ໂດຍໄດ້ຮັບຄຳເຊີນຈາກທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ແລະຜັນຂະຫຍາຍ, ປະຕິບັດຖະແຫຼງການຮ່ວມລະຫວ່າງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະທ່ານປະທານາທິບໍດີ ອາເມລິກາ Joe Biden ໃນເດືອນ ກັນຍາ 2023 ວ່າດ້ວຍການຍົກລະດັບການພົວພັນ ຫວຽດນາມ - ອາເມລິກາ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ວັນທີ 25 ມີນາ ຢູ່ ວໍຊິງຕັນ ດີຊີ, ທ່ານລັດຖະມົນຕີ ກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ແລະທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໄດ້ເປັນປະທານຮ່ວມການພົບປະເຈລະຈາຂັ້ນລັດຖະມົນຕີການຕ່າງປະເທດ ຫວຽດນາມ - ອາເມລິກາ ຄັ້ງທີ 1.

leftcenterrightdel
ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ແລະທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Antony Blinken. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານລັດຖະມົນຕີ  Antony Blinken ຢືນຢັນວ່າ ອາເມລິກາ ຖືການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຫວຽດນາມ ເປັນສໍາຄັນ; ສະໜັບສະໜູນຫວຽດນາມ ທີ່ແຂງແຮງ, ເປັນເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະວັດທະນາຖາວອນ, ສືບຕໍ່ປ່ຽນແປງໃໝ່, ເປີດກວ້າງການເຊື່ອມໂຍງເຂົ້າກັບສາກົນ, ຮັບດໍາລົງຕຳແໜ່ງທີ່ນັບມື້ນັບສຳຄັນຂອງອາຊຽນ ແລະພາກພື້ນ ແລະກໍ່ຄືໃນເວທີສາກົນ; ເນັ້ນໜັກເຖິງຄຳໝັ້ນສັນຍາຂອງອາເມລິກາ ໃນການຜັນຂະຫຍາຍຂອບເຂດການພົວພັນໃໝ່ ແລະຂໍ້ຕົກລົງຂອງການນຳຂັ້ນສູງ 2 ປະເທດ. ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ຢືນຢັນວ່າ ອາເມລິກາ ແມ່ນຄູ່ຮ່ວມມືທີ່ສໍາຄັນດ້ານຍຸດທະສາດ ຂອງຫວຽດນາມ; ເນັ້ນໜັກວ່າ ຫວຽດນາມ ຈະສືບຕໍ່ພ້ອມກັບອາເມລິກາ ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໃຫ້ນັບມື້ນັບມີປະສິດທິຜົນ, ແທດຈິງ ແລະໝັ້ນຄົງ, ພ້ອມກັນນັ້ນ ກໍ່ເປີດກວ້າງການຮ່ວມມືບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະລະບອບລະບຽບທາງການເມືອງຂອງກັນ, ເພື່ອແນໃສ່ຮັກສາທ່າພັດທະນາໃນຫຼາຍສະວັດທີ່ຈະມາເຖິງ.

2 ຝ່າຍໄດ້ຫວນຄືນບັນດາບາດກ້າວເດີນໃນການພົວພັນລະຫວ່າງ 2 ປະເທດ, ກວດກາຄືນບັນດາເນື້ອໃນການຮ່ວມມືທີ່ໄດ້ຮັບການຜັນຂະຫຍາຍນັບແຕ່ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ; ປຶກສາຫາລືບັນດາມາດຕະການເພື່ອເຮັດໃຫ້ການພົວພັນສອງຝ່າຍເລິກເຊິ່ງກວ່າອີກ. 2 ຝ່າຍກໍ່ໄດ້ແລກປ່ຽນບັນດາບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ກ່ຽວກັບບັນຫາທະເລຕາເວັນອອກ, 2 ຝ່າຍໄດ້ເຫັນດີເປັນເອກະສັນກ່ຽວກັບຄວາມສຳຄັນຂອງສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມເສລີໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ, ແກ້ໄຂການພິພາດກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ  1982, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ, ມຸ່ງໄປເຖິງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິຜົນ ແລະແທດຈິງ.

ໂດຍ: ທະນາພອນ