ທີ່ການພົບປະ, ທ່ານ Gao Jifan, ປະທານກຸ່ມບໍລິສັດ Trina Solar ໄດ້ສະແດງຄວາມຂອບໃຈຕໍ່ຄວາມເອົາໃຈໃສ່, ການໜູນຊ່ວຍຂອງລັດຖະບານ, ບັນດາກະຊວງ, ຂະແໜງການ ແລະແຂວງທ໊າຍງວຽນ ໃຫ້ເຄື່ອນໄຫວລົງທຶນຂອງກຸ່ມບໍລິສັດຢູ່ຫວຽດນາມ. ທ່ານ Gao Jifan ຕີລາຄາສູງຕໍ່ຄວາມສາມາດບົ່ມຊ້ອນ, ນະໂຍບາຍ, ກໍ່ຄືໝາກຜົນແຫ່ງການພັດທະນາພະລັງງານທົດແທນຂອງຫວຽດນາມ, ພິເສດແມ່ນໃນສະພາບການຕ້ອງການກ່ຽວກັບຜະລິດຕະພັນສີຂຽວ, ເປັນມິດກັບສິ່ງແວດລ້ອມເພີ່ມຂຶ້ນຢູ່ຕະຫຼາດນຳເຂົ້າສິນຄ້າຂອງຫວຽດນາມ.

leftcenterrightdel
ທ່ານ ເຈິ່ນລືວກວາງ ຮອງນາຍົກລັດຖະມົນຕີຫວຽດນາມ  ຕ້ອນຮັບທ່ານ Gao Jifan ປະທານກຸ່ມບໍລິສັດ Trina Solar (ປະເທດຈີນ). ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ໄດ້ສະແດງຄວາມຊົມເຊີຍຕໍ່ແຜນການຂະຫຍາຍການລົງທຶນຂອງກຸ່ມບໍລິສັດ Trina Solar ຢູ່ແຂວງທ໊າຍງວຽນ, ຍົກເງິນລົງທຶນຂອງກຸ່ມບໍລິສັດຢູ່ຫວຽດນາມ ເພີ່ມຂຶ້ນເກືອບ 900 ລ້ານໂດລາສະຫະລັດ.

ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ ການພັດທະນາພະລັງງານທົດແທນແມ່ນທ່າອ່ຽງລວມຂອງໂລກ, ໃນນັ້ນມີຫວຽດນາມ, ເພື່ອມຸ່ງໄປເຖິງເປົ້າໝາຍຫຼຸດຜ່ອນການປ່ອຍອາຍພິດລົງລະດັບ 0 ໃນປີ 2050; ເນັ້ນໜັກວ່າ ລັດຫວຽດນາມ ພວມສຸມໃສ່ສ້າງ, ປະກາດໃຊ້ບັນດາກົນໄກ, ນະໂຍບາຍທີ່ລະອຽດເພື່ອຊຸກຍູ້ການພັດທະນາພະລັງງານທົດແທນ, ໃນນັ້ນມີພະລັງງານແສງຕາເວັນ.

ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ຕີລາຄາສູງຕໍ່ເລື່ອງການນຳຫຼັກແຫຼ່ງຂອງແຂວງທ໊າຍງວຽນ ທີ່ຍາມໃດກໍ່ໄດ້ເອົາໃຈໃສ່ ແລະພ້ອມກັນແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຄັດ, ຍູ້ໄວການຜັນຂະຫຍາຍບັນດາໂຄງການລົງທຶນຕ່າງປະເທດຢູ່ພາຍໃນບໍລິເວນແຂວງ, ໃນນັ້ນມີໂຄງການຂອງກຸ່ມບໍລິສັດ Trina Solar.

ໂດຍ: ຈາງຫງວຽນ