ກ່າວຄຳເຫັນທີ່ເຫດການ, ທ່ານ ຫງວຽນກວາງຄາຍ ຮອງປະທານຄະນະກຳມະການຫວຽດນາມ ສາມັກຄີກັບປະຊາຊົນປາແລັດສະຕິນ ຢັ້ງຢືນວ່າ, ໃນຕະຫຼອດໄລຍະ 35 ປີຜ່ານມາ, ການພົວພັນມິດຕະພາບ ແລະການຮ່ວມມືທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະປາແລັດສະຕິນ ໄດ້ຮັບການປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ.

leftcenterrightdel
ທ່ານ ຫງວຽນກວາງຄາຍ ຮອງປະທານຄະນະກຳມະການຫວຽດນາມ ສາມັກຄີກັບປະຊາຊົນປາແລັດສະຕິນ ກ່າວຄຳເຫັນທີ່ເຫດການ. ພາບ: ຫງອັກທື

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສາກົນສາມັກຄີກັບປະຊາຊົນປາແລັດສະຕິນ, ທ່ານ ຫງວຽນກວາງຄາຍ ໄດ້ອ່ານໂທລະເລກຂອງທ່ານປະທານປະເທດ ຫວໍວັນເຖືອງ ທີ່ສົ່ງໄປຍັງທ່ານເລຂາທິການໃຫຍ່ສະຫະປະຊາຊາດ (ສປຊ), ປະທານຄະນະກຳມະການຂອງ ສປຊ ກ່ຽວກັບການປະຕິບັດສິດທີ່ບໍ່ສາມາດແຕະຕ້ອງໄດ້ຂອງປະຊາຊົນປາແລັດສະຕິນ ແລະປະທານາທິບໍດີປາແລັດສະຕິນ. ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ສົ່ງຄຳແບ່ງປັນຄວາມໂສກເສົ້າເສຍດາຍຢ່າງເລິກເຊິ່ງມາຍັງລັດ, ປະຊາຊົນປາແລັດສະຕິນ ແລະຄອບຄົວຜູ້ປະສົບເຄາະຮ້າຍຈາກການປະທະກັນ; ຕີລາຄາສູງບົດບາດຂອງອົງການ ສປຊ ແລະຮຽກຮ້ອງໃຫ້ປະຊາຄົມສາກົນເພີ່ມທະວີການໜູນຊ່ວຍປະຊາຊົນປາແລັດສະຕິນ; ຢັ້ງຢືນຄວາມສາມັກຄີ ແລະການສະໜັບສະໜູນຢ່າງແຂງແຮງຂອງລັດ ແລະປະຊາຊົນຫວຽດນາມ ສໍາລັບພາລະກິດຕໍ່ສູ້ເພື່ອເອກະລາດ ແລະເສລີພາບຂອງປະຊາຊົນປາແລັດສະຕິນ.

leftcenterrightdel
ທ່ານ Saadi Salama ເອກອັກຄະລັດຖະທູດປາແລັດສະຕິນ ປະຈໍາ ຫວຽດນາມ ກ່າວຄຳເຫັນທີ່ເຫດການ. ພາບ: ຫງອັກທື

ທີ່ພິທີສະເຫຼີມສະຫຼອງ, ທ່ານ Saadi Salama ເອກອັກຄະລັດຖະທູດປາແລັດສະຕິນ ປະຈໍາ ຫວຽດນາມ ໄດ້ຕາງໜ້າໃຫ້ແກ່ການນຳ ແລະປະຊາຊົນປາແລັດສະຕິນ ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງມາຍັງພັກ, ລັດ ແລະປະຊາຊົນຫວຽດນາມ ຍ້ອນການສະໜັບສະໜູນຢ່າງສະເໝີຕົ້ນສະເໝີປາຍຂອງຫວຽດນາມ ທີ່ມີຕໍ່ພາລະກິດຕໍ່ສູ້ຂອງປະຊາຊົນປາແລັດສະຕິນ. ພ້ອມທັງຢັ້ງຢືນວ່າ ປາແລັດສະຕິນ ຈະສືບຕໍ່ມານະພະຍາຍາມຊຸກຍູ້ການພົວພັນຮ່ວມມືກັບຫວຽດນາມ ໃນທຸກຂົງເຂດ.

ໂດຍ: ເຈິ່ນຮວ່ຽນ