ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 35 ປີແຫ່ງວັນສ້າງຕັ້ງໜັງສືພິມຜູ້ແທນປະຊາຊົນ
ກປ.ອອນໄລ - ຕອນບ່າຍວັນທີ 3 ຕຸລາ, ຢູ່ຫໍສະພາແຫ່ງຊາດ, ໜັງສືພິມຜູ້ແທນປະຊາຊົນ ໄດ້ຈັດພິທີມອບ-ຮັບຫຼຽນໄຊແຮງງານຊັ້ນ 1 ແລະສະເຫຼີມສະຫຼອງ 35 ປີແຫ່ງວັນສ້າງຕັ້ງ (5-10-1988 / 5-10-2023). ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ທ່ານ ນົງດຶກແມ້ງ ອະດີດເລຂາທິການໃຫຍ່, ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີ... ໄດ້ສົ່ງກະຕ່າດອກໄມ້ອວຍພອນ.
ຕາງໜ້າການນໍາພັກ, ລັດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ປະດັບຫຼຽນໄຊແຮງງານ ຊັ້ນ 1 ໃຫ້ໝູ່ຄະນະໜັງສືພິມຜູ້ແທນປະຊາຊົນ. ທ່ານ ບຸ່ຍວັນເກື່ອງ ເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໄດ້ມອບໃບຍ້ອງຍໍຂອງນາຍົກລັດຖະມົນຕີ ໃຫ້ທ່ານນາງ ຟ້າມທິແທງຮວ່ຽນ ຫົວໜ້າບັນນາທິການໜັງສືພິມຜູ້ແທນປະຊາຊົນ.
    |
 |
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ປະດັບຫຼຽນໄຊແຮງງານ ຊັ້ນ 1 ໃຫ້ໜັງສືພິມຜູ້ແທນປະຊາຊົນ. ພາບ: ຈຽນຖັງ. |
ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ຕາງໜ້າຄະນະປະຈຳສະພາແຫ່ງຊາດ, ທ່ານຮອງປະທານຜູ້ປະຈໍາການສະພາແຫ່ງຊາດ ເຈິ່ນແທງເໝິ້ນ ຊົມເຊີຍບັນດາຜົນງານເຊິ່ງໜັງສືພິມຜູ້ແທນປະຊາຊົນ ບັນລຸໄດ້ໃນໄລຍະ 35 ປີຜ່ານມາ. ທ່ານ ເຈິ່ນແທງເໝິ້ນ ຊີ້ແຈ້ງວ່າ, ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໄດ້ຮຽກຮ້ອງ “ສ້າງພື້ນຖານສື່ມວນຊົນອາຊີບ, ມະນຸດຊາດ ແລະທັນສະໄໝ”. ເນື່ອງໃນໂອກາດສະເຫຼີມສະຫຼອງ 98 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ ຜ່ານມາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກໍ່ໄດ້ກ່າວຄໍາເຫັນ: “ສື່ມວນຊົນຕ້ອງຮັກສາຖານະບົດບາດ, ພາລະກິດຂອງຕົນ ແມ່ນໜຶ່ງໃນບັນດາປັດໄຈສຳຄັນປະກອບສ່ວນສ້າງສາ ແລະປ່ຽນແປງໃໝ່ລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຫວຽດນາມ". ສະນັ້ນ, ໜັງສືພິມຜູ້ແທນປະຊາຊົນ ຕ້ອງສືບຕໍ່ປ່ຽນແປງໃໝ່ຈິນຕະນາການ, ວິໄສທັດ, ຫັນບັນດາລາຍການ, ແຜນການເປັນລະອຽດ; ເປັນເຈົ້າການປະຕິບັດບົດບາດເປັນ “ໜັງສືພິມຂອງສະພາແຫ່ງຊາດ” ຢ່າງມີປະສິດທິຜົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປະຕິບັດບັນດາຂໍ້ຕົກລົງຂອງສະພາແຫ່ງຊາດ ແລະສະພາປະຊາຊົນ.
ກ່ຽວກັບບັນດາໜ້າທີ່ໃຈກາງໃນໄລຍະຈະມາເຖິງ, ທ່ານ ເຈິ່ນແທງເໝິ້ນ ຊີ້ແຈ້ງວ່າ: ໜັງສືພິມຜູ້ແທນປະຊາຊົນ ຕ້ອງແມ່ນອົງການທີ່ມີຄວາມສາມັກຄີຢ່າງແທ້ຈິງ, ເປັນເອກະພາບສູງ, ເຂັ້ມແຂງໃນທຸກດ້ານ, ກໍ່ສ້າງອົງການວັດທະນະທຳ, ສະພາບແວດລ້ອມວັດທະນະທໍາ; ຍືດໝັ້ນຕໍ່ອຸດົມການ ແລະຄຸນຄ່າອັນສູງສົ່ງຂອງນັກຂ່າວ. ສຸມໃສ່ປະຕິບັດບັນດາຄວາມຮັບຜິດຊອບລວມຂອງໜັງສືພິມປະຕິວັດຫວຽດນາມ ແມ່ນການປະກອບສ່ວນສຳຄັນເຂົ້າໃນການເປີດກວ້າງປະຊາທິປະໄຕ, ເສີມຂະຫຍາຍບົດບາດຕິດຕາມກວດກາ ແລະໄຈ້ແຍກ, ຕີລາຄາສັງຄົມ; ຕັ້ງໜ້າເຂົ້າຮ່ວມກິດຈະການຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະສິ່ງຫຍໍ້ທໍ້.
ໂດຍ: ຈາງຫງວຽນ