leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະທ່ານ John Neuffer ປະທານສະມາຄົມອຸດສາຫະກຳເຄິ່ງຊັກນຳໄຟຟ້າອາເມລິກາ (SIA). ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະທ່ານ John Neuffer ໄດ້ຕີລາຄາວ່າ ຄວາມສາມາດບົ່ມຊ້ອນໃນການຮ່ວມມືຂອງບັນດາຄູ່ຮ່ວມມືຫວຽດນາມ-ອາເມລິກາ ໃນຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າແມ່ນໃຫຍ່ຫຼວງທີ່ສຸດ, ທ່ານ ສະແດງຄວາມເຊື່ອໝັ້ນວ່າ ການຮ່ວມມືໃນຂົງເຂດນີ້ຈະເປີດຫຼາຍໂອກາດໃຫ້ແກ່ວິສາຫະກິດສອງປະເທດພ້ອມກັນເສີມຂະຫຍາຍ, ຂຸດຄົ້ນທ່າໄດ້ປຽບຂອງແຕ່ລະຝ່າຍ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ພວມຄົ້ນຄວ້າ, ສ້າງຍຸດທະສາດພັດທະນາ, ແຜນຮ່າງພັດທະນາແຫຼ່ງຊັບພະຍາກອນມະນຸດ, ວາງເປົ້າໝາຍບຳລຸງສ້າງຊັບພະຍາກອນມະນຸດ ແຕ່ 50.000-100.000 ຄົນໃນຂະແໜງເຄິ່ງຊັກນຳໄຟຟ້າຮອດປີ 2030, ພ້ອມກັນນັ້ນກໍ່ມີບັນດາກົນໄກບຸລິມະສິດທີ່ເໝາະສົມເພື່ອດຶງດູດບັນດາວິສາຫະກິດທີ່ຜະລິດ, ອອກແບບ, ພັດທະນາຜະລິດຕະພັນຊິບເຄິ່ງຊັກນຳໄຟຟ້າ ແຖວໜ້າຂອງຕ່າງປະເທດມາລົງທຶນຢູ່ຫວຽດນາມ.

ສ່ວນທ່ານ John Neuffer ຢັ້ງຢືນວ່າ ຫວຽດນາມ ແມ່ນປາຍທາງທີ່ດຶງດູດໃຈຂອງບັນດານັກລົງທຶນອາເມລິກາ ໃນຂົງເຂດເຄິ່ງຊັກນຳໄຟຟ້າ ແລະອາດຈະສວມບົດບາດເປັນຄູ່ຮ່ວມມືຍຸດທະສາດໃນການສະໜອງແຫຼ່ງຊັບພະຍາກອນມະນຸດ. ບັນດາວິສາຫະກິດອາເມລິກາ ພ້ອມແລ້ວທີ່ຈະຮັດແໜ້ນການພົວພັນ, ຊຸກຍູ້ການລົງທຶນ, ຮ່ວມມືກັບຫວຽດນາມ ກ່ຽວກັບຂະແໜງເຄິ່ງຊັກນຳໄຟຟ້າ, ເປັນຕົ້ນແມ່ນການບຳລຸງສ້າງບັນດາຜູ້ມີຄວາມເກັ່ງກ້າສາມາດ, ບຸກຄະລາກອນທີ່ມີຄຸນນະພາບສູງ, ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງສອງປະເທດທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