leftcenterrightdel
ບັນຍາກາດທີ່ກອງປະຊຸມ COP-28. ພາບ: VOV

ທີ່ການໄປປະຕິບັດງານຄັ້ງນີ້, ທ່ານນາຍົກລັດຖະມົນຕີ ໄດ້ພົບປະກັບບັນດາຄູ່ຮ່ວມມືສາກົນ; ຜ່ານນັ້ນ ຊຸກຍູ້ຮ່ວມມືຫຼາຍດ້ານກັບບັນດາປະເທດ, ພ້ອມທັງປະກອບສ່ວນຊຸກຍູ້ການແກ້ໄຂບັນດາຄວາມເອົາໃຈໃສ່ ແລະຜົນປະໂຫຍດຂອງ ຫວຽດນາມ. ຫຼາຍປະເທດຢັ້ງຢືນຈະໜູນຊ່ວຍ ແລະຮ່ວມເດີນທາງກັບຫວຽດນາມ ໃນການຫັນປ່ຽນພະລັງງານ, ຍົກສູງກຳລັງປັບຕົວ, ຜ່ານນັ້ນຊຸກຍູ້ການເຕີບໂຕສີຂຽວ ຂອງ ຫວຽດນາມ ແລະ ປົກປ້ອງໜ່ວຍໂລກ.

ສຳລັບ ຕວກກີ ແລະ UAE, ໃນການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ດຳເນີນກວ່າ 20 ການເຄື່ອນໄຫວຢູ່ ຕວກກີ ແລະ 30 ການເຄື່ອນໄຫວຢູ່ UAE ດ້ວຍບັນດາເນື້ອໃນ ແທດຈິງ, ຮູບແບບອຸດົມສົມບຸນ, ບັນລຸຫຼາຍໝາກຜົນລະອຽດທັງສອງຝ່າຍ ແລະຫຼາຍຝ່າຍ, ພ້ອມທັງເປີດທິດທາງຮ່ວມມືໃໝ່ໃນບັນດາຂົງເຂດທ່າແຮງຂອງສອງປະເທດຄື ວິທະຍາສາດເຕັກໂນໂລຊີ, ຫັນເປັນດີຈີຕອນ, ຜະລິດກະສິກຳ , ກະສິກຳເຕັກໂນໂລຊີສູງ, ການບໍລິໂພກ, ເສດຖະກິດສີຂຽວ, ນະວັດຕະກຳ, ພະລັງງານທົດແທນ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບທ່ານປະທານ ກຸບາ Miguel Díaz-Canel. ພາບ: VOV

ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະສອງຝ່າຍກັບ: ນາຍົກລັດຖະມົນຕີ ຊູແອັດ Ulf Kristersson, ພົບປະກັບການນຳບາງກຸ່ມບໍລິສັດ ພະລັງງານ ແດນມາກ ແລະລາຊະອານາຈັກ ອັງກິດ, ພົບປະກັບທ່ານປະທານ ກຸບາ Miguel Díaz-Canel, ພົບປະກັບປະທານທະນາຄານໂລກ (WB) Ajay Banga.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