ນັກຂ່າວ: ຂໍຮຽນທ່ານເອກອັກຄະລັດຖະທູດ, ໃນສະພາບທີ່ສາຍພົວພັນທາງການທູດ ຫວຽດນາມ - ກຳປູເຈຍ ໄດ້ຮັບການສ້າງຕັ້ງ ແລະພັດທະນາຢ່າງບໍ່ຢຸດຢັ້ງໃນຕະຫຼອດໄລຍະປະຫວັດສາດກວ່າເຄິ່ງສະຕະວັດທີ່ຜ່ານມາ, ຂໍໃຫ້ທ່ານຕີລາຄາໂດຍສັງເຂບກ່ຽວກັບການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ?

ທ່ານເອກອັກຄະລັດຖະທູດ ຫງວຽນຮຸຍຕັງ: ຫວຽດນາມ ແລະ ກຳປູເຈຍ ແມ່ນສອງປະເທດບ້ານໃກ້ເຮືອນຄຽງມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານ. ຜ່ານການຜັນແປຂອງປະຫວັດສາດ, ການພົວພັນ ຫວຽດນາມ - ກຳປູເຈຍ ໄດ້ຮັບການທົດສອບ, ຫຼໍ່ຫຼອມ ແລະນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ ແລະແທດຈິງໃນທຸກຂົງເຂດ, ກາຍເປັນຊັບສົມບັດອັນລ້ຳຄ່າຂອງສອງຊາດ.

leftcenterrightdel
ທ່ານ ຫງວຽນຮຸຍຕັງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຳປູເຈຍ. ພາບ: ສໍານັກຂ່າວສານຫວຽດນາມ

ນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການມາຮອດປະຈຸບັນ, ຜົນແຫ່ງການພົວພັນລະຫວ່າງສອງປະເທດໃນຕະຫຼອດ 56 ປີຜ່ານມາ, ບໍ່ພຽງແຕ່ແມ່ນໄຊຊະນະແຫ່ງການຕໍ່ສູ້ປົດປ່ອຍຊາດຢູ່ແຕ່ລະປະເທດເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນການພັດທະນາສາຍພົວພັນຮ່ວມມືລະຫວ່າງສອງປະເທດໃນທຸກຂົງເຂດອີກດ້ວຍ. ຜ່ານນັ້ນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງແຕ່ລະປະເທດ, ປະກອບສ່ວນປັບປຸງ ແລະເພີ່ມທະວີການພົວພັນ ຫວຽດນາມ - ກຳປູເຈຍ ໃຫ້ນັບມື້ນັບໝັ້ນແກ່ນກວ່າອີກ.

ອາດສາມາດສັງເຂບຜົນແຫ່ງການພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະ 56 ປີຜ່ານມາດ້ວຍ 5 ຈຸດພົ້ນເດັ່ນດັ່ງຕໍ່ໄປນີ້.

ທີໜຶ່ງ, ການພົວພັນດ້ານການເມືອງໄດ້ຮັບການເພີ່ມທະວີ ແລະຮັດແໜ້ນຢ່າງບໍ່ຢຸດຢັ້ງ, ແມ່ນເສົາຄ້ຳກໍານົດທິດທາງໃຫ້ການພົວພັນຫວຽດນາມ - ກຳປູເຈຍ.

ທີສອງ, ການຮ່ວມມືໃນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະການທູດໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ແລະເຂົ້າສູ່ລວງເລິກ, ແລະແມ່ນໜຶ່ງໃນບັນດາເສົາຄ້ຳຮ່ວມມືສໍາຄັນຂອງສອງປະເທດ.

ທີສາມ, ການຮ່ວມມືໃນຂົງເຂດເສດຖະກິດ, ການລົງທຶນ, ການຄ້າລະຫວ່າງສອງປະເທດໃນໄລຍະຜ່ານມາໄດ້ມີການປ່ຽນແປງຢ່າງຕັ້ງໜ້າ.

