ທີ່ພິທີສະເຫຼີມສະຫຼອງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຕາງໜ້າໃຫ້ການນຳພັກ, ລັດມອບຫຼຽນໄຊແຮງງານ ຊັ້ນ 1 ໃຫ້ສະຖາບັນການເງິນ. ກ່າວຄຳເຫັນທີ່ພິທີ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄູຫວຽດນາມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ຄຸນງາມຄວາມດີໃນການສິດສອນ, ການສຶກສາອົບຮົມ, ການຝຶກຝົນຫຼໍ່ຫຼອມຂອງໂຮງຮຽນ, ຄູອາຈານ ແລະການໜູນຊ່ວຍ, ການສ້າງເງື່ອນໄຂຂອງພະນັກງານ, ລັດຖະກອນພາຍໃນສະຖາບັນໃນໄລຍະທີ່ຮໍ່າຮຽນຢູ່ສະຖາບັນການເງິນ; ຂໍສະແດງຄວາມຮູ້ບຸນຄຸນ ແລະຄວາມຊົມເຊີຍອັນອົບອຸ່ນມາຍັງຄູສອນລຸ້ນຕ່າງໆ.

leftcenterrightdel
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ມອບຫຼຽນໄຊແຮງງານຊັ້ນ 1 ໃຫ້ສະຖາບັນການເງິນ. ພາບ: ຢຸຍລິງ.

ທ່ານປະທານສະພາແຫ່ງຊາດ ຊີ້ແຈ້ງວ່າ ຄຸນນະພາບການບຳລຸງສ້າງລະດັບມະຫາວິທະຍາໄລ ແລະເໜືອມະຫາວິທະຍາໄລ ໄດ້ສວມບົດບາດຕັດສິນເຖິງຄຸນນະພາບຂອງແຫຼ່ງຊັບພະຍາກອນມະນຸດ, ໂດຍສະເພາະແມ່ນແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ; ເປັນກຸນແຈເພື່ອຊຸກຍູ້ການເພີ່ມສະມັດຕະພາບແຮງງານ, ຮັກສາການເຕີບໂຕເສດຖະກິດຢ່າງວ່ອງໄວ ແລະຍືນຍົງ. ການສຶກສາລະດັບມະຫາວິທະຍາໄລຂອງຫວຽດນາມ ເວົ້າລວມ, ສະຖາບັນການເງິນເວົ້າສະເພາະຕ້ອງມີສະຕິຄວາມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບພາລະກໍາ ແລະຄວາມຮັບຜິດຊອບອັນສູງສົ່ງນີ້ຕໍ່ປະເທດຊາດ.

ສະນັ້ນ, ທ່ານປະທານສະພາແຫ່ງຊາດ ຫວັງວ່າ ສະຖາບັນການເງິນ ຈະສືບຕໍ່ປ່ຽນແປງໃໝ່ຈິນຕະນາການ, ສ້າງການປ່ຽນແປງໃໝ່ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງຍຸກສະໄໝຢ່າງບໍ່ຢຸດຢັ້ງ; ກາຍເປັນໜຶ່ງໃນບັນດາຫົວໜ່ວຍນຳໜ້າໃນການປະຕິບັດການເປັນເຈົ້າຕົນເອງຂອງມະຫາວິທະຍາໄລຢ່າງມີປະສິດທິຜົນທີ່ສຸດ, ໂດຍສະເພາະແມ່ນເປັນເຈົ້າຕົນເອງດ້ານການເງິນ; ເສີມຂະຫຍາຍຄວາມເຂັ້ມແຂງພາຍໃນ, ຍາດແຍ່ງເອົາແຫຼ່ງເງິນລົງທຶນເພື່ອນຳໃຊ້ເຂົ້າໃນການພັດທະນາໂຮງຮຽນໃຫ້ໄດ້ຫຼາຍທີ່ສຸດ.

ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ມອບຄອມພິວເຕີ 60 ຊຸດໃຫ້ສະຖາບັນການເງິນ; ມອບເງິນ 100 ລ້ານດົ່ງເຂົ້າກອງທຶນພັດທະນາການສຶກສາຂອງສະຖາບັນການເງິນ.

ໂດຍ: ຈາງຫງວຽນ