ເມື່ອຫວນຄືນວິວັດການເຮັດວຽກ,  ການເຕີບໃຫຍ່ຂະຫຍາຍຕົວ ແລະການອຸທິດຕົນຂອງສະຫາຍ ເຈືອງຮ່ວາບິ່ງ ແລະສະຫາຍ ຟ້າມຢາຄຽມ, ສະຫາຍ ຟ້າມມິງຈິ໊ງ ໄດ້ເນັ້ນໜັກເຖິງຄວາມມານະພະຍາຍາມ ເພື່ອພາລະກິດຂອງພັກ, ປະຊາຊົນ ແລະຄຸນສົມບັດ, ວິຖີຊີວິດຂອງ 2 ສະຫາຍ; ສະຫາຍນາຍົກລັດຖະມົນຕີ ຢືນຢັນວ່າ 2 ສະຫາຍແມ່ນແບບຢ່າງໃຫ້ແກ່ພະນັກງານ, ລັດຖະກອນຂອງລັດຖະບານຕ້ອງປະຕິບັດຕາມ.

leftcenterrightdel
ສະຫາຍ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ອວຍພອນໃຫ້ສະຫາຍ ເຈືອງຮ່ວາບິ່ງ ແລະສະຫາຍ ຟ້າມຢາຄຽມ. ພາບ: ສໍານັກຂ່າວສານຫວຽດນາມ

ສະຫາຍ ຟ້າມມິງຈິ໊ງ ຢືນຢັນວ່າ, ນາມມະຍົດອັນສູງສົ່ງທີ່ໄດ້ມອບໃຫ້ອະດີດການນຳສອງສະຫາຍ ໄດ້ສະແດງໃຫ້ເຫັນຄວາມເຄົາລົບນັບຖື, ການຮັບຮູ້ຂອງພັກ ກ່ຽວກັບການປະຕິບັດງານ, ການປະກອບສ່ວນ, ການອຸທິດຕົນຂອງສອງສະຫາຍທີ່ມີຕໍ່ພາລະກິດການປະຕິວັດຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ.

ຕາງໜ້າການນຳພັກ, ລັດ ແລະລັດຖະບານ, ສະຫາຍ ຟ້າມມິງຈິ໊ງ ອວຍພອນໃຫ້ສະຫາຍ ເຈືອງຮ່ວາບິ່ງ ແລະສະຫາຍ ຟ້າມຢາຄຽມ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ສືບຕໍ່ປະກອບສ່ວນຫຼາຍກວ່າອີກໃຫ້ແກ່ພັກ ແລະລັດ, ເປັນຕົ້ນແມ່ນໃນວຽກງານຊີ້ນໍານຳພາ, ການບໍລິຫານຂອງລັດຖະບານ ແລະນາຍົກລັດຖະມົນຕີ.

ໂດຍ: ທູຈາງ