ທີສີ່, ການຮ່ວມມືດ້ານການສຶກສາ, ບຳລຸງສ້າງ, ວັດທະນະທຳ, ວິທະຍາສາດ ແລະເຕັກນິກລະຫວ່າງສອງປະເທດຍາມໃດກໍ່ຮັບການເອົາໃຈໃສ່ຊຸກຍູ້ຈາກສອງຝ່າຍ.

ສຸດທ້າຍ, ການພົວພັນຮ່ວມມືລະຫວ່າງບັນດາອົງການນິຕິບັນຍັດ, ບັນດາກະຊວງ, ຄະນະ, ຂະແໜງການ, ທ້ອງຖິ່ນ, ຄະນະຈັດຕັ້ງ ແລະບັນດາອົງການຈັດຕັ້ງມະຫາຊົນລະຫວ່າງສອງປະເທດໄດ້ຮັບການເພີ່ມທະວີພັດທະນາຢ່າງບໍ່ຢຸດຢັ້ງ ແລະເຂົ້າສູ່ລວງເລິກ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມພູນຄູນສ້າງ ແລະພັດທະນາສາຍພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດຫວຽດນາມ - ກຳປູເຈຍ.

ນັກຂ່າວ: ທ່ານເອກອັກຄະລັດຖະທູດ ຕີລາຄຄືແນວໃດກ່ຽວກັບໝາກຜົນແຫ່ງການຮ່ວມມືລະຫວ່າງ ຫວຽດນາມ - ກຳປູເຈຍ ໃນສະພາບພາຍຫຼັງພະຍາດໂຄວິດ-19, ກໍ່ຄືແງ່ຫວັງການຮ່ວມມືລະຫວ່າງສອງ ປະເທດໃນໄລຍະຈະມາເຖິງ?

ທ່ານເອກອັກຄະລັດຖະທູດ ຫງວຽນຮຸຍຕັງ: ທັງສອງປະເທດຫວຽດນາມ ແລະກຳປູເຈຍ ລ້ວນແຕ່ມານະພະຍາຍາມ ແລະຄວບຄຸມພະຍາດໂຄວິດ-19 ເປັນຢ່າງດີ, ເປີດປະເທດຄືນໃໝ່ໂດຍໄວ. ພາຍຫຼັງເປີດປະເທດຄືນໃໝ່, ສອງປະເທດໄດ້ຟື້ນຟູການພົວພັນ ແລະຜັນຂະຫຍາຍບັນດາການເຄື່ອນໄຫວພົວພັນຕ່າງປະເທດສອງຝ່າຍ ແລະຫຼາຍຝ່າຍຄືນໃໝ່. ພິເສດ, ໃນປີ 2022, ສອງຝ່າຍໄດ້ຜັນຂະຫຍາຍການເຄື່ອນໄຫວຕ່າງໆເພື່ອສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ.

ໃນປີ 2023, ພວກເຮົາເຫັນວ່າ ທ່ານນາຍົກລັດຖະມົນຕີ Hun Manet ໄດ້ມີການພົບປະກັບບັນດາການນຳຫຼັກແຫຼ່ງຂອງຫວຽດນາມ ຢູ່ບັນດາເວທີປາໄສສາກົນ, ກໍ່ຄືບັນດາກອງປະຊຸມສາກົນ. ບັນດາກົນໄກສອງຝ່າຍ, ຄື: ກອງປະຊຸມສຸດຍອດລະຫວ່າງສອງພັກ, ຄະນະກຳມະການລະຫວ່າງລັດຖະບານ, ກອງປະຊຸມຮ່ວມມື ແລະພັດທະນາບັນດາແຂວງຊາຍແດນ... ກໍ່ໄດ້ຮັບການຮັກສາ.

