ທ່ານນາງປະທານສະພາແຫ່ງຊາດກຳປູເຈຍ ໄດ້ຕີລາຄາສູງ ແລະມີຄວາມພາກພູມໃຈທີ່ສຸດຕໍ່ກັບການພົວພັນລະຫວ່າງ ຫວຽດນາມ - ກໍາປູເຈຍ ນັບມື້ນັບພັດທະນາຢ່າງດີງາມໃນທຸກຂົງເຂດ, ເພື່ອຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາໃນພາກພື້ນ ແລະໃນໂລກ. ທ່ານນາງ ໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ການສະໜັບສະໜູນ, ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າທີ່ຫວຽດນາມ ໄດ້ມອບໃຫ້ກຳປູເຈຍ ນັບແຕ່ກ່ອນຈົນມາຮອດປະຈຸບັນ. ທ່ານນາງ Samdech Khuon Sudary ຢືນຢັນວ່າ, ກຳປູເຈຍ ຈະຮ່ວມມືກັບຫວຽດນາມ ເພື່ອປົກປັກຮັກສາ, ເພີ່ມພູນຄູນສ້າງການພົວພັນລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາຂຶ້ນສູ່ລະດັບສູງໃໝ່ ແລະສືບທອດໃຫ້ຄົນລຸ້ນຫຼັງ. ທ່ານນາງ Samdech Khuon Sudary ຢືນຢັນວ່າ ກຳປູເຈຍ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບຫວຽດນາມ ເພື່ອຜັນຂະຫຍາຍສົນທິສັນຍາ, ສັນຍາ, ຂໍ້ຕົກລົງລະຫວ່າງການນຳຂັ້ນສູງຂອງສອງພັກ, ສອງລັດຢ່າງມີປະສິດທິຜົນ.

leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະທ່ານນາງ Samdech Khuon Sudary ປະທານສະພາແຫ່ງຊາດກຳປູເຈຍ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະແດງຄວາມປິຕິຊົມຊື່ນເມື່ອການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ, ສອງສະພາແຫ່ງຊາດ ແລະປະຊາຊົນສອງປະເທດນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ, ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງ, ປະກອບສ່ວນສຳຄັນເຂົ້າໃນການຮັກສາຄວາມໝັ້ນຄົງດ້ານການເມືອງ, ຮັບປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ພັດທະນາເສດຖະກິດ - ສັງຄົມ ແລະຍົກສູງຖານະບົດບາດ, ທີ່ຕັ້ງສາກົນຂອງແຕ່ລະປະເທດ.

ທ່ານເລຂາທິການໃຫຍ່ ສະເໜີໃຫ້ສອງຝ່າຍຜັນຂະຫຍາຍບັນດາເນື້ອໃນການພົບປະລະຫວ່າງການນຳຂັ້ນສູງສອງພັກ ແລະການພົບປະລະຫວ່າງ 3 ສະຫາຍນຳໜ້າຂອງ 3 ພັກ ຫວຽດນາມ - ກໍາປູເຈຍ - ລາວ ໃນບັນດາຂົງເຂດຢ່າງມີປະສິດທິຜົນ, ໃນນັ້ນໄດ້ເນັ້ນໜັກເຖິງສອງສະພາແຫ່ງຊາດ ເພີ່ມທະວີການຮ່ວມມື, ແບ່ງປັນຂໍ້ມູນຂ່າວສານ, ປະສົບການໃນການສ້າງກົດໝາຍ, ສົມທົບກັນຕິດຕາມກວດກາການຜັນຂະຫຍາຍສົນທິສັນຍາ, ສັນຍາ, ຂໍ້ຕົກລົງທີ່ໄດ້ລົງນາມລະຫວ່າງສອງປະເທດ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍ, ລັດຖະສະພາສາກົນ.

ໂດຍ: ຈາງຫງວຽນ