ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫວໍວັນເຖືອງ ຢັ້ງຢືນວ່າ ຫວຽດນາມ ຖືເປັນສໍາຄັນການພົວພັນຮ່ວມມືຫຼາຍດ້ານກັບມາເລເຊຍ, ຄູ່ຮ່ວມມືສໍາຄັນແຖວໜ້າຂອງຫວຽດນາມ ໃນອາຊຽນ. ທ່ານປະທານປະເທດ ຂອບໃຈ ແລະປາດຖະໜາວ່າ ມາເລເຊຍ ຈະເປີດກວ້າງການໜູນຊ່ວຍຫວຽດນາມ ໃນຂົງເຂດບໍາລຸງສ້າງພະນັກງານ, ເປີດກວ້າງການຮ່ວມມືທ້ອງຖິ່ນກ່ອນອື່ນໝົດແມ່ນລົງນາມ ແຮກສ່ຽວລະຫວ່າງນະຄອນ ໂຮ້ຍອານ ແລະMelaka. ທ່ານປະທານປະເທດ ຫວໍວັນເຖືອງ ສະເໜີ ມາເລເຊຍ ສ້າງເງື່ອນໄຂເພື່ອໃຫ້ຫວຽດນາມ ຂົນຂວາຍສະຫະພາບເອີລົບ (EU) ຍົກເລີກບັດເຫຼືອງໃຫ້ແກ່ຂະແໜງສິນໃນນໍ້າຂອງຫວຽດນາມ; ພ້ອມທັງສະເໜີສອງປະເທດສືບຕໍ່ສົມທົບກັນຢ່າງມີປະສິດທິຜົນໃນການເຄື່ອນໄຫວສົ່ງຊາວປະມົງຫວຽດນາມ ກັບຄືນປະເທດ.

leftcenterrightdel
ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບທ່ານ Anwar Ibrahim ນາຍົກລັດຖະມົນຕີ ມາເລເຊຍ. ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນທ່ານນາຍົກລັດຖະມົນຕີ Anwar Ibrahim ໄດ້ແບ່ງປັນບັນດາຂໍ້ສະເໜີຂອງທ່ານປະທານປະເທດ ຫວໍວັນເຖືອງ ແລະຢັ້ງຢືນວ່າ ມາເລເຊຍ ຖືເປັນສໍາຄັນພິເສດຕໍ່ການຮ່ວມມືຫຼາຍດ້ານກັບຫວຽດນາມ. ທ່ານ ສະແດງຄວາມປະທັບໃຈຕໍ່ບັນດາຜົນງານແຫ່ງການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ ໃນໄລຍະຜ່ານມາ ແລະຢັ້ງຢືນຄວາມປາດຖະໜາຢາກຍູ້ແຮງການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນ, ເພີ່ມທະວີການຮ່ວມມືບໍາລຸງສ້າງຊັບພະຍາກອນມະນຸດກັບຫວຽດນາມ.

ສອງຝ່າຍພ້ອມກັນຢັ້ງຢືນວ່າຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນທີ່ບັນດາເວທີປາໄສພາກພື້ນ ແລະສາກົນ ຄື ສປຊ ແລະ... APEC; ມານະພະຍາຍາມຮັກສາກຸ່ມສາມັກຄີ ແລະບົດບາດໃຈກາງຂອງອາຊຽນ, ປະກອບສ່ວນກໍ່ສ້າງປະຊາຄົມອາຊຽນ ພັດທະນາຢ່າງໝັ້ນຄົງເຂັ້ມແຂງ, ສາມັກຄີ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສະໜັບສະໜູນ ລາວ ປະຕິບັດສໍາເລັດປີປະທານອາຊຽນ 2024.

ແລກປ່ຽນກ່ຽວກັບບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີທະເລຕາເວັນອອກ, ການນໍາສອງທ່ານ ເຫັນດີເປັນເອກະພາບສະໜັບສະໜູນ, ຮັກສາທັດສະນະລວມແນໃສ່ຮັບປະກັນສັນຕິພາບ, ສະຖຽນລະພາບ, ປະຕິບັດ DOC ຢ່າງເຂັ້ມງວດ, ກ້າວໄປເຖິງການບັນລຸໄດ້ COC ຢ່າງແທດຈິງ, ມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ ມີສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າ ດ້ວຍທະເລ ປີ 1982. 

ໂດຍ: ໄຊຊະນະ