ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເປັນປະທານກອງປະຊຸມ. ກອງປະຊຸມ ແລະເວທີປາໄສໂດຍກະຊວງແຜນການ ແລະການລົງທຶນ ຫວຽດນາມ, ທະນາຄານໂລກ (WB) ແລະອົງການການເງິນສາກົນ (IFC) ສົມທົບກັນຈັດຂຶ້ນດ້ວຍຫົວຂໍ້ “ວິສາຫະກິດ FDI ນຳໜ້າໃນການປະຕິບັດຍຸດທະສາດເຕີບໂຕສີຂຽວ”.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເປັນປະທານກອງປະຊຸມ. ພາບ: qdnd.vn

ກ່າວຄຳເຫັນໜ້າທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເນັ້ນໜັກວ່າ ລັດຖະບານຫວຽດນາມ ຍາມໃດກໍ່ຮັບຟັງຄຳເຫັນ ແລະເຂົ້າໃຈສາຍສຳພັນລະຫວ່າງວິສາຫະກິດກັບລັດ ແລະປະຊາຊົນ; ພ້ອມກັນແບ່ງປັນວິໄສທັດ ແລະການກະທຳເພື່ອພັດທະນາເສດຖະກິດ, ເຕີບໂຕສີຂຽວ ແລະພັດທະນາພ້ອມກັບວິສາຫະກິດ.

ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ປີນີ້, ຫວຽດນາມ ຕັດສິນໃຈພັດທະນາຢ່າງວ່ອງໄວ ແລະຍືນຍົງ, ໃຫ້ບຸລິມະສິດໃນການຊຸກຍູ້ການເຕີບໂຕຕິດພັນກັບການຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ; ເອົາໃຈໃສ່ເປັນພິເສດຕໍ່ການປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ; ຍູ້ແຮງການພົວພັນຕ່າງປະເທດ ແລະການເຊື່ອມໂຍງສາກົນ; ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບແກ່ການພັດທະນາຂອງປະເທດຊາດ. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ບັນດາວິສາຫະກິດ FDI, ນັກລົງທຶນຕ່າງປະເທດ ຈະຖືປະຊາຊົນ, ວິສາຫະກິດເປັນໃຈກາງ, ເປັນເຈົ້າກຳ, ຍາມໃດກໍ່ຮັບປະກັນຄວາມສະເໝີພາບໃນສັງຄົມ ແລະຊີວິດສັງຄົມເປັນຢ່າງດີ.

ກ່ຽວກັບທັດສະນະພັດທະນາການເຕີບໂຕຂຽວ, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ: ຫວຽດນາມ ກໍານົດການເຕີບໂຕຂຽວແມ່ນໜຶ່ງໃນສອງປັດໄຈແກ່ນສານ (ລວມມີ: ການຫັນເປັນດີຈີຕອນ ແລະການເຕີບໂຕສີຂຽວ) ຂອງຂະບວນການສ້າງໂຄງປະກອບເສດຖະກິດຄືນໃໝ່. ທ່ານນາຍົກລັດຖະມົນຕີ ສະເໜີປະຊາຄົມວິສາຫະກິດ FDI, ນັກລົງທຶນຕ່າງປະເທດ ແລະຄູ່ຮ່ວມມືພັດທະນາປະຈັນບານໃນການເຕີບໂຕສີຂຽວ; ຢືນຢັນວ່າ ຫວຽດນາມ ຈະຮັບປະກັນສິດ ແລະຜົນປະໂຫຍດອັນຊອບທຳຂອງວິສາຫະກິດ ເວົ້າລວມ ແລະບັນດາວິສາຫະກິດ FDI ເວົ້າສະເພາະ; ຮັບປະກັນໃຫ້ວິສາຫະກິດ FDI ເປັນປົກກະຕິ ແລະພັດທະນາຕາມທິດເຕີບໂຕສີຂຽວ; ຮັບປະກັນເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ເພື່ອໃຫ້ນັກລົງທຶນມີຄວາມອຸ່ນອ່ຽງໃຈໃນການດຳເນີນທຸລະກິດໃນໄລຍະຍາວ.

ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີກະຊວງແຜນການ ແລະການລົງທຶນ ຫວຽດນາມ ຫງວຽນຈິ໊ຢຸງ ໄດ້ມອບໃບຍ້ອງຍໍຂອງລັດຖະມົນຕີກະຊວງແຜນການ ແລະການລົງທຶນ ໃຫ້ແກ່ວິສາຫະກິດ FDI ພົ້ນເດັ່ນຈຳນວນໜຶ່ງ.

ໂດຍ: ທະນາພອນ