ທ່ານ Pambis Kyritsis ໃຫ້ຮູ້ວ່າ ສະຫະພັນກໍາມະບານໂລກ ຍາມໃດກໍ່ຄຽງບ່າຄຽງໄຫຼ່ກັບປະຊາຊົນຫວຽດນາມ ໃນພາລະກິດຕໍ່ສູ້ເພື່ອຍາດເອົາເອກະລາດ, ເສລີພາບກ່ອນໜ້ານີ້, ກໍ່ຄືໃນພາລະກິດສ້າງສາ ແລະພັດທະນາປະເທດໃນປະຈຸບັນ.

leftcenterrightdel
ທ່ານປະທານປະເທດຫວຽດນາມ ຫວໍວັນເຖືອງ ແລະທ່ານເລຂາທິການໃຫຍ່ສະຫະພັນກໍາມະບານໂລກ Pambis Kyritis. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຕີລາຄາສູງຕໍ່ການເຄື່ອນໄຫວອັນຕັ້ງໜ້າຂອງທ່ານເລຂາທິການໃຫຍ່ Pambis Kyritsis ແລະສະຫະພັນກຳມະບານໂລກ ຍາມໃດກໍ່ເດັດດ່ຽວຕໍ່ການປະຕິບັດບັນດາເປົ້າໝາຍເພື່ອການພັດທະນາຊົນຊັ້ນກຳມະກອນ ແລະການດໍາລົງຊີວິດຂອງຊາວຜູ້ອອກແຮງງານ, ສະໜັບສະໜູນສັນຕິພາບ, ຄວາມກ້າວໜ້າຂອງສັງຄົມ. ພິເສດ, ສະຫະພັນກຳມະບານໂລກໄດ້ສະໜັບສະໜູນປະຊາຊົນຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ ກໍ່ຄືການຮຳບາດແຜຈາກສົງຄາມ, ສ້າງສາ ແລະປົກປັກຮັກສາປະເທດຊາດໃນປະຈຸບັນ.

ໃນສະພາບທີ່ໂລກ ແລະພາກພື້ນມີການຜັນແປທີ່ສັບສົນ, ບໍ່ສາມາດຄາດຄະເນລ່ວງໜ້າໄດ້, ທ່ານປະທານປະເທດ ຢືນຢັນວ່າ ພັກ, ລັດຫວຽດນາມ ສະໜັບສະໜູນ ແລະສ້າງເງື່ອນໄຂດີທີ່ສຸດໃຫ້ສະຫະພັນໃຫຍ່ແຮງງານຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຂອງສະຫະພັນກຳມະບານໂລກ ຢ່າງຕັ້ງໜ້າ; ປະກອບສ່ວນພ້ອມກັບສະຫະພັນກໍາມະບານໂລກ ແລະບັນດາອົງການກໍາມະບານອື່ນໆ  ສ້າງຊົນຊັ້ນກຳມະກອນເພື່ອປົກປັກຮັກສາ ແລະຍົກສູງຊີວິດການເປັນຢູ່ຂອງຜູ້ອອກແຮງງານ.

ທ່ານປະທານປະເທດ ຫວໍວັນເຖືອງ ຫວັງວ່າ ສະຫະພັນກຳມະບານໂລກ ຈະສືບຕໍ່ສະໜັບສະໜູນ ແລະແບ່ງປັນບົດຮຽນ, ປະສົບການກັບສະຫະພັນໃຫຍ່ແຮງງານຫວຽດນາມ ເພື່ອສົມທົບກັນພັດທະນາຢ່າງແຂງແຮງ ແລະປະຕິບັດເປົ້າໝາຍຂອງສະຫະພັນກຳມະບານໂລກ ທີ່ວາງອອກໃຫ້ປະສົບຜົນສໍາເລັດ.

ໂດຍ: ຈາງຫງວຽນ