ທີ່ການໂອ້ລົມທາງໄກ, ສອງຝ່າຍໄດ້ເຫັນດີເປັນເອກະສັນນໍາກັນວ່າ ຈະສືບຕໍ່ເພີ່ມທະວີການຮ່ວມມືມິດຕະພາບທີ່ເປັນມູນເຊື້ອໃນຊ່ອງທາງພັກ, ສະພາແຫ່ງຊາດ, ລັດຖະບານ ແລະການພົວພັນແລກປ່ຽນປະຊາຊົນ. ສອງຝ່າຍຈະສືບຕໍ່ຮັກສາການຮ່ວມມືຢູ່ເຂດຊາຍແດນຂອງສອງປະເທດ ເພື່ອໃຫ້ກາຍເປັນເຂດທີ່ມີສັນຕິພາບ ແລະມີການພັດທະນາ. ການນຳສອງທ່ານກໍ່ເຫັນດີສົມທົບກັນຢ່າງແໜ້ນແຟ້ນ, ໜູນຊ່ວຍປະເທດລາວ ດຳລົງຕຳແໜ່ງປະທານອາຊຽນ, ປະທານ AIPA 2024 ໃຫ້ສໍາເລັດ ແລະເພີ່ມທະວີການປັບປຸງຄວາມສາມັກຄີລະຫວ່າງບັນດາປະເທດອາຊຽນ.

leftcenterrightdel
ທ່ານ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດຫວຽດນາມ  ໂອ້ລົມທາງໄກກັບທ່ານ Samdech Techo Hun Sen ປະທານສະພາສູງກໍາປູເຈຍ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ປາດຖະໜາວ່າ, ໃນຖານະເປັນປະທານສະພາສູງ, ທ່ານ Hun Sen ຈະສືບຕໍ່ຊີ້ນຳບັນດາ ກຳມາທິການຂອງສະພາສູງກຳປູເຈຍ ສົມທົບກັບກຳມາທິການຂອງສະພາແຫ່ງຊາດຫວຽດນາມ ໃຫ້ເເປັນຢ່າງດີ; ສືບຕໍ່ສະໜັບສະໜູນກ່ຽວກັບຫຼັກໝັ້ນ, ທັດສະນະຂອງກັນຕໍ່ກັບບັນຫາພາກພື້ນ ແລະ ສາກົນ ທີ່ສອງປະເທດມີຜົນປະໂຫຍດຮ່ວມກັນຢູ່ເວທີປາໄສລັດຖະສະພາພາກພື້ນ ແລະສາກົນ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ປາດຖະໜາຢາກໃຫ້ທ່ານ Hun Sen ຊຸກຍູ້ລັດຖະບານກຳປູເຈຍ ເອົາໃຈໃສ່ເຖິງເລື່ອງແກ້ໄຂວຽກງານຂີດເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນທາງບົກລະຫວ່າງສອງປະເທດໃຫ້ສຳເລັດ.

ໂດຍ: ທູຈາງ