ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄູ່ຮ່ວມມືຮອບດ້ານກັບ ອາກຊັງຕີນ; ເຊື່ອໝັ້ນວ່າ ການຢ້ຽມຢາມຫວຽດນາມ ຂອງທ່ານນາງ  Diana Elena Mondino ຈະປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນຫວຽດນາມ-ອາກຊັງຕີນ ໃນໄລຍະຈະມາເຖິງ, ສຸມໃສ່ຂົງເຂດ ເຊິ່ງສອງຝ່າຍມີຄວາມສາມາດບົ່ມຊ້ອນ ແລະຄວາມຕ້ອງການ, ໃນນັ້ນມີຂົງເຂດອຸດສາຫະກຳ, ກະສິກຳ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຕ້ອນຮັບທ່ານນາງ Diana Elena Mondino ລັດຖະມົນຕີການຕ່າງປະເທດ, ການຄ້າຕ່າງປະເທດ ແລະສາສະໜາ ອາກຊັງຕີນ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ສະແດງຄວາມເພິ່ງພໍໃຈຕໍ່ການພັດທະນາຢ່າງຕັ້ງໜ້າຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດໃນໄລຍະຜ່ານມາ ກໍ່ຄືຜົນສຳເລັດທີ່ດີງາມຂອງການພົບປະເຈລະຈາຢ່າງເປັນທາງການທີ່ໄດ້ດຳເນີນໃນຕອນບ່າຍວັນທີ 19 ມີນາ ລະຫວ່າງທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ແລະທ່ານນາງລັດຖະມົນຕີ Diana Elena Mondino; ສະເໜີໃຫ້ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນການນຳຂັ້ນສູງລະຫວ່າງສອງປະເທດ; ພ້ອມທັງຜັນຂະຫຍາຍບັນດາມາດຕະການເພີ່ມທະວີການພົວພັນສອງຝ່າຍ, ເຫັນດີເປັນເອກະພາບຕໍ່ວັນທີ່ຈະຜັນຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວລະຫວ່າງສອງປະເທດ ຄືປຶກສາຫາລືດ້ານການເມືອງລະຫວ່າງສອງກະຊວງການຕ່າງປະເທດ, ກົນໄກຄະນະກຳມະການລະຫວ່າງລັດຖະບານສອງປະເທດ; ແລກປ່ຽນ, ຊຸກຍູ້ການເຈລະຈາເພື່ອກ້າວໄປເຖິງການລົງນາມບັນດາເອກະສານຮ່ວມມືສ້າງກອບນິຕິກຳສະດວກໃຫ້ແກ່ການດຳເນີນທຸລະກິດ, ການລົງທຶນກໍ່ຄືເພີ່ມທະວີການເຊື່ອມຕໍ່ການພົວພັນແລກປ່ຽນການຄ້າ, ການແລກປ່ຽນຂໍ້ມູນຂ່າວສານ ແລະສ້າງເງື່ອນໄຂໃຫ້ສິນຄ້າທີ່ມີທ່າແຮງຂອງສອງປະເທດເຂົ້າຕະຫຼາດຂອງກັນ, ຜ່ານນັ້ນ, ສືບຕໍ່ຍົກສູງມູນຄ່າການແລກປ່ຽນການຄ້າສອງຝ່າຍລະຫວ່າງສອງປະເທດ, ມຸ່ງໄປເຖິງການຮ່ວມມືໃນໄລຍະຍາວລະຫວ່າງບັນດາວິສາຫະກິດຫວຽດນາມ ແລະອາກຊັງຕີນ.

ທ່ານນາງລັດຖະມົນຕີການຕ່າງປະເທດ, ການຄ້າຕ່າງປະເທດ ແລະສາສະໜາ ອາກຊັງຕີນ ຢັ້ງຢືນວ່າ ລັດຖະບານ ອາກຊັງຕີນ ຖືເປັນສຳຄັນຕໍ່ຖານະບົດບາດ, ທີ່ຕັ້ງທີ່ນັບມື້ນັບເພີ່ມຂຶ້ນຂອງຫວຽດນາມ ຢູ່ພາກພື້ນ ແລະສາກົນ; ພ້ອມທັງສະເໜີໃຫ້ສອງຝ່າຍສືບຕໍ່ເອົາໃຈໃສ່ຊຸກຍູ້ການຮ່ວມມືໃນທຸກຂົງເຂດການເງິນ, ພາສີອາກອນ, ການຮ່ວມມືດ້ານການບິນ, ແມ່ນບັນດາຂົງເຂດ ເຊິ່ງລັດຖະບານ ອາກຊັງຕີນ ເອົາໃຈໃສ່ຊຸກຍູ້ ແລະປາດຖະໜາວ່າ ຫວຽດນາມ ຈະສືບຕໍ່ເອົາໃຈໃສ່ພັດທະນາການຮ່ວມມືສອງຝ່າຍກ່ຽວກັບກະສິກຳ ແລະການຄ້າກັບອາກຊັງຕີນ, ຜ່ານນັ້ນມຸ່ງໄປເຖິງການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຕາມຂົງເຂດອຸດສາຫະກຳ-ກະສິກຳ ລະຫວ່າງຫວຽດນາມ ແລະອາກຊັງຕີນ ໃນໄລຍະຈະມາເຖິງ.

* ຕອນບ່າຍວັນດຽວກັນ, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Karthik Rammohan, ຮອງປະທານຂັ້ນສູງກຸ່ມບໍລິສັດ Lam Research (ອາເມລິກາ) ແລະຜູ້ຕາງໜ້າບໍລິສັດ Seojin (ສ. ເກົາຫຼີ).

ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ປາດຖະໜາຢາກໃຫ້ກຸ່ມບໍລິສັດ Lam Research ແລະບໍລິສັດ Seojin ນອກຈາກການລົງທຶນ, ການຜະລິດແລ້ວຕ້ອງເອົາໃຈໃສ່ເຄື່ອນໄຫວຄົ້ນຄວ້າ, ພັດທະນາ (R&D), ຖ່າຍທອດເຕັກໂນໂລຢີ, ຊຸກຍູ້ການພັດທະນາລະບົບນິເວດເຄິ່ງຊັກນຳໄຟຟ້າຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ກຸຸ່ມບໍລິສັດ Lam Research ແລະບໍລິສັດ Seojin ສືບຕໍ່ເຮັດວຽກກັບບັນດາອົງການ, ທ້ອງຖິ່ນກ່ຽວຂ້ອງ ເພື່ອຜັນຂະຫຍາຍບັນດາວຽກງານ, ເຮັດລະບຽບການຕາມຂໍ້ກຳນົດຂອງກົດໝາຍ.

ໂດຍ: ແສງເດືອນ