ທ່ານປະທານປະເທດ ຫວໍວັນເຖືອງ ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດ APEC 2023 ຢ່າງຈົບງາມ
ກປ.ອອນໄລ - ຕອນຄ່ຳວັນທີ 17 ພະຈິກ (ຕາມເວລາທ້ອງຖິ່ນ), ທ່ານປະທານປະເທດ ຫວໍວັນເຖືອງ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ອອກຈາກນະຄອນ San Francisco, ສິ້ນສຸດການເຄື່ອນໄຫວເຂົ້າຮ່ວມກອງປະຊຸມສຸດຍອດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2023 ແລະການເຄື່ອນໄຫວສອງຝ່າຍຢູ່ໃນສະຫະລັດອາເມລິກາ.