເຈຍ-ລາວ-ຫວຽດນາມ ໄດ້ລົງນາມໃນໂຄງການຮ່ວມມືລະຫວ່າງຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ສະພາແນວໂຮມສາມັກຄີພັດທະນາປະເທດກຳປູເຈຍ ແລະແນວລາວສ້າງຊາດ ໄລຍະ 2024-2027.
ໂດຍ: ທູຈາງ