ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ສະເໜີໃຫ້ສອງຝ່າຍສ້າງເງື່ອນໄຂສະດວກໃຫ້ບັນດາປະເພດໝາກໄມ້ທີ່ເປັນເອກະລັກສະເພາະເຂົ້າຕະຫຼາດຂອງກັນ; ເພີ່ມທະວີການເຊື່ອມຕໍ່ການເດີນເຮືອ, ການບິນ; ຊຸກຍູ້ການຮ່ວມມືທາງດ້ານວັດທະນະທຳ, ການພົບປະແລກປ່ຽນປະຊາຊົນ; ບັນດາອົງການນິຕິບັນຍັດສອງປະເທດສືບຕໍ່ເສີມຂະຫຍາຍບົດບາດໃນການປັບປຸງ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ນິວຊີແລນ ເລິກເຊິ່ງຂຶ້ນຕື່ມ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໊ງ ພົບປະກັບທ່ານປະທານສະພາແຫ່ງຊາດນິວຊີແລນ Gerry Brownlee. ພາບ: baochinhphu.vn

ທ່ານປະທານສະພາແຫ່ງຊາດນິວຊີແລນ Gerry Brownlee ໃຫ້ຄຳໝັ້ນສັນຍາຊຸກຍູ້ການອອກວີຊາໄລຍະຍາວ ໃຫ້ແກ່ພົນລະເມືອງຫວຽດນາມ; ເຫັນດີເປັນເອກະພາບເພີ່ມທະວີການພົວພັນແລກປ່ຽນປະຊາຊົນ, ການຮ່ວມມືດ້ານວັດທະນະທຳ, ປະກອບສ່ວນປັບປຸງການພົວພັນມິດຕະພາບ, ຄວາມສະໜິດຕິດພັນລະຫວ່າງສອງຊາດ.

ໃນຕອນບ່າຍວັນດຽວກັນ, ຢູ່ນະຄອນຫຼວງ Wellington, ເມື່ອພົບປະກັບທ່ານນາງ Cindy Kiro, ຜູ້ມີອຳນາດເຕັມແຫ່ງນິວຊີແລນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ລາຍງານກ່ຽວກັບໝາກຜົນການເຈລະຈາ ກັບທ່ານນາຍົກລັດຖະມົນຕີນິວຊີແລນ Christopher Luxon ໃນຕອນເຊົ້າວັນດຽວກັນ; ເນັ້ນໜັກວ່າ ສອງຝ່າຍຍັງມີຫຼາຍຄວາມສາມາດບົ່ມຊ້ອນເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດພັດທະນາກ່ວາອີກ, ເໝາະສົມກັບຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການພັດທະນາຂອງພາກພື້ນ.

ທ່ານນາງຜູ້ມີອຳນາດເຕັມ Cindy Kiro ຕີລາຄາສູງ ຫວຽດນາມ ມີທີ່ຕັ້ງ, ບົດບາດນັບມື້ນັບສຳຄັນຢູ່ພາກພື້ນ ແລະ ສາກົນ, ພິເສດແມ່ນໃນພາກພື້ນ ອາຊຽນ; ຢັ້ງຢືນວ່າ ນິວຊີແລນ ຍາມໃດກໍ່ຖື ຫວຽດນາມ ເປັນຄູ່ຮ່ວມມືສຳຄັນຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ໂດຍ: ກວຽດເຕິມ