ທ່ານນາຍົກລັດຖະມົນຕີ ອວຍພອນຊາວເຜົ່າຂະແມ ເນື່ອງໃນໂອກາດບຸນເຕັດ Chol Chnam Thmay
ກປ.ອອນໄລ - ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ Chol Chnam Thmay 2024 ຂອງຊາວເຜົ່າຂະແມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ໄດ້ສົ່ງຈົດໝາຍອວຍພອນພໍ່ແມ່ປະຊາຊົນ, ສະຫາຍ ແລະ ພະສົງສຳມະເນນຊາວເຜົ່າຂະແມ.
ໃນຈົດໝາຍອວຍພອນ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: ບຸນປີໃໝ່ປະຈຳຊາດຂອງຊາວເຜົ່າຂະແມ ແມ່ນວັດທະນະທຳທີ່ເປັນເອກະລັກຂອງຊາວເຜົ່າຂະແມ, ແມ່ນງານບຸນໃຫຍ່ທີ່ສຸດຂອງປີ, ມີຄວາມໝາຍສຳຄັນພິເສດ, ເລີ່ມຕົ້ນປີໃໝ່ດ້ວຍຄວາມເຊື່ອໝັ້ນ, ຄວາມຄາດຫວັງ, ຂໍໃຫ້ມີໂຊກມີລາບ, ມີຊີວິດທີ່ອົບອຸ່ນ, ອີ່ມໜຳສຳລານ ແລະມີຄວາມຜາສຸກ; ນີ້ກໍແມ່ນໂອກາດ ເພື່ອສະແດງນ້ຳໃຈກະຕັນຍູຮູ້ຄຸນ, ເຄົາລົບນັບຖືຕໍ່ບັນພະບຸລຸດ. ເນື່ອງໃນໂອກາດນີ້, ຕາງໜ້າການນຳພັກ ແລະລັດ, ທ່ານນາຍົກລັດຖະມົນຕີ ໄດ້ສົ່ງຄຳຢື້ຢາມຖາມຂ່າວ, ອາລົມຈິດອັນອົບອຸ່ນ ແລະຄໍາອວຍພອນອັນດີງາມທີ່ສຸດເຖິງພໍ່ແມ່ປະຊາຊົນ ແລະພະສົງສຳມະເນນຊາວເຜົ່າຂະແມ.
    |
 |
ທ່ານນາຍົກລັດຖະມົນຕີຫວຽດນາມ ສົ່ງຈົດໝາຍອວຍພອນຊາວເຜົ່າຂະແມ ເນື່ອງໃນໂອກາດບຸນເຕັດ Chol Chnam Thmay. ພາບ: baochinhphu.vn |
ດ້ວຍພົນລະເມືອງກວ່າ 1,3 ລ້ານຄົນ, ຊາວເຜົ່າຂະແມແມ່ນພາກສ່ວນໜຶ່ງທີ່ບໍ່ສາມາດຕັດແຍກອອກຂອງປະຊາຄົມ 54 ຊົນເຜົ່າຂອງຫວຽດນາມ, ມີບົດບາດສຳຄັນໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ. ໃນໄລຍະຜ່ານມາ, ປະຊາຄົມຊາວເຜົ່າຂະແມ ໄດ້ມີການພັດທະນາໃໝ່, ຊີວິດທາງດ້ານວັດຖຸ, ຈິດໃຈຂອງປະຊາຊົນສືບຕໍ່ໄດ້ຮັບການຍົກສູງຂຶ້ນເລື້ອຍໆ.
ໂດຍ: ທູຈາງ