ສະຫຼຸບທີ່ກອງປະຊຸມ, ທ່ານ ຟ້າມມິງຈິ໊ງ ຢັ້ງຢືນວ່າ ລັດຖະບານຍາມໃດກໍ່ຮ່ວມເດີນທາງພ້ອມກັບວິສາຫະກິດ, ບໍ່ວ່າວິສາຫະກິດພາກເອກະຊົນ ຫຼື ລັດວິສາຫະກິດເພື່ອພ້ອມກັນຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຊຸກຍູ້ການພັດທະນາ, ບົນຈິດໃຈຕ່າງຝ່າຍຕ່າງມີຜົນປະໂຫຍດ, ແບ່ງປັນຄວາມສ່ຽງ, ຮັບປະກັນຜົນປະໂຫຍດລະຫວ່າງລັດ, ປະຊາຊົນ, ວິສາຫະກິດ...

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເປັນປະທານກອງປະຊຸມລັດຖະບານພົບປະລັດວິສາຫະກິດທີ່ດີເດັ່ນໃນທົ່ວປະເທດ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງບາງຂໍ້ຈໍາກັດ, ຈຸດອ່ອນຂອງລັດວິສາຫະກິດໃນການຄຸ້ມຄອງ, ການບໍລິຫານ; ປະສິດທິຜົນໃນການຜະລິດ, ດໍາເນີນທຸລະກິດຍັງບໍ່ທັນໄດ້ຮັບຜົນເທົ່າທີ່ຄວນ, ຊ້ຳບໍ່ໜຳຍັງຂາດທຶນ; ຄວາມສາມາດແກ່ງແຍ້ງ, ນໍາໃຊ້ວິທະຍາສາດ-ເຕັກໂນໂລຢີ ແລະການປ່ຽນແປງໃໝ່ປະດິດສ້າງຂອງວິສາຫະກິດຍັງຈໍາກັດ; ວຽກງານປ່ຽນແປງໃໝ່ໃນການຄຸ້ມຄອງວິສາຫະກິດໃນການບໍລິຫານການຜະລິດ, ດໍາເນີນທຸລະກິດທີ່ຍັງໜ້ອຍ, ການລົງທຶນຍັງບໍ່ທັນບັນລຸຄາດໝາຍທີ່ໄດ້ວາງອອກ; ຍັງບໍ່ທັນສະແດງໄດ້ເຫັນບົດບາດຊັກນໍາ; ບາງວິສາຫະກິດຍັງເກີດກໍລະນີລະເມີດກົດໝາຍ...

ທ່ານ ນາຍົກລັດຖະມົນຕີ ຮຽກຮ້ອງຍູ້ແຮງການປະຕິບັດບັນດາໂຄງການລົງທຶນໃຫຍ່ຂອງຊາດໃນບັນດາຂົງເຂດສຳຄັນ ແລະຍຸດທະສາດ; ບຸລິມະສິດສຸມໃສ່ຂົງເຂດດຳເນີນທຸລະກິດຕົ້ນຕໍ, ແກ້ໄຂສະພາບການລົງທຶນແບບກະແຈກກະຈາຍ, ບໍ່ມີປະສິດທິຜົນ; ຄົ້ນຄວ້າ ແລະເພີ່ມທະວີການລົງທຶນໃຫ້ແກ່ການປະດິດສ້າງ, ຕ້ອງແມ່ນກຳລັງປະຈັນບານ, ນໍາໜ້າໃນຂົງເຂດປ່ຽນແປງໃໝ່ປະດິດສ້າງ, ການຫັນເປັນດີຈີຕອນ ແລະໃນຂົງເຂດທີ່ພົ້ນເດັ່ນ; ຫັນຕະຫຼາດ, ຜະລິດຕະພັນ ແລະຕ່ອງໂສ້ການສະໜອງເປັນຫຼາຍຮູບຫຼາຍແບບ, ຊຸກຍູ້ການເຊື່ອມໂຍງ, ສ້າງ ແລະເຂົ້າຮ່ວມຕ່ອງໂສ້ມູນຄ່າທົ່ວໂລກ.

leftcenterrightdel
ທ່ານນາຍົກລັດມົນຕີ ຟ້າມມິງຈິ໊ງ ກັບຜູ້ແທນທີ່ກອງປະຊຸມລັດຖະບານພົບປະລັດວິສາຫະກິດທີ່ດີເດັ່ນໃນທົ່ວປະເທດ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ອົງການ, ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນສູນກາງ ແລະອົງການຜູ້ຕາງໜ້າຕັ້ງໜ້າ, ເປັນເຈົ້າການ ແລະມີຄວາມຮັບຜິດຊອບ, ສົມທົບກັນຢ່າງມີປະສິດທິຜົນ, ສ້າງເງື່ອນໄຂ, ກາລະໂອກາດໃຫ້ວິສາຫະກິດພັດທະນາ. ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຍູ້ແຮງການປະຕິຮູບລະບຽບການບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ເປັນເຈົ້າການໃນການແກ້ໄຂຄວາມຫຍຸ້ງຍາກ, ສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດພັດທະນາ; ປະກອບສ່ວນກໍ່ສ້າງລະບອບລະບຽບການ, ສ້າງຖັນແຖວພະນັກງານ, ສ້າງກົນໄກຕິດຕາມກວດກາ ເພື່ອຮັບປະກັນໃຫ້ການເຄື່ອນໄຫວຢ່າງປອດໃສ.

ໂດຍ: ໄຊນີດາ