ຄຽງຂ້າງນັ້ນ, ສອງປະເທດກໍ່ໄດ້ສຸມໃສ່ຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ ແລະການລົງທຶນ. ອາດເວົ້າໄດ້ວ່າ ການພົວພັນລະຫວ່າງສອງປະເທດພາຍຫຼັງພະຍາດໂຄວິດ-19 ໄດ້ມີການຫັນປ່ຽນຢ່າງຕັ້ງໜ້າ. ພວກເຮົາເຫັນວ່າ, ເຖິງວ່າທັງສອງປະເທດລ້ວນແຕ່ຮັບຜົນກະທົບຈາກພະຍາດໂຄວິດ-19, ແຕ່ວົງເງິນການຄ້າສອງສົ້ນລະຫວ່າງຫວຽດນາມ ແລະກຳປູເຈຍ ໄດ້ຮັບການເຕີບໂຕຢ່າງບໍ່ຢຸດຢັ້ງ.

ດ້ວຍບັນດາເນື້ອໃນທີ່ສອງຝ່າຍໄດ້ເຫັນດີເປັນເອກະພາບ ແລະດ້ວຍຄວາມຕັດສິນໃຈຂອງລັດຖະບານສອງ ປະເທດ ກໍ່ຄືຈິດໃຈເປັນເຈົ້າການ, ມີຫົວຄິດປະດິດສ້າງ ແລະໄຫວພິບ, ການຮ່ວມມື ຫວຽດນາມ - ກຳປູເຈຍ  ຈະມີກາລະໂອກາດ ແລະຄວາມສາມາດພັດທະນາຫຼາຍຢ່າງໃນຊຸມປີຕໍ່ໜ້າ.

ນັກຂ່າວ: ດ້ວຍແງ່ຫວັງຂອງການຮ່ວມມືນັ້ນ, ທ່ານເອກອັກຄະລັດຖະທູດ ຕີລາຄາຄືແນວໃດກ່ຽວກັບເນື້ອໃນ, ຄວາມໝາຍ ແລະຄວາມສຳຄັນຂອງການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ Hun Manet ໃກ້ຈະມາເຖິງນີ້?

ທ່ານເອກອັກຄະລັດຖະທູດ ຫງວຽນຮຸຍຕັງ: ຂ້າພະເຈົ້າຖືວ່າ ການຢ້ຽມຢາມຫວຽດນາມຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ Hun Manet ມີຄວາມໝາຍສຳຄັນທີ່ສຸດ, ດຳເນີນໄປໃນສະພາບການພົວພັນລະຫວ່າງສອງປະເທດພວມພັດທະນາຢ່າງຕັ້ງໜ້າ.

ສອງຝ່າຍໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ, ປີມິດຕະພາບ ຫວຽດນາມ - ກຳປູເຈຍ, ກຳປູເຈຍ - ຫວຽດນາມ 2022. ປີ 2023, ກຳປູເຈຍ ໄດ້ຈັດຕັ້ງບັນດາເຫດການສຳຄັນສໍາເລັດຜົນ, ນັ້ນແມ່ນງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 32 ແລະງານມະຫາກໍາກິລາຄົນພິການອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 12 ທີ່ເຕັມໄປດ້ວຍຄວາມປະທັບໃຈ, ສ້າງຄວາມປະທັບໃຫ້ເພື່ອນມິດສາກົນ, ປະກອບສ່ວນຍົກສູງອິດທິພົນຊື່ສຽງ ແລະຖານະທີ່ຕັ້ງຂອງກຳປູເຈຍ ໃນເວທີສາກົນ.

ສະນັ້ນ, ຂ້າພະເຈົ້າ ຖືວ່າ ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ Hun Manet ຈະປະກອບສ່ວນເຮັດໃຫ້ການພົວພັນ “ບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ” ລະຫວ່າງສອງປະເທດນັບມື້ນັບເຂົ້າສູ່ລວງເລິກ,  ບົນພື້ນຖານສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຮ່ວມມືຢ່າງມີປະສິດທິຜົນ, ເຄົາລົບຜົນປະໂຫຍດຂອງກັນ, ນຳການພົວພັນຫວຽດນາມ - ກຳປູເຈຍ ຂຶ້ນສູ່ລະດັບສູງໃໝ່.

ນັກຂ່າວ: ຂໍຂອບໃຈທ່ານທູດ!

ໂດຍ: ທະນາພອນ