leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ກ່າວຄໍາເຫັນຊີ້ນໍາກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ແຂວງເທື່ອທຽນເຫວ້ ຕ້ອງເອົາໃຈໃສ່ເປັນພິເສດເຖິງການສ້າງຕົວເມືອງມີສີສັນເປັນເອກະລັກ, ອັດສະລິຍະ, ປັບຕົວ, ຂຽວສະອາດງາມຕາ, ປອດໄພ, ຍືນຍົງ, ໃຫ້ບຸລິມະສິດພັດທະນາບັນດາຈຸດໃຈກາງເມືອງ, ແລວເສດຖະກິດ, ກຳລັງໜູນການເຕີບໂຕ ແລະ ບັນດາຂອດບຸກທະລຸໃນການພັດທະນາ.

“ໜຶ່ງຈຸດສຸມ” ແມ່ນການລະດົມທຸກແຫຼ່ງກຳລັງທີ່ສອດຄ່ອງກັບກົດໝາຍ ແລະ ນຳໃຊ້ທຸກແຫຼ່ງກຳລັງນັ້ນໃຫ້ມີປະສິດທິຜົນ ເພື່ອຊຸກຍູ້ບັນດາກຳລັງໜູນການເຕີບໂຕທີ່ເປັນມູນເຊື້ອ ນັ້ນແມ່ນການລົງທຶນ, ສົ່ງອອກ, ການບໍລິໂພກ; ບຸກທະລຸໃນບັນດາກຳລັງໜູນເຕີບໂຕໃໝ່ເຊັ່ນເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ, ເສດຖະກິດແບ່ງປັນ, ເສດຖະກິດພູມປັນຍາ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພັດທະນາແບບຍືນຍົງ.

“ສອງເພີ່ມທະວີ” ນັ້ນແມ່ນ ເພີ່ມທະວີການລົງທຶນ, ພັດທະນາຊັບພະຍາກອນມະນຸດ; ເພີ່ມທະວີການເຊື່ອມຕໍ່ເຂດ, ພາກພື້ນ, ພາຍໃນ ແລະສາກົນ ຜ່ານການເຊື່ອມຕໍ່ລະບົບຄົມມະນາຄົມ, ລະບົບການຜະລິດ ແລະການສະໜອງຕາມລະບົບ.

“3 ຍູ້ແຮງ” ນັ້ນແມ່ນຍູ້ແຮງການພັດທະນາລະບົບພື້ນຖານໂຄງລ່າງຍຸດທະສາດຢ່າງຄົບຊຸດ, ກວມລວມກ່ຽວກັບຄົມມະນາຄົມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພື້ນຖານໂຄງລ່າງດີຈີຕອນ, ສາທາລະນະສຸກ, ການສຶກສາ, ສັງຄົມ…; ຍູ້ແຮງການພັດທະນາອຸດສາຫະກຳ ແລະ ໝູນໃຊ້ວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ໃນການຜະລິດດຳເນີນທຸລະກິດ, ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນຢ່າງມີປະສິດທິຜົນ ແລະ ພັດທະນາ.

ໂດຍ: ກວຽດເຕິມ