ດັກນົງ ສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງ ແລະຕ້ອນຮັບຫຼຽນໄຊເອກະລາດຊັ້ນ 1
ກປ.ອອນໄລ - ຕອນຄ່ຳວັນທີ 23 ມີນາ, ຢູ່ນະຄອນ ຢາເຫງ້ຍ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງ ແຂວງດັກນົງຄືນໃໝ່ (1 ມັງກອນ ປີ 2004 / 1 ມັງກອນ ປີ 2024) ເນື່ອງໃນໂອກາດສະເຫຼີມສະຫຼອງ 49 ປີແຫ່ງວັນປົດປ່ອຍນະຄອນ ຢາເຫງ້ຍ (23 ມີນາ ປີ 1975 / 23 ມີນາ ປີ 2024).
ທີ່ພິທີ, ຕາງໜ້າການນໍາພັກ, ລັດ, ທ່ານ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດຫວຽດນາມ ໄດ້ປະດັບຫຼຽນໄຊເອກະລາດຊັ້ນ 1 ໃຫ້ຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນບັນດາເຜົ່າຢູ່ແຂວງ ດັກນົງ.
ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ຕາງໜ້າການນຳພັກ, ລັດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຊົມເຊີຍ ແລະຍ້ອງຍໍບັນດາຜົນງານອັນໃຫຍ່ຫຼວງຂອງພັກ, ອໍານາດການປົກຄອງ ແລະປະຊາຊົນບັນດາເຜົ່າແຂວງ ດັກນົງ ບັນລຸໄດ້ໃນ 20 ປີແຫ່ງການສ້າງຕັ້ງ ແລະພັດທະນາ, ປະກອບສ່ວນຢ່າງຕັ້ງໜ້າ ແລະມີປະສິດທິຜົນເຂົ້າໃນຜົນງານ ໃນໄລຍະເກືອບ 40 ປີແຫ່ງການປ່ຽນແປງໃໝ່ຂອງປະເທດ.
    |
 |
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ປະດັບຫຼຽນໄຊເອກະລາດຊັ້ນ 1 ໃຫ້ຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນແຂວງ ດັກນົງ. ພາບ: ສໍານັກຂ່າວສານຫວຽດນາມ |
ເພື່ອປະຕິບັດບັນດາເປົ້າໝາຍ, ໜ້າທີ່ ແລະບັນດາໂຄງການ, ແຜນການທີ່ໄດ້ວາງອອກຢ່າງມີໄຊ, ທ່ານປະທານສະພາແຫ່ງຊາດ ໄດ້ສະເໜີໃຫ້ຄະນະພັກແຂວງ ດັກນົງ ເອົາໃຈໃສ່ຊີ້ນຳນຳພາປະຕິບັດບາງໜ້າທີ່ໃຈກາງໃຫ້ດີກວ່າອີກ. ທ່ານປະທານສະພາແຫ່ງຊາດ ຮຽກຮ້ອງໃຫ້ແຂວງ ດັກນົງ ສົມທົບກັນຢ່າງແໜ້ນແຟ້ນໃນການພັດທະນາເສດຖະກິດ - ວັດທະນະທໍາ - ສັງຄົມ, ຮັບປະກັນຄວາມກ້າວໜ້າ ແລະຍຸຕິທຳສັງຄົມ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະ, ປະຫວັດສາດປະຕິວັດຂອງຜືນແຜ່ນດິນ ແລະປະຊາຊົນແຂວງ ດັກນົງ, ສ້າງການພັດທະນາຢ່າງກົມກຽວ ແລະຍືນຍົງ.
ໂດຍຊີ້ແຈ້ງວ່າ, ສູນກາງພັກ, ສະພາແຫ່ງຊາດ ແລະລັດຖະບານ ຍາມໃດກໍ່ໃກ້ຊິດຕິດແທດ, ຮ່ວມເດີນທາງ ແລະສະໜັບສະໜູນແຂວງ, ທ່ານປະທານສະພາແຫ່ງຊາດ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ອົງການສູນກາງ, ບັນດາແຂວງ, ນະຄອນໃນພາກພື້ນ ແລະທົ່ວປະເທດ, ບັນດາວິສາຫະກິດສືບຕໍ່ເອົາໃຈໃສ່, ປະສານສົມທົບ ແລະສ້າງທຸກເງື່ອນໄຂສະດວກເພື່ອໃຫ້ແຂວງ ດັກນົງ ຫັນເປົ້າໝາຍກາຍເປັນແຂວງພັດທະນາດີຂອງເຂດໄຕງວຽນ ຮອດປີ 2030 ໃຫ້ປະກົດຜົນເປັນຈິງ.
ໂດຍ: ຈາງຫງວຽນ